ກອງບັນຊາການທະຫານແຂວງຫຼວງພະບາງ ເປີດເຝິກອົບຮົມໄລຍະສັ້ນ ວຽກງານສູນບັນຊາ ແລະ ວຽກງານການກຽມພ້ອມສູ້ຮົບ
ເວລາອອກຂ່າວ: 2025-09-10 15:54:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 7315 | ຄວາມນິຍົມ: ![]()
ພິທີ ເປີດເຝິກອົບຮົມ ວຽກງານສູນບັນຊາ ແລະ ວຽກງານການກຽມພ້ອມສູ້ຮົບ ຂອງກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2025 ນີ້, ທີ່ຫ້ອງປະຊຸມ ກອງບັນຊາການທະຫານແຂວງ, ໂດຍກາານເປັນປະທານຮ່ວມ ຂອງສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ແລະ ສະຫາຍ ພັນເອກ ທອງລາ ໄຊຍະວົງສັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະແນກການກ່ຽວຂ້ອງ ແລະ ພະນັກງານຫຼັກແຫຼ່ງຈາກບັນດາກົມກອງທົ່ວກອງບັນຊາການທະຫານແຂວງເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນເອກ ຄໍາສອນ ໂພທິວັນ ຮອງຫົວໜ້າກອງບັນຊາການ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ ໄດ້ໃຫ້ຮູ້ວ່າ: ການເຝິກອົບຮົມໃນຄັ້ງນີ້ ຈະໄດ້ເຊື່ອມຊຶມເອກກະສານ 12 ບົດ ໃນນັ້ນ, ປະກອບມີ: ວິຊາ ການຄົ້ນຄວ້າສະພາບການຂອງໂລກ-ພາກພື້ນ ແລະ ວຽກງານເສນາທິການສູ້ຮົບ, ວຽກງານກຽມພ້ອມສູ້ຮົບຂອງກອງທັບ (ສະບັບປັບປຸງ), ວຽກງານຈັດຕັ້ງຂອງສູນບັນຊາ, ລະບົບ ແລະ ອົງປະກອບ ຂອງສູນບັນຊາ, ການບັນທຶກ ແລະ ການລາຍງານຂອງລະບົບປະຈໍາການ, ສິດໜ້າທີ່ຂອງສິດປະຈໍາການ, ການຄົ້ນຄວ້າກໍລະນີເຫດການທີ່ເກີດຂຶ້ນ ຫຼື ອາດຈະເກີດຂຶ້ນ, ວິຊາ ການສ້າງແຜນຮ່າງ, ແຜນທີ່ໃນຄອມພິວເຕີ ແລະ ຮັບປະກັນແຜນທີ່, ການເອກະພາບສອງຫົວໜ້າກັບຄະນະເລຂາ, ຄະນະພັກ ກັບ ການນໍາພາກລັດ, ວຽກງານການຮັບປະກັນໃນສູນບັນຊາ, ລະບົບຄອມພິວເຕີ, ວິດີໂອທາງໄກ ແລະ ວິຊາ ການນໍາໃຊ້ລະບົບໄອທີ (IT). ພ້ອມນັ້ນ, ຈະໄດ້ຮັບຟັງການຜ່ານບົດສະຫຼຸບ ເຄື່ອນໄຫວວຽກງານເຮັດໃຫ້ສະພາບມີຄວາມສະຫງົບ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ຕື່ມອີກ. ການອົບຮົມຈະດໍາເນີນໄປເປັນເວລາ 3 ວັນຈຶ່ງຈະສໍາເລັດ.
ຈຸດປະສົງ ເພື່ອແນໃສ່ເຮັດໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ທີ່ເຮັດວຽກງານສູນບັນຊາ ແລະວຽກງານກຽມພ້ອມສູ້ຮົບ ກໍາໄດ້ທິດສະດີ, ຫຼັກການລວມ, ມີຄວາມເປັນເອກະພາບ ໃນການນໍາໃຊ້ເຄື່ອງຈັກທັນສະໄໝ, ລະບົບກົນໄກການບັນຊາ, ຮັບປະກັນໃນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ໄດ້ຮັບປະສິດທິຜົນສູງ, ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນສະເພາະໜ້າ ແລະ ຍາວນານ.
ຂ່າວ: ທອງລິດ ແກ້ວທຸມມາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















