ໂຮງຮຽນທິດສະດີການເມືອງກອງທັບ ມີຄວາມພ້ອມຮອບດ້ານ ໃນການຮຽນ-ການສອນ
ເວລາອອກຂ່າວ: 2025-09-11 09:26:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5296 | ຄວາມນິຍົມ: ![]()
ໂຮງຮຽນທິດສະດີການເມືອງກອງທັບ ແມ່ນສະຖາບັນການສຶກສາໜຶ່ງທີ່ເປັນເສນາທິການກ່ຽວກັບການກໍ່ສ້າງ ແລະ ບຳລຸງນາຍທະຫານການເມືອງທົ່ວກອງທັບເປັນເບົ້າຫຼໍ່ທາງດ້ານການເມືອງ-ແນວຄິດ ໃຫ້ແກ່ນາຍທະຫານຂອງກອງທັບປະຊາຊົນລາວ ໃຫ້ກາຍເປັນອາວຸດອັນແຫຼມຄົມຂອງກອງທັບ ມີ
ໜ້າທີ່ຄົ້ນຄວ້າວິທະຍາສາດ ການເມືອງ-ການທະຫານ ຕາມຂອບເຂດຮັບຜິດຊອບ, ອົບຮົມ-ບຳລຸງຍົກລະດັບທິດສະດີ ແລະ ກໍ່ສ້າງນາຍທະຫານການເມືອງ (ພະນັກງານນຳພາໃນກອງທັບ) ເພື່ອນຳພາເຄື່ອນໄຫວວຽກງານພັກ-ວຽກງານການເມືອງ ຢູ່ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນໃນທົ່ວກອງທັບ.
ສະຫາຍ ພັນເອກ ປອ ທິມສາວ ດວງຈຳປາ ຫົວໜ້າການເມືອງໂຮງຮຽນທິດສະດີການເມືອງກອງທັບ ໄດ້ໃຫ້ສຳພາດວ່າ: ເພື່ອເປັນການກະກຽມຄວາມພ້ອມເປີດສົກຮຽນໃໝ່ 2025-2026, ຄະນະພັກ-ຄະນະອຳນວຍການ ໄດ້ສຸມໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ, ປັບປຸງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຖັນແຖວພະນັກງານ, ສະມາຊິກພັກ, ນັກຮົບ ໂດຍສະເພາະ ຖັນແຖວຄູ-ອາຈານມີຈິດໃຈເບີກບານມ່ວນຊື່ນກະກຽມຂຶ້ນຫ້ອງສິດສອນໃນສົກຮຽນໃໝ່ ພ້ອມນີ້, ຍັງໄດ້ຈັດກອງປະຊຸມຄົ້ນຄວ້າວິທະຍາສາດຂຶ້ນ ເພື່ອປັບປຸງໂຄງ
ການຫຼັກສູດການຮຽນ-ການສອນ ໃຫ້ແຕ່ລະເປົ້າໝາຍ, ຄົ້ນຄວ້າຫົວຂໍ້ບົດວິຊາຮຽນຂັ້ນປະລິນຍາຕີ, ເອກະພາບໂຄງຮ່າງບົດສອນ ແລະ ບົດສົນທະນາ;
ສຳລັບຖັນແຖວຄູ-ອາຈານ ໄດ້ເປັນເຈົ້າການກະກຽມປື້ມຕຳລາ, ເອກະສານຄົ້ນຄວ້າ ເພື່ອແຕ່ງບົດສອນ, ຂຶ້ນຫ້ອງສອນທົດລອງຮັບປະກັນເນື້ອໃນລະອຽດ; ກະກຽມວຽກງານຮັບປະກັນພາຫະນະເຕັກນິກ, ວັດຖຸອຸປະກອນຮັບໃຊ້ການຮຽນ-ການສອນ, ປັບປຸງລະບົບເຮືອນນອນ, ຫ້ອງຮຽນ, ເຮືອນຄົວ, ເຮືອນກິນເຂົ້າລວມ. ນອກນີ້, ໄດ້ຈັດຕັ້ງຂະບວນການອະນາໄມສະຖານທີ່ຄ້າຍຄູ ຕາມຂອບເຂດຮັບຜິດຊອບຂອງແຕ່ລະພາກສ່ວນສະອາດຈົບງາມ, ນີ້ຖືວ່າເປັນຜົນ
ງານລວມໝູ່ຂອງພະນັກງານ- ນັກຮົບທຸກສະຫາຍ ທີ່ໄດ້ປະກອບສ່ວນຮັບໃຊ້ໜ້າທີ່ການຮຽນ-ການສອນ ເພື່ອກຽມຄວາມພ້ອມໃຫ້ການເປີດສົກຮຽນໃໝ່ 2025-2026 ມີຜົນສຳເລັດຢ່າງຈົບງາມ. ສຳລັບນັກສຶກສາທີ່ເຂົ້າມາອົບຮົມບຳລຸງ-ກໍ່ສ້າງ ປະຈຳສົກຮຽນ 2025-2026 ຈຳນວນທັງໝົດ 298 ສະຫາຍ ມີ 13 ເປົ້າໝາຍ ໃນນີ້, 2 ເປົ້າໝາຍແມ່ນນັກສຶກສາເກົ່າ, 11 ເປົ້າໝາຍແມ່ນນັກສຶກສາເຂົ້າໃໝ່.
ສະຫາຍ ພັນເອກ ທອງວັນ ນັນທະວົງ ຫົວໜ້າຄະນະວິຊາຄູການເມືອງ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ໃຫ້ຮູ້ວ່າ: ເພື່ອຮັບປະກັນໃຫ້ໜ້າທີ່ການສິດສອນ ຂອງຄູ-ອາຈານທົ່ວໂຮງຮຽນທິດສະດີການເມືອງກອງທັບ ໃຫ້ມີຜົນສຳເລັດດ້ວຍຄຸນນະພາບສູງນັ້ນ, ສຳລັບຄູ-ອາຈານໄດ້ເອົາໃຈໃສ່ຄົ້ນຄວ້າຊອກຮູ້ຮໍ່າຮຽນ, ແຕ່ງບົດສອນຂຶ້ນຫ້ອງ ຮັບປະກັນເນື້ອໃນສອດຄ່ອງກັບໂຄງ
ການຫຼັກສູດ, ສຸມທຸກຄວາມພະຍາຍາມຖ່າຍຖອດຄວາມຮູ້, ຄວາມສາມາດດ້ານທິດສະດີ, ຫຼັກການ ແລະ ສົມທຽບບົດຮຽນພຶດຕິກຳຕົວຈິງ ຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ນັກສຶກສາຮັບຮູ້ເປັນລະບົບ.
ສັງລວມແລ້ວ, ການເປີດສົກຮຽນໃໝ່ຄັ້ງນີ້ ຂອງໂຮງຮຽນທິດສະດີການເມືອງກອງທັບ ໄດ້ສະແດງໃຫ້ເຫັນເຖິງຄວາມພ້ອມທຸກດ້ານຂອງຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກສຶກສາ, ສະນັ້ນ ສົກຮຽນໃໝ່ 2025-2026 ຈະເປັນອີກກ້າວໜຶ່ງທີ່ມີຄວາມໝາຍສຳຄັນ ໃນການກໍ່ສ້າງນາຍທະຫານການເມືອງ (ພະນັກງານນຳພາໃນກອງທັບ) ໃຫ້ແກ່ນາຍທະຫານຂອງກອງທັບປະຊາຊົນລາວ ໃຫ້ກາຍເປັນອາວຸດອັນແຫຼມຄົມຂອງກອງທັບ ເພື່ອພ້ອມກັນສ້າງເປັນພະນັກງານຮຸ້ນສືບທອດຂອງກອງທັບໃນອະນາຄົດ.
ໂດຍ: ຄຳອ້າຍ ທອງວັນ (ວິທະຍຸກອງທັບ)
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















