ປະກາດການບົ່ງຕົວແຕ່ງຕັ້ງຄະນະໜ່ວຍສະຫະພັນແມ່ຍິງກອງພັນ 497
ເວລາອອກຂ່າວ: 2025-09-12 09:11:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5326 | ຄວາມນິຍົມ: ![]()
ພິທີປະກາດການບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍສະຫະພັນແມ່ຍີງ ກອງພັນ 409 ທີ່ຂຶ້ນກັບກອງພົນທີ 2 ໄດ້ຂຶ້ນໃນວັນທີ 3 ກັນຍາ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ນາງ ຄຳຜູ ພັນທະວົງ ຫົວໜ້າພະແນກສະຫະພັນແມ່ຍີງ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ ກອງພັນ, ກອງຮ້ອຍ, ຄະນະໜ່ວຍສະຫະພັນແມ່ຍີງ ແລະ ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ນາງ ແພງພອນ ໄຊຍະວົງ ຊ່ວຍວຽກພະແນກສະຫະພັນ-ແມ່ຍີງ ກອງພົນທີ 2 ໄດ້ຜ່ານຂໍ້ຕົກລົງ ຂອງພະແນກສະຫະພັນແມ່ຍີງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະໜ່ວຍສະຫະພັນແມ່ຍີງ ກອງພັນ 409 ໃນນີ້, ພະແນກສະຫະພັນແມ່ຍີງ ຕົກລົງ ບົງຕົວແຕ່ງຕັ້ງ ສະຫາຍ ຮ້ອຍເອກ ນາງ ບົວໄລ ປ້ອງວິລາ ເປັນເລຂາໜ່ວຍ, ຮ້ອຍເອກ ນາງ ນ້ອຍອຳພອນ ເງີນນຸວົງ ເປັນຮອງເລຂາໜ່ວຍ ແລະ ສິບໂທ ນາງ ຕຸ້ຍມາລີ ແກ້ວມາໄລ ເປັນອານຸກຳມະການໜ່ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















