ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 11 ມິຖຸນາ 2026

  

ຫົວໜ້າກົມກໍ່ສ້າງຮາກຖານ ເຄື່ອນໄຫວເຮັດວຽກ ຢູ່ເຂດຈຸດສຸມເມືອງປາທາ ແຂວງບໍ່ແກ້ວ
ເວລາອອກຂ່າວ: 2025-09-10 15:44:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 7263 | ຄວາມນິຍົມ:



ວັນທີ 9 ກັນຍາ 2025 ນີ້, ສະຫາຍ ພົນຈັດຕະວາ ສົມພົງ ແພງປັນຍາ ຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ, ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ- ພັດທະນາຊົນນະບົດຮອບດ້ານ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ເຄື່ອນໄຫວເຮັດວຽກຢູ່ເມືອງປາກທາ ແຂວງບໍ່ແກ້ວ ໂດຍການຕ້ອນຮັບຂອງສະຫາຍ ຄຳເຄື່ອງ ພົມວິສັກ ຮອງປະທານຄະນະກຳມະການປົກຄອງເມືອງ ເມືອງປາກທາແຂວງບໍ່ແກ້ວ, ມີສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຮອງຫົວໜ້າການເມືອງ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍພະແນກການທີ່ກຽວຂ້ອງເຂົ້້າຮ່ວມ. ຈຸດປະສົງ ໃນການລົງເຮັດວຽກໃນຄັ້ງນີ້ ແມ່ນເພື່ອເປັນການເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍ ຂອງພັກ-ລັດ ໃນການພັດທະນາພື້ນຖານໂຄງລ່າງເຂດຊົນນະບົດຫ່າງໄກສອກຫຼີກ ໃຫ້ເຂົາເຈົ້າໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ຕັ້ງໜ້າປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ ເພື່ອແນໃສ່ປັບປຸງຍົກລະດັບຊີວິການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໃຫ້ມີໂສມໜ້າໃໝ່ ແລະ ເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ. ເພື່ອປັບປຸງສິ່ງທີ່ມີຢູ່ແລ້ວໃຫ້ສາມາດນຳໃຊ້ໄດ້ຢ່າງສະດວກ ແລະ ວາງແຜນພັດທະນາອັນໃໝ່ ເພື່ອຮັບໃຊ້ການຜະລິດ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະແມ່ນບັນດາເສັ້ນທາງ, ໄຟຟ້າ, ຊົນລະປະທານ, ສຸກສາລາ, ໂຮງຮຽນ ແລະ ອື່ນໆ. ສະຫາຍ ພົນຈັດຕະວາ ສົມພົງ ແພງປັນຍາ ໄດ້ໃຫ້ທິດຊີ້ນໍາຢ່າງລະອຽດກ່ຽວກັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ເຂດຈຸດສຸມພາຍໃນເມືອງປາກທາ ແລະ ອໍານາດການປົກຄອງພາຍໃນຈຸດສຸມກຸ່ມບ້ານຕ່າງໆ ໂດຍສະເພາະການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດຕາມເນື້ອໃນເປັນຕົ້ນ: ແນວທາງການເມືອງ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນບ້ານ, ແນວທາງການພັດທະນາເສດຖະກິດ-ສັງຄົມຂອງບ້ານ ແລະ ແນວທາງການພົວພັນຮ່ວມມື, ຄວາມສາມັກຄີປອງດອງ, ການຊ່ວຍເຫຼືອພາຍໃນ, ພາຍນອກ. ທັງນີ້ກໍ່ເພື່ອເຮັດໃຫ້ປະຊາຊົນມີການຫັນປ່ຽນທັດສະນະແນວຄິດຮີດເກົ່າຄອງເດີມໃນການດໍາລົງຊີວິດໃຫ້ມີແນວຄວາມຄິດຫັນປ່ຽນຢ່າງຕັ້ງໜ້າໃນການປັບຕົວເຂົ້າໃນການຊຸກຍູ້ສົ່ງເສີມຂອງ ພັກ-ລັດ ທີ່ໄດ້ເອົາໃຈໃສ່ໃນການລົງທຶນ ເຂົ້າໃນການພັດທະນາວຽກງານພື້ນຖານໂຄງລ່າງ ເພື່ອສ້າງຄວາມສະດວກສະບາຍໃຫ້ກັບພໍ່ແມ່ປະຊາຊົນບັນດາເຜົ່າໃນເຂດຈຸດສຸມ ໃນການພັດທະນາຊີວິດການເປັນຢູ່ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກຕາມເນື້ອໃນຈິດໃຈ ແລະ ຄວາມມຸ້ງປະສົ່ງຂອງ ພັກ-ລັດ. ໂດຍ: ພາກ ສຸທິປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ