ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 14 ພຶດສະພາ 2026

  

ກອງພົນທີ 4 ປະກາດການສຸລ່ວງ ໃຫ້ພະນັກງານພັກການ ລໍຖ້າຮັບເບ້ຍບໍານານ
ເວລາອອກຂ່າວ: 2025-09-12 09:15:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5392 | ຄວາມນິຍົມ:



ວັນ​ທີ 9 ກັນຍາ 2025 ນີ້, ກອງ​ພົນ​ທີ 4 ໄດ້​ຈັດ​ພິທີ​ປະກາດ​ການ​ລຸ​ລ່ວງ ໃຫ້​ພະນັກງານ​ພັກ​ການ​ລໍຖ້າ​ຮັບ​ເບ້ຍ​ບຳນານ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຈັນ​ທຸມມາ ນໍ​ອາມາດ ຮອງ​ຫົວໜ້າ​ການເມືອງ, ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ​ທີ 4, ມີ​ຄະນະ​ຫ້ອງ, ອົງການ, ພະແນກການທີ່​ກ່ຽວຂ້ອງ ແລະ ພະນັກງານ ຜູ້​ທີ່​ມີ​ລາຍ​ຊື່​ພັກ​ການ​ລໍຖ້າ​ຮັບ​ເບຍ​ບຳນານ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ແສງ​ທອງ ສີ​ທະ​ວົງ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ​ທີ 4 ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ ຂອງ​ກອງ​ພົນທະຫານ​ຮາບ​ທີ 4 ວ່າ​ດ້ວຍ​ການ​ອະນຸມັດ ໃຫ້​ນາຍ​ທະຫານ​ພັກ​ການ ລໍຖ້າ​ຮັບ​ເບ້ຍ​ບຳນານ ຈຳນວນ 26 ສະຫາຍ ຄື: ສະຫາຍ ພັນ​ໂທ ສົມ​ພອນ ຈັນທະ​ວີ​ສິນ ຮອງ​ພະ​ແນກ​ແຜນທີ່ຫ້ອງ​ເສນາ, ສະຫາຍ ພັນ​ໂທ ຄຳ​ຟອງ ຈູມ​ມະນີ​ວົງ ຊ່ວຍ​ວຽກ​ພະ​ແນກ​ສູ້​ຮົບ ຫ້ອງ​ເສນາ, ສະຫາຍ ພັນ​ໂທ ສີ​ສຸບັນ ໄຊ​ຍະ​ໂພ​ສີ ຮອງ​ພະ​ແນກ​ຕິ​ພິ ເສດຫ້ອງ​ເສນາ, ສະຫາຍ ພັນ​ໂທ ບຸນ​ເພັງ ສອນ​ໄຊ​ຍະ​ເດດ ຊ່ວຍ​ວຽກ​ພະ​ແນກ​ນະໂຍບາຍ ຫ້ອງ​ການເມືອງ, ສະຫາຍ ພັນ​ໂທ ຄຳ​ສຸກ ວົງ​ພະຈັນ ຫົວໜ້າ​ພະ​ແນກ​ຄຸ້ມ​ຄອງ​ລົດ ຫ້ອງ​ເຕັກນິກ, ສະຫາຍ ພັນ​ໂທ ສຸ​ກັນ ສີ​ລາ​ດວງ​ໃຈ ຫົວໜ້າ​ການເມືອງ ງໍ 20,. ສະຫາຍ ພັນ​ໂທ ບຸນ​ໜອມ ຈອມ​ພະ​ອິນ ຫົວໜ້າ​ການເມືອງ ງໍ214, ສະຫາຍ ພັນ​ໂທ ສີ​ຊະນະ ວິ​ພູ​ວັນ ຫົວໜ້າ​ຂະແໜງ ປ.ອ. ກ/ພນສນ ຈໍ402. ສະຫາຍ ພັນ​ໂທ ສົມ​ສະໝອນ ສິງ​ພະຈັນ ຫົວໜ້າ​ການເມືອງ ຄໍ 154, ສະຫາຍ ພັນ​ໂທ ນາງ ແສງ​ເພັດ ຕາດ​ເວີນ​ຄຳ ອຸປະໂພກ-ບໍລິໂພກ ຫ້ອງການ ຊໍ4, ສະຫາຍ ພັນ​ໂທ ພົມມາ ໄຊ​ຍະ​ຈັກ ຫົວໜ້າ​ການເມືອງ ຄໍ305, ສະຫາຍ ພັນ​ຕີ ຈັນ​ໄທ ໄຊ​ມະຫາ​ເທບ ຊ່ວຍ​ວຽກ​ພະ​ແນກ​ອົບຮົມ ຫ້ອງ​ເສນາ, ສະຫາຍ ພັນ​ຕີ ສົມ​ສັກ ໄຊ​ຍະ​ສານ ຊ່ວຍ​ວຽກ​ຂະແໜງ​ຮາກ​ຖານ ພະແນກການ​ເມືອງ ຈໍ 401, ສະຫາຍ ພັນ​ຕີ ວຽງ​ສະໄໝ ປະທຸມ​ທອງ ຫົວໜ້າ​ການເມືອງ ຄໍ1/ງໍ123/ຈໍ401, ສະຫາຍ ພັນ​ຕີ ສົມ​ສັກ ໂສມ​ເມືອງ ຫົວໜ້າ​ຂະແໜງ​ຈັດ​ຕັ້ງ​ພັກ ພະແນກການ​ເມືອງ ຈໍ 402, ສະຫາຍ ພັນ​ຕີ ບຸນ​ຍົມ ແກ້ວ​ບົວ​ພັນ ຮອງຄໍ2 ຮັບຜິດຊອບ​ວຽກ​ງານ​ເຕັກນິກ-ສື່ສານ ງໍ227, ສະຫາຍ ພັນ​ຕີ ສີວິໄລ ພົມ​ມະ​ຂຽນ ແພດ​ປະຈຳ ງໍ227, ສະຫາຍ ພັນ​ຕີ ຄຳ​ສີ ບາງ​ພະຈັນ ຫົວໜ້າ​ການເມືອງ ຄໍ3/ງໍ426, ສະຫາຍ. ພັນ​ຕີ ບຸນ​ໂນ ສີ​ສະຫວາດ ຫົວໜ້າ​ໝວດ1/ຄໍ2/ງໍ426, ສະຫາຍ ພັນ​ຕີ ນາງ ຈັນທະ​ວົງ ມົງ​ມະ​ກົດ ປຸງ​ແຕ່ງ ງໍ465, ສະຫາຍ ພັນ​ຕີ ນາງ ພອນ​ວິໄລ ໄຊ​ຍະ​ສັກ ແພດ​ປະຈຳ​ກອງ ງໍ634, ສະຫາຍ ພັນ​ຕີ ພູ​ຂົງ ໄຊ​ຍະ​ຄຳ​ເຜີຍ ຮອງ​ຫົວໜ້າ​ການ​ທະຫານ ຄໍ305, ສະຫາຍ ພັນ​ຕີ ຄຳ​ມູນ ວິລະ​ສິງ ຂັບ​ລົດ ຄໍ305, ສະຫາຍ ຮ້ອຍ​ເອກ ແກ້ວນົນ​ທະ​ຈັກ ຫົວໜ້າ​ໝວດ1/ຄໍ1/ງໍ227, ສະຫາຍ ຮ້ອຍ​ເອກ ບຸນ​ລ້ຽງ ເກດ​ນຸ​ວົງ ຫົວໜ້າ​ໝວດ1/ຄໍ1/ງໍ465, ສະຫາຍ ຮ້ອຍ​ເອກ ບົວ​ເຟືອງ ວົງສະຫວັນ ຫົວໜ້າ​ໝວດ 2/ຄໍ173. ໂດຍ: ບົວ​ຄຳ ທອງ​ລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ