ປະກາດການບົ່ງຕົວແຕ່ງຕັ້ງ ກຳມະການຄະນະໜ່ວຍພັກ ຫ້ອງການ ກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2025-09-05 09:52:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2131 | ຄວາມນິຍົມ: ![]()
ວັນທີ 5 ກັນຍາ 2025 ນີ້, ຫ້ອງການ ກົມໃຫຍ່ການເມືອງກອງທັບ ຈັດພິທີ ປະກາດການບົ່ງຕົວແຕ່ງຕັ້ງ ກຳມະການຄະນະໜ່ວຍພັກ ແລະ ສະຫຼຸບວຽກງານ ປະຈໍາເດືອນສິງຫາ ແລະ ວາງທິດທາງແຜນການປະຈຳເດືອນກັນຍາ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳມະການຄະນະປະຈຳພັກພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ວັນໄຊ ຄໍາພາວົງ ກໍາມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ, ມີຫົວໜ້າ-ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ມະນີແສງ ກົມບຸດຕະບົງ ຮອງຫົວໜ້າພະແນກ ກົມຈັດຕັ້ງພັກ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ວ່າດ້ວນການບົ່ງຕົວແຕ່ງຕັ້ງປ່ຽນແທນກຳມະການໜ່ວຍພັກ ໃນນີ້, ຕົກລົງບົ່ງຕົວແຕ່ງຕັ້ງສະຫາຍ ພັນໂທ ອິນລະປະ ວໍລະສານ ເປັນກຳມະການ ການຄັງ ໜ່ວຍພັກ ຫ້ອງການ ກົມໃຫຍ່ການເມືອງກອງທັບ ປ່ຽນແທນ ສະຫາຍ ພັນເອກ ຄຳງອງ ຫຼຽນທອງໄຊ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ກົມການເງິນ.
ຈາກນັ້ນ, ສະຫາຍ ພົນຈັດຕະວາ ວັນໄຊ ຄໍາພາວົງ ໄດ້ຜ່ານບົດສະຫຼຸບວຽກງານ ປະຈໍາເດືອນສິງຫາ ແລະ ທິດທາງແຜນການ ເດືອນກັນຍາ ປີ 2025. ໄລຍະ 1 ເດືອນທີ່ຜ່ານມາ, ຄະນະພັກ-ຄະນະຫ້ອງການ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ນາຍ ແລະ ພົນທະຫານພາຍໃນຫ້ອງການ, ໄດ້ຈັດຕັ້ງປະຕິບັດລະບອບສ່ອງແສງວຽກງານປະຈຳອາທິດ ຂອງຫ້ອງການ ແລະ ຂອງບັນດາພະແນກ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະຕົນເປັນຢ່າງດີ, ພະນັກງານ-ນັກຮົບ ມີແນວຄິດການເມືອງໜັກແໜ້ນ, ພາຍໃນມີຄວາມສາມັກຄີເປັນເອກະພາບ ທັງປັບປຸງກໍ່ສ້າງພັກ-ພະນັກງານ, ເປັນເຈົ້າການຕິດຕາມປະສານງານວຽກງານຮັບປະກັນຮອບດ້ານໃຫ້ກົມໃຫຍ່ ກໍຄືຫ້ອງການ ຮັບເອກະສານ ເຂົ້າ-ອອກຂອງກົມໃຫຍ່, ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ຄະນະນໍາກົມໃຫຍ່ເຄື່ອນໄຫວວຽກງານສໍາເລັດຕາມແຜນການປະຈຳເດືອນສິງຫາ ແລະ ໄດ້ຖືເອົາວຽກງານນະໂຍບາຍເປັນອີກວຽກໜຶ່ງທີ່ສໍາຄັນເປັນການກະຕຸກຊຸກຍູ້ ຕໍ່ພະນັກງານ-ນັກຮົບ, ສ້າງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຈັດຕັ້ງການເຄື່ອນໄຫວຢ້ຽມຢາມຖາມຂ່າວພະນັກງານ-ນັກຮົບ ໃນເວລາເຈັບ ເປັນ ແລະ ອື່ນໆ. ນອກນີ້, ຍັງໄດ້ຄົ້ນຄວ້າຕິດຕາມກຳນົດການເລື່ອນຊັ້ນ ຂອງພະນັກງານ ພ້ອມນັ້ນ, ຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ເອົາໃຈໃສ່ຊີ້ນໍາພະນັກງານ-ນັກຮົບໃນທົ່ວຫ້ອງການ ສ້າງເງື່ອນໄຂຊອກແຫຼ່ງລາຍຮັບ ເພື່ອແກ້ໄຂຊີວິດການເປັນຢູ່ ຂອງຄອບຄົວ, ພະນັກງານ-ນັກຮົບໃຫ້ນັບມື້ດີຂຶ້ນ.
ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ສະແດງຄວາມຍໍຍ້ອງຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ຜົນສຳເລັດລວມ ຂອງໜ່ວຍພັກ ຫ້ອງການ ກົມໃຫຍ່ການເມືອງກອງທັບ ໃນໄລຍະ1ເດືອນຜ່ານມາ, ພ້ອມທັງເນັ້ນໜັກຫຼາຍບັນຫາສຳຄັນ ເພື່ອເປັນພື້ນຖານ ແລະ ບ່ອນອີງໃຫ້ແກ່ຄະນະພັກ-ຄະນະບັນຊາຫ້ອງການໃນການຈັດຕັ້ງແຜນວຽກໃຫ້ມີຜົນສຳເລັດໃນຕໍ່ໜ້າ.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















