ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 19 ເມສາ 2026

  

ກອງ​ພົນ​ທີ 3 ມອບ​ເງິນ​ນະໂຍບາຍ​ຊົດ​ເຊີຍ ໃຫ້​ນາຍ​ທະຫານ​ພັກ​ການ ​ຮັບ​ບຳນານ
ເວລາອອກຂ່າວ: 2025-09-12 09:19:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5215 | ຄວາມນິຍົມ:



ວັນ​ທີ 2 ກັນຍາ 2025 ນີ້, ກອງ​ພົນ​ທີ 3 ໄດ້​ຈັດ​ພິທີ​ມອບ​ເງິນ​ນະໂຍບາຍ​ຊົດ​ເຊີຍ ໃຫ້​ນາຍ​ທະຫານ​ພັກ​ການ​ຮັບ​ບຳນານ, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພົນ​ຈັດຕະວາ ສາຍທອງ ປີ​ຊາ​ຈັນ ຫົວໜ້າ​ການເມືອງ ກອງ​ພົນ​ທີ 3, ມີ​ພະແນກການ​ທີ່​ກ່ຽວຂ້ອງ ພ້ອມ​ດ້ວຍ​ນາຍ​ທະຫານ​ຜູ້​ທີ່​ພັກ​ການ​ຮັບ​ບຳນານ ເຂົ້າ​ຮ່ວມ. ການ​ມອບ​ເງິນ​ໃຫ້​ບັນດາ​ສະຫາຍ​ທີ່​ພັກ​ການ​ຮັບ​ບຳນານ ໃນ​ຄັ້ງ​ນີ້ ເປັນ​ເງິນ​ນະໂຍບາຍ​ຊົດ​ເຊີຍ​ພັກ​ການ​ຮັບ​ບຳນານ 10% ມີ 1 ສະຫາຍ ແລະ 5% ມີ 15 ສະຫາຍ. ໂອກາດ​ນີ້ ສະຫາຍ ພົນ​ຈັດຕະວາ ສາຍທອງ ປີ​ຊາ​ຈັນ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ຕໍ່​ຜົນງານ​ທີ່​ບັນດາ​ສະຫາຍ ໄດ້​ປະກອບສ່ວນ​ເຫື່ອແຮງ, ສະຕິ​ປັນຍາ ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ກໍ​ຄື ການ​ປັບປຸງ​ກໍ່ສ້າງ​ກົມ​ກອງ​ຕະຫຼອດ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ບັນດາ​ສະຫາຍ ນຳ​ເອົາ​ເງິນ​ຈຳນວນ​ດັ່ງກ່າວ​ນີ້ ໄປ​ໝູນ​ໃຊ້​ເຂົ້າ​ໃນ​ການ​ສ້າງສາ​ເສດຖະກິດ​ຄອບຄົວ​ຂອງ​ຕົນ​ໃຫ້​ມີ​ຄວາມ​ຈະເລີນ​ກ້າວໜ້າ, ມີ​ຊີວິດ​ການ​ເປັນ​ຢູ່​ດີ​ຂຶ້ນ​ກວ່າ​ເກົ່າ, ປະກອບສ່ວນ​ເຂົ້າ​ໃນ​ທຸກ​ຂົງເຂດ​ວຽກ​ງານ​ຕາມ​ການ​ມອບ​ໝາຍ​ຂອງ​ອົງການ​ປົກຄອງ​ທ້ອງຖິ່ນ, ເປັນ​ແບບຢ່າງ​ໃນ​ປະຕິບັດ​ກົດໝາຍ​ຂອງ​ລັດ, ເຄົາລົບ​ນັບຖື​ຮີດຄອງ​ປະເພນີ​ຂອງ​ບ້ານ​ເມືອງ, ເປັນ​ພົນລະເມືອງ​ດີ​ຂອງ​ສັງຄົມ ແລະ ເປັນ​ເຈົ້າ​ການ​ເຮັດ​ໜ້າທີ່​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ເຮັດ​ໃຫ້​ສະພາບ​ພາຍ​ໃນ​ທ້ອງຖິ່ນ ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ໂດຍ: ຄຳ​ຜຸຍ ສີວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ