ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ປະກາດການແຕ່ງຕັ້ງຜູ້ຈັດການທີມ, ຄູເຝິກ,ແພດ ແລະ ອະນຸກຳມະການຮັບຜິດຊອບຫັດແອບກິລາ ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2025-09-12 09:17:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 6214 | ຄວາມນິຍົມ:



ວັນ​ທີ 11 ກັນຍາ 2025 ນີ້, ທີ່ ກອງ​ກິລາ​ກອງທັບ ໄດ້​ປະກາດ​ການ​ແຕ່ງຕັ້ງ ຜູ້​ຈັດການ​ທີມ, ຄູ​ເຝິກ, ແພດ ແລະ ອະນຸ​ກຳມະການ ຮັບຜິດຊອບ​ຫັດ​ແອບ​ກິລາກະຊວງ​ປ້ອງ​ກັນ​ປະເທດ ກະກຽມເຂົ້າ​ຮ່ວມ​ແຂ່ງຂັນ ງານ​ມະ​ຫະ​ກຳ​ ກິລາ​ແຫ່ງ​ຊາດ ຄັ້ງ​ທີ XII ທ້າຍ​ປີ 2025 ທີ່​ນະຄອນຫຼວງ​ວຽງ​ຈັນ ເປັນ​ເຈົ້າພາບ, ໂດຍ​ການ​ປັນ​ປະທານຂອງ​ ສະຫາຍ ພັນ​ເອກ ແສງ​ອຳພອນ ພູມີ​ເງີນ ຮອງ​ຫົວ ໜ້າ​ກົມ​ອົບຮົມ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ ພ້ອມ​ດ້ວຍ​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ ແລະ ນັກ​ກິລາ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ໄພ​ວັນ ດວງ​ດີ ຮັກສາ​ການ​ຫົວໜ້າ​ພະ​ແນກ​ກິລາ​ກາຍາ​ກຳ ກົມ​ອົບຮົມ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ຜ່ານ​ຂໍ້​ຕົກລົງ ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ການ​ແຕ່ງຕັ້ງ ຜູ້​ຈັດການ​ທີມ, ຄູ​ເຝິກ, ແພດ ແລະ ອະນຸ​ກຳມະການ ຮັບຜິດຊອບ​ຫັດ​ແອບ​ກິລາ ກະຊວງ​ປ້ອງ​ກັນ​ປະເທດ ເຂົ້າ​ຮ່ວມ​ແຂ່ງຂັນ ງານ​ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XII ທ້າຍ​ປີ 2025 ທີ່​ນະຄອນຫຼວງ​ວຽງ​ຈັນ ເຈົ້າພາບ. ອີງ​ຕາມແຜນການ​ກະກຽມ​ກິລາ ກະຊວງ​ປ້ອງ​ກັນ​ປະເທດ ເຂົ້າ​ຮ່ວມ​ແຂ່ງຂັນ​ງານ​ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XII ທີ່ ນະຄອນຫຼວງ​ວຽງ​ຈັນ ເປັນ​ເຈົ້າພາບ, ອີງ​ຕາມ ແຜນການ​ຫັດ​ແອບ, ເຝິກຊ້ອມປະເພດ​ກິລາ​ຕ່າງໆທີ່​ຈະ​ເຂົ້າ​ຮ່ວມ​ແຂ່ງຂັນ ງານ​ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XII ທີ່​ນະຄອນຫຼວງ​ວຽງ​ຈັນ ເຈົ້າພາບ ລະຫວ່າງ​ວັນ​ທີ 15-25 ພະຈິກ 2025. ໃນ​ນີ້, ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ຕົກລົງ​ແຕ່​ຕັ້ງ​ຈັດການ​ທີມ, ຄູ​ເຝິກ ຈຳນວນ 23 ປະເພດ​ກິລາ. ພ້ອມ​ດຽວ​ກັນ​ນີ້, ຍັງ​ໄດ້​ຜ່ານ​ບົດ​ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ນັກ​ກິລາ, ຄູ​ເຝິກ ແລະ ຜູ້​ຈັດການ​ພິມ ໃນ​ໄລຍະ 1 ເດືອນ​ຜ່ານ​ມາ ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ