ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ມັງກອນ 2026

  

ຮັບຮອງ​ເອົາ​ບ້ານ​ຕີ້ວ​ ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ
ເວລາອອກຂ່າວ: 2025-09-05 09:44:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1007 | ຄວາມນິຍົມ:



ສະຫາຍ ພັນ​ໂທ ສົມສອນ ຈອນ​ລະ​ບົນ ກຳມະການ​ຄະນະ​ປະຈຳ​ພັກ​ເມືອງ, ຫົວໜ້າ​ການ ເມືອງ​ກອງ​ບັນຊາ​ການ​ທະຫານ​ເມືອງ​ລະ​ມາມ ແຂວງ​ເຊ​ກອງ ໃຫ້​ຮູ້​ວ່າ: ໂດຍ​ປະຕິບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງເຊ​ກອງ ກ່ຽວ​ກັບ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ຂອງ​ກອງບັນ ຊາ​ການ​ທະຫານ​ເມືອງ​ລະ​ມາມ ໃນ​ໄລຍະ​ຜ່ານ​ມາ​ຕາມ​ເງື່ອນໄຂ​ທີ່​ຂັ້ນ​ເທິງ​ໄດ້​ກຳນົດ​ ຄະນະ​ພັກ-ຄະນະ​ບັນຊາ​ໄດ້​ເອົາໃຈໃສ່​ຊີ້​ນຳ ​ພະແນກການ​ທີ່​ກ່ຽວຂ້ອງ​ປະ ສານ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ​ເຄື່ອນ​ໄຫວ​ໂຄ ສະນາ​ຂົນຂວາຍປະຊາຊົນຈັດ​ ຕັ້ງ​ເຜີຍແຜ່​ມະຕິ, ຄຳ​ສັ່ງ​ແນວ ທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ ຄວາມ​ສະຫງົບ​ທົ່ວ​ປວງຊົນ​ຮອບ ດ້ານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພໍ່​ແມ່​ປະຊາຊົນ​ບັນດາເຜົ່າ, ຊາວ​ໜຸ່ມ-ແມ່ຍິງ​ພາຍ​ໃນ​ບ້ານ​ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ຍຶດ​ໝັ້ນ​ຕໍ່​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ-ລະ ບຽບ​ກົດໝາຍ​ຂອງ​ລັດ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ຖື​ເອົາ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ ຫງົບ​ເປັນ​ຫາ​ສຳຄັນ ​ເຮັດ​ໃຫ້​ບ້ານ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ສະຫາຍ ແພດ ໄຊ​ສົມ​ປອງ ເລຂາ​ພັກ​ບ້ານ, ນາຍບ້ານ ບ້ານ​ຕີ້ວ ເມືອງ​ລະ​ມາມ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ບ້ານ​ຕີ້ວ​ຂອງ​ພວກ​ເຮົາ​ມີ​ເນື້ອທີ່​ທັງ​ໝົດ 40 ພັນ​ກວ່າ​ເຮັກ​ຕາ, ເນື້ອທີ່​ສ່ວນ​ໃຫຍ່​ເປັນ​ໂນນ​ພູ ​ທີ່ອຸດົມສົມບູນ​ໄປ​ດ້ວຍພືດນາໆພັນ ​ເໝາະ​ສົມ​ແກ່​ການ​ທຳ​ການ​ຜະລິດ​ກະສິກຳ​ປູກຝັງ-ລ້ຽງສັດ​ໃຫຍ່(ຄວາຍ, ງົວ) ປະຊາຊົນ​​ພາຍ​ໃນ​ບ້ານ​ມີ​ທັງ​ໝົດ 905 ຄົນ, ຍິງ 429 ຄົນ, ມີ 1.085 ຄອບຄົວ, ມີ 149 ຫຼັງຄາ​ເຮືອນ, ອາຊີບ​ຫຼັກ​ຂອງ​ປະຊາຊົນ​ພາຍ​ໃນ​ບ້ານ​ສ່ວນ​ໃຫຍ່​ແມ່ນ​ຊາວ​ກະສິກອນ​ຍຶດ​ຖື​ການ​ປູກຝັງ-ລ້ຽງສັດ ແລະ ພະນັກງານ​ກວມ​ເອົາ 49%, ບ້ານ​ຕີ້ວ ຂອງ​ພວກ​ເຮົາ​ຍັງ​ໄດ້​ປະກາດ​ເປັນ​ບ້ານ​ວັດທະນາ​ທຳ ຂອງ​ແຂວງ​ເຊກອງ ໃນ​ຄັ້ງ​ວັນ​ທີ 10 ຕຸລາ 2012 ແລະ ໄດ້​ຮັບຮອງ​ເປັນ​ບ້ານ​ປອດ​ຄະດີ ຄັ້ງ​ວັນ​ທີ 6 ມີນາ 2009, ພາຍ​ໃນ​ບ້ານ​ ມີ​ສະມາຊິກ​ພັກ ​ທັງ​ໝົດ 47 ທ່ານ, ຍິງ 18 ທ່ານ ແລະ ໄດ​ຮັບ​ການ​ຢັ້ງຢືນ ເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ 5 ປີ​ຕິດຕໍ່​ກັນ. ສ່ວນ​ໂຄງ​ຮ່າງ​ການຈັດຕັ້ງ​ພາຍ​ໃນ​ບ້ານ​ ປະກອບ​ມີ​ນາຍບ້ານ 1 ທ່ານ, ຮອງ​ນາຍບ້ານ 2 ທ່ານ, ປະກອບ​ມີ 5 ໜ່ວຍ​ງານ​ຂຶ້ນ​ກັບ​ຄື: ໜ່ວຍ​ງານ​ບໍລິຫານ ແລະ ການ​ປົກຄອງ, ໜ່ວຍ​ງານ​ພັກ ແລະ ອົງ​ການຈັດຕັ້ງ​ມະຫາຊົນ, ໜ່ວຍ​ງານ​ເສດຖະກິດ-ການ​ເງິນ, ໜ່ວຍ​ງານ​ວັດທະນາ​ທຳ-ສັງຄົມ ແລະ ໜ່ວຍ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ; ໃນ​ຊຸມ​ປີຜ່ານມາ​ເຫັນ​ວ່າ ​ເສດຖະກິດ​ຂອງ​ບ້ານ ​ໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​, ສະເລ່ຍ​ລາຍ​ຮັບ​ຕໍ່​ຫົວ​ຄົນ 5.500.000 ກີບ​ຕໍ​່ຄົນ​ຕໍ່​ປີ ແລະ ບ້ານ​ຕີ້ວ ຂອງ​ພວກ​ເຮົາ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ ສະເລ່ຍ​ແມ່ນ 90%, ລາຍ​ຮັບ​ສ່ວນ​ໃຫຍ່​ໄດ້​ມາ​ຈາ​ກການປູກ ຝັງ-ລ້ຽງສັດ ປະຕິບັດ​ໄດ້ 30 ລ້ານ​ກີບ​ຕໍ​່ຄອບຄົວ​ຕໍ່ປີ ​ເຮັດໃຫ້ຊີ ວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະ ຊາຊົນ​ພາຍ​ໃນ​ບ້ານ​ດີ​ຂຶ້ນ​ເທື່ອລະ​ ກ້າວ. ຈາກ​ນັ້ນ, ​ຍັງ​ໄດ້​ມອບ​ໃບ ຢັ້ງຢືນ​ໃຫ້​ຄອບຄົວ​ປ້ອງ​ກັນຊາດ ​ເຂັ້ມແຂງ ຈຳນວນ 145 ຄອບຄົວ ແລະ ຮັບຮອງ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ຕື່ມ​ອີກ. ສະຫາຍ ​ປອ ຕຸລາ​ວັນ ວົງ​ໄຊ ກຳມະການ​ພັກ​ແຂວງ, ເລຂາ​ພັກ​ເມືອງ, ເຈົ້າເມືອງ ເມືອງ​ລະ​ມາມ ໄດ້​ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ອຳນາດ​ການ​ປົກຄອງ​ຕະຫຼອດ​ຮອດ​ພໍ່​ແມ່​ປະຊາຊົນ​ພາຍ​ໃນ​ບ້ານ ​ທີ່​ໄດ້​ປະກອບສ່ວນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ ແລະ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ວຽກ​ງານ ​ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້​ຮັບປະກັນ​ເຮັດ​ໃຫ້​ບ້ານ​ມີ​ຄວາມ​ສະຫງົບ ແລະ ໄດ້​ຮັບ ​ການ​ພັດທະນາ ພ້ອມ​ນັ້ນ, ສະ ຫາຍ ຍັງ​ໄດ້​ຮຽກຮ້ອງ​ມາ​ຍັງ​ອຳ ນາດ​ການ​ປົກຄອງ​ບ້ານ​ຮັກສາ​ມູນເຊື້ອ​ອັນ​ດີງາມ​ຂອງ​ຕົນ ​ກໍ​ຄື​ເສີມ​ຂະຫຍາຍ​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ໄປ​ຄຽງ​ຄູ່​ກັບ​ການ​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ຖື​ເປັນ​ບັນຫາ​ສຳຄັນ​ ແນ່​ໃສ່​ນຳ​ມາ​ປຸກລະດົມ​ຂົນຂວາຍ​ຊາວ​ໜຸ່ມ-ໄວ​ໜຸ່ມ​ຢູ່​ພາຍ​ໃນ​ບ້ານ​ໃຫ້​ມີ​ສ່ວນ​ຮ່ວມ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຮັດ​ໜ້າທີ່​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ​ເພື່ອ​ຕອບ​ຕ້ານ ແລະ ສະກັດ​ກັ້ນ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ ​ບໍ່​ໃຫ້​ເກີດ​ຢູ່​ໃນ​ສັງຄົມ, ສືບຕໍ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ບັນດາ​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ-ລະບຽບກົດ ໝາຍ​ຂອງ​ລັດ ແນໃສ່​ປັບປຸງ​ກໍ່ ສ້າງ ແລະ ພັດທະນາ​ບ້ານ​ໃຫ້​ມີ​ຄວາມ​ສະຫງົບ, ສັງຄົມ​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ປະເທດ​ຊາດ​ມີ​ຄວາມ​ມັ່ງ​ຄັ່ງ​ເຂັ້ມແຂງ​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ມິ​ຕິ ທ່ອນ​ມະນີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ