ຮອງຫົວໜ້າກົມມາດຕະຖານ ມອບເຄື່ອງ ໃຫ້ໂຮງງານມິດຕະພາບ ລາວ-ຫວຽດນາມ
ເວລາອອກຂ່າວ: 2025-09-11 09:08:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5026 | ຄວາມນິຍົມ: ![]()
ວັນທີ 3 ກັນຍາ 2025, ສະຫາຍ ພັນເອກ ຄຳສົດ ລາດສະພົງ ຮອງຫົວໜ້າກົມມາດຕະຖານ ກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງອຸປະກອນວັດແທກ, ກວດກາຄຸນນະພາບລົດການທະຫານ ໄປມອບໃຫ້ໂຮງງານມິດຕະພາບ ລາວ-ຫວຽດນາມ, ໂດຍການກ່າວຮັບຂອງ ສະຫາຍ ພັນເອກ ບຸນໄທ ກອງປັນຍາ ຫົວໜ້າອຳນວຍການໂຮງງານມິດຕະພາບ ລາວ-ຫວຽດນາມ ພ້ອມດ້ວຍຄະນະ.
ຈຸດປະສົງໃນການມອບເຄື່ອງວັດແທກ, ກວດກາຄຸນນະພາບລົດການທະຫານ ຄັ້ງນີ້, ກໍເພືອເປັນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານເຕັກນິກການທະ ຫານ ໃຫ້ມີຄວາມທັນສະໄໝ ສະດວກສະບາຍຂຶ້ນຕື່ມ ແລະ ເປັນການເພີ່ມປະສິດທິພາບໃນການກວດກາພາຫະນະຕ່າງໆ ຮັບປະ ກັນໃຫ້ແກ່ ກົມກອງເຄືອນໄຫວປະຕິບັດໜ້າທີ່ຕົວຈິງໃນທຸກກໍລະນີທີ່ຈະເກີດຂຶ້ນໃຫ້ທັນເວລາ ແລະ
ມີຄຸນນະພາບສູງ; ສຳລັບເຄື່ອງອຸປະກອນທີ່ນຳມາມອບໃນຄັ້ງນີ້ ປະກອບມີ ເຄື່ອງວິເຄາະບັນຫາພາຫະນະລົດ (Lenovo Scan-Mucar BT200) ຈຳນວນ 1 ເຄື່ອງ, ເຄື່ອງວັດແທກຄວາມດັນຫ້ອງສູບຈັກແອັດຊັງ ຈຳນວນ 1 ຊຸດ; ເຄື່ອງວັດແທກຄວາມດັນຫ້ອງສູບຈັກກາຊວນ ຈຳນວນ 1 ຊຸດ, ເຄື່ອງວັດແທກຮອບປີ່ນ ຈຳນວນ 1 ເຄື່ອງ, ເຄື່ອງວັດແທກໄຟຟ້າ (ມິເຕີ) ຈຳນວນ 1 ເຄື່ອງ ແລະ ປື້ມຄູມືການນຳໃຊ້ອຸປະກອນດັ່ງກ່າວ. ສະຫາຍ ພັນເອກ ບຸນໄທ ກອງປັນຍາ ຕາງໜ້າໃຫ້ຄະນະພັກ-ຄະນະອຳນວຍການ ໂຮງງານ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງກົມມາດຕະຖານ ກໍຄື ການນຳຂັ້ນເທີງ ທີ່ເຫັນໄດ້ຄວາມສຳຄັນ ແລະ ຄວາມຈຳເປັນຂອງວຽກງານສ້ອມແປງພາຫານະເຕັກນິກການທະຫານ ໃຫ້ມີຄວາມທັນສະໄໝ ແລະ ກ້າວໜ້າຂຶ້ນຕື່ມ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເຄື່ອງດັ່ງກ່າວນີ້ ນຳໃຊ້ເຂົ້າໃນວຽກງານສ້ອມແປງໃຫ້ມີປະສິດທິຜົນສູງ ແລະ ເກີດປະໂຫຍດສູງສຸດ.
ໂດຍ: ໂຊກໄຊ ວໍລະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















