ຫົວໜ້າການເມືອງ ວປກ ພົບປະໂອ້ລົມພະນັກງານ-ຄູອາຈານ ທີ່ຮຽນຈົບ ແລະ ກະກຽມໄປບໍາລຸງ-ກໍ່ສ້າງ ຢູ່ພາຍໃນ ແລະ ຕ່າງປະເທດ
ເວລາອອກຂ່າວ: 2025-09-11 15:26:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 7564 | ຄວາມນິຍົມ: ![]()
ວັນທີ 10 ກັນຍາ 2025 ນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ໂອ້ລົມພະນັກງານ-ຄູອາຈານທີ່ຮຽນຈົບ ແລະ ກະກຽມໄປຮຽນ ບໍາລຸງ - ກໍ່ສ້າງ ຢູ່ບັນດາວິທະຍາຄານ, ໂຮງຮຽນຢູ່ພາຍໃນ ແລະ ຕ່າງປະເທດ, ມີຄະນະພັກ - ຄະນະບັນຊາ 39 ຫົວໜ່ວຍ, ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານ ທີ່ຮຽນຈົບສົກຮຽນ 2024 - 2025 ແລະ ພະນັກງານທີ່ກະກຽມໄປບໍາລຸງ-ກໍ່ສ້າງ ເຂົ້າຮ່ວມ. ສະຫາຍ ພັນໂທ ຈັນດາ ໄຊຈະເລີນ ຮອງຫົວໜ້າກົມການເມືອງ ວປກ ໄດ້ຂຶ້ນຜ່ານເອກະສານໜັງສືນຳສົ່ງ ພະນັກງານ ທີ່ຮຽນຈົບຈາກບັນດາວິທະຍາຄານ, ໂຮງຮຽນຂອງກອງທັບຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອປະກອບເຂົ້າເຮັດວຽກຢູ່ບັນດາກົມກອງ ທີ່ຂຶ້ນກັບວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈໍານວນ 62 ສະຫາຍ. ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ເນັ້ນໜັກໃຫ້ພະນັກງານທີ່ຮຽນຈົບ, ພະນັກງານທີ່ກະກຽມໄປຮຽນຢູ່ພາຍໃນ ແລະ ຕ່າງປະເທດ, ເວົ້າສະເພາະພະນັກງານທີ່ຖືກຊັບຊ້ອນນໍາສົ່ງຢູ່ບັນດາກົມກອງຕ່າງໆ ພາຍໃນວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຕ້ອງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນກໍຄືກົມກອງ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ຮູ້ໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝ, ເຕັກນິກວິທະຍາສາດເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວົ້າລວມ, ເວົ້າສະເພາະກໍ່ຄືສ້າງກອງທັບປະຊາຊົນລາວໃຫ້ເຕີບໃຫຍ່ເຂັ້ມແຂງໜັກແໜ້ນ, ປັບປຸງກໍ່ສ້າງວິທະຍາຄານ ໃຫ້ສົມເປັນສະຖາບັນການສຶກສາສູງສຸດຂອງກອງທັບ ທີ່ກໍ່ສ້າງນາຍທະຫານຂັ້ນສູງປະກອບໃຫ້ກອງທັບປະຊາຊົນລາວ. ນອກຈາກນັ້ນຍັງໄດ້ເນັ້ນໜັກໃຫ້ພະນັກງານ-ຄູອາຈານ ເປັນເຈົ້າການຍາດແຍ່ງເອົາບົດຮຽນທີ່ຄູອາຈານຕ່າງປະເທດຖ່າຍຖອດໃຫ້ໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີປະສິດທິຜົນສູງ, ດຸໝັ່ນຄົ້ນຄວ້າຮ່ຳຮຽນ ເພື່ອຍົກລະດັບຄວາມຮູ້ຄວາມສາມາດຢ່າງບໍ່ຢຸດຢັ້ງ, ມີຄວາມອົດທົນຜ່ານຜ່າອຸປະສັກນາໆປະການ ເຮັດສຳເລັດທຸກໜ້າທີ່, ສ້າງຕົນເອງໃຫ້ເປັນພະນັກງານທີ່ມີອຸດົມການ ມີຈຸດຢືນເປັນຫຼັກແຫຼ່ງ, ມີສະຕິຕໍ່ການຈັດຕັ້ງສູງ ປະຕິບັດລະບຽບວິໄນ, ຂໍ້ກຳນົດກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ຂອງກອງທັບໃຫ້ເຂັ້ມງວດ, ເປັນແບບຢ່າງທີ່ດີ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງສອດຄ່ອງກັບສະພາບການຕົວຈິງ, ວ່ອງໄວ, ກ້າຄິດ, ກ້າປະຕິບັດ ແລະ ກ້າຮັບຜິດຊອບ, ສ້າງຕົນເອງໃຫ້ມີແບບແຜນການດຳລົງຊິວິດທີ່ດີ, ພ້ອມກັນນຳເອົາບົດຮຽນທີ່ໄດ້ຮ່ຳຮຽນມາໝູນໃຊ້ໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງໜ້າທີ່ການເມືອງໃນໄລຍະໃໝ່, ເພື່ອພັດທະນາ ວິທະຍາ ຄານປ້ອງກັນຊາດ ໄກສອນ ພົມວິຫານ ໃຫ້ເຕີບໃຫຍ່ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ.
ໂດຍ: ເຂັງພອນ ແກ້ວຄໍາລຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















