ວຕກ ປະກາດການສ້າງຕັ້ງ 3 ຄະນະວິຊາຄູ ແລະ ປະກາດການແຕ່ງຕັ້ງໜ້າທີ່ ຂັ້ນຕ່າງໆ
ເວລາອອກຂ່າວ: 2025-09-05 10:40:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2100 | ຄວາມນິຍົມ: ![]()
ວັນທີ 5 ກັນຍາ 2025 ນີ້, ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ປະກາດສ້າງຕັ້ງຄະນະວິຊາ 3ຄະນະວິຊາຄູ ແລະ ປະກາດການແຕ່ງຕັ້ງໜ້າທີ່ ຂັ້ນຫ້ອງ, ຄະນະວິຊາຄູ, ສູນເຝິກຫັດທົດລອງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີບັນດາສະຫາຍກົມວິຊາສະເພາະທີ່ກ່ຽວຂ້ອງ, ຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ຄະນະວິຊາ, ສູນເຝິກຫັດທົດລອງ,ກອງພັນຄຸ້ມຄອງນັກສຶກສາ ແລະ ພະນັກງານຫຼັກແຫຼ່ງທົ່ວ ວຕກ ເຂົ້າຮ່ວມ.
ສະຫາຍ ພັນເອກ ສຸດໃຈ ລືໄຊສົມບັດ ຫົວໜ້າຫ້ອງອົບຮົມ ວຕກ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການສ້າງຕັ້ງຄະນະວິຊາຄູເສນາເຕັກນິກ, ຄະນະວິຊາຄູລົດຕັງ-ຍານເກາະ ແລະ ຄະນະວິຊາຄູຣາດາ-ລູກສອນໄຟຂຶ້ນກັບ ວິທະຍາຄານເຕັກນິກການທະຫານ ໃນນີ້, ຄະນະວິຊາຄູເສນາເຕັກນິກໄດ້ປະກອບມີ 14 ຕໍາແໜ່ງງານ ແລະ 2 ວິຊາຄື: ວິຊາເສນາເຕັກນິກພື້ນຖານ ແລະ ວິຊາເສນາເຕັກນິກຮັບປະກັນສູ້ຮົບ, ຄະນະວິຊາຄູລົດຕັງ-ຍານເກາະ ປະກອບມີ 28 ຕໍາແໜ່ງງານ ແລະ ມີ 4 ວິຊາຄື: ວິຊາຫົວລົດຈັກ ລົດຕັງ-ຫຸ້ມເກາະ, ວິຊາການປະກອບສ້າງຂອງລົດຕັງ, ວິຊາໄຟຟ້າລົດຕັງຫຸ້ມເກາະ, ວິຊາບົວລະບັດສ້ອມແປງລົດຕັງ-ຫຸ້ມເກາະ, ວິຊາຄູຣາດາ-ລູກສອນໄຟປະກອບມີ 26 ຕໍາແໜ່ງງານ ແລະ ມີ 2 ວິຊາຄື: ວິຊາຣາດາ ແລະ ວິຊາລູກສອນໄຟ. ຈາກນັ້ນກໍ່ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະຫ້ອງທີ່ຂຶ້ນກັບວິທະຍາຄານເຕັກນິກການທະຫານ ໃນນີ້ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ຄຳມະນີໄຊ ໂອໄລຈິດ ເປັນຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ນາງ ຈັນຄຳ ອິນປານພິມ ເປັນຮອງຫົວໜ້າຫ້ອງການບໍລິຫານ, ສະຫາຍ ພັນໂທ ຄຳໃສ ສໍບຸນເຕັມ ເປັນຮອງຫົວໜ້າຫ້ອງວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ.
ສະຫາຍ ພັນເອກ ຈັນສະໝອນ ລັດສະໄໝ ຫົວໜ້າກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຢູ່ ວິທະຍາຄານເຕັກນິກການທະຫານພັກການ ເພື່ອກຽມຮັບນານ, ໃນນີ້ ໄດ້ອະນຸມັດໃຫ້ ສະຫາຍ ພັນໂທ ຄຳຫວັນ ທຳມະວົງ ຫົວໜ້າສູນທົດລອງເຝິກຫັດ ວຕກ ພັກການຮັບບຳນານ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຄະນະວິຊາຄູຕ່າງໆຄື: ແຕ່ງຕັ້ງ ສະຫາຍ ພັນໂທ ບຸນມີໄຊ ພາໄຊ ເປັນຫົວໜ້າຄະນະວິຊາຄູລົດຕັງ-ຍານເກາະ, ສະຫາຍ ພັນໂທ ແສງປະເສີດ ອຳພອນ ເປັນຫົວໜ້າຄະນະວິຊາຄູເສນາເຕັກນິກ, ສະຫາຍ ພັນໂທ ຖາວອນ ວິໄລເຮືອງ ເປັນຮອງຫົວໜ້າຄະນະວິຊາຄູລົດໂອໂຕການທະຫານ, ສະຫາຍ ພັນໂທ ບຸນສີ ພູມມີນະລາດ ເປັນຮອງຫົວໜ້າຄະນະວິຊາຄູລົດຕັງ-ຍານເກາະ, ສະຫາຍ ພັນໂທ ບຸນແຍງ ແກ້ວດວງເດດ ເປັນຮອງຫົວໜ້າຄະນະວິຊາຄູເສນາເຕັກນິກ, ສະຫາຍ ພັນຕີ ສິງຄຳ ບົວສະຫວັນ ເປັນຮອງຫົວໜ້າຄະນະວິຊາຄູຣາດາ-ລູກສອນໄຟ, ສະຫາຍ ພັນຕີ ເວດ ວັນແສງເດືອນ ເປັນຮອງຫົວໜ້າຄະນະວິຊາຄູຣາດາ-ລູກສອນໄຟ ແລະ ສະຫາຍ ພັນໂທ ສາຍເພັດ ເມືອງຈັນ ເປັນຮອງຫົວໜ້າຫ້ອງອົບຮົມ.
ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະບັນຊາ ວຕກ ທຸກຂັ້ນທີ່ ສາມາດສ້າງຕັ້ງ 3 ຄະນະວິຊາໃໝ່ ເຊິ່ງສະແດງໃຫ້ເຫັນເຖິງຄວາມກ້າວໜ້າພັດທະນາອີກບາດກ້າວໜຶ່ງຂອງ ວຕກ ແລະ ໄດ້ເນັ້ນໜັກໃຫ້ພະນັກງານບັນຊາທຸກຂັ້ນ ຍົກສູງວຽກງານສຶກສາອົບຮົມການເມືອງແນວຄິດເປັນກົກ ເພື່ອໃຫ້ນາຍ ແລະ ພົນທະຫານທົ່ວ ວຕກ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ໃນການປະຕິບັດໜ້າທີ່ວຽກງານ, ເອົາໃຈໃສ່ຮັບຜິດຊອບໃນໜ້າທີ່ວິຊາສະເພາະຂອງຕົນ ໂດຍຜັນຂະຫາຍໃຫ້ເຂົ້າສູ່ລວງເລິກ, ທ່ວງທັນກັບການຮັບໃຊ້ໜ້າທີ່ການເມືອງໄລຍະໃໝ່ຂອງພັກ ກໍຄືທຽບທັນກັບເຕັກນິິກການທະຫານສາກົນ ໂດຍສະເພາະແມ່ນຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງກຳແໜ້ນພາລະບົດບາດ, ສິດ, ໜ້າທີ່ຂອງຕົນໃນການສິດສອນເພື່ອເຮັດໃຫ້ການຮຽນ-ການສອນ ຂະແໜງການເຕັກນິກມີຄຸນນະພາບສູງ, ພ້ອມທັງຮຽກຮ້ອງໃຫ້ພະນັກງານໃນຖັນແຖວຮັບຜິດຊອບວຽກງານຮັບປະກັນດ້ານພະລາທິການ-ລ້ຽງດູທັບ ຈົ່ງມີຄວາມຈິງຈັງໃນການສະໜອງສະບຽງອາຫານ, ຮັບປະກັນສຸກຂະອະນາໄມໃຫ້ຖືກຕ້ອງຕາມຫຼັກປັດໄຈສີ່ຂອງການດຳລົງຊີວິດ ເພື່ອເຮັດໃຫ້ນາຍ ແລະ ພົນທະຫານເຫຼົ່າຮົບເຕັກນິກມີສຸຂະພາບແຂງແຮງ, ມີກຳລັງແຮງກາຍ-ແຮງໃຈ ໃນການປະຕິບັດວຽກງານກຽມພ້ອມສູ້ຮົບ ແລະ ສຶກສາຮ່ຳຮຽນໃຫ້ສຳເລັດຜົນ.
ໂດຍ: ເພັດນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















