ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ລົງເຄື່ອນໄຫວຢ້ຽມຢາມບໍລິສັດແຮ່ທາດ ແລະ ຫຼອມໂລຫະວຽງຈັນຈຳກັດຜູ້ດຽວ
ເວລາອອກຂ່າວ: 2019-08-22 08:42:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 453 | ຄວາມນິຍົມ:



ໃນວັນທີ 13 ສິງຫາ 2019 ຜ່ານມານີ້, ສະຫາຍ ພົນໂທ ສຸ ວອນ ເລືອງບຸນມີ ກຳມະການ ສູນກາງພັກ, ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ໄດ້ລົງເຄື່ອນໄຫວຢ້ຽມຢາມບໍລິ ສັດແຮ່ທາດ ແລະ ຫຼອມໂລຫະ ວຽງຈັນຈຳກັດ (ໂກເອກໂກ) ຢູ່ ເມືອງຜາໄຊ ແຂວງຊຽງຂວາງ ເຊິ່ງມີ ສະຫາຍ ຫງວຽນ ແອງແທ່ງ ຜູ້ອຳນວຍການບໍລິສັດດັ່ງກ່າວ ພ້ອມດ້ວຍຄະນະໃຫ້ການຕ້ອນ ຮັບ. ໂອກາດນີ້ ສະຫາຍ ຫງວຽນ ແອງແທ່ງ ໄດ້ລາຍງານສະພາບ ໂດຍຫຍໍ້ໃນການຈັດຕັ້ງປະຕິບັດ ໜ້າທີ່ວິຊາສະເພາະໃນໄລຍະທີ່ ຜ່ານມາ ໂດຍສະເພາະແມ່ນການ ສ້າງຕັ້ງບໍລິສັດແຕ່ປີ 2017 ແລະ ມາຮອດວັນທີ 5 ເດືອນ10 ປີ 2018 ແມ່ນສາມາດຜະລິດແປງ ມັນສາຄູໄດ້ຕາມແຜນການ. ໂຮງງານຂອງພວກເຮົາຕັ້ງຢູ່ ບ້ານນໍ້າສຽມ ເມືອງຜາໄຊ ແຂວງ ຊຽງຂວາງ, ມີເນື້ອທີ່ປູກມັນສາ ຄູທັງໝົດ 60 ເຮັກຕາ, ໃນນັ້ນນຳ ໃຊ້ສູດ 2+3 ເປັນຕົ້ນແມ່ນນຳ ເອົາແນວພັນໃຫ້ປະຊາຊົນຢູ່ເຂດ ບ້ານນໍ້າສຽມເປັນຜູ້ປູກ ແລະ ຮັບ ຊື້ນຳປະຊາຊົນໃນຈຳນວນ 1 ກິໂລ ຕໍ່ 500 ກີບ, ໃນນີ້ປະຊາຊົນມີ ສ່ວນຮ່ວມປູກໃຫ້ແກ່ໂຮງງານ ຈຳນວນ 100 ກວ່າຄອບຄົວ, ແລະ ເປັນໂຮງງານທີ່ຜະລິດແປງ ມັນສາຄູ ແລະ ຜະລິດເສັ້ນລ້ອນ, ມີໜ້າທີ່ຮ່ວມກໍ່ສ້າງກຸ່ມບ້ານນໍ້າ ສຽມພັດທະນາຮອບດ້ານ, ຕາມ ທິດນຳຂອງຂັ້ນເທິງ ໂດຍສະເພາະ ໂຮງງານຂອງພວກເຮົາສາມາດ ຜະລິດແປງມັນສາຄູໄດ້ 7 ໂຕນ ຕໍ່ມື້, ຜະລິດເສັ້ນລ້ອນໄດ້ 1 ໂຕນ ຕໍ່ມື້, ຜະລິດ ແລະ ຈຳໜ່າຍຢູ່ແຂວງ ໄຊສົມບູນ, ຊຽງຂວາງ, ນະຄອນ ຫຼວງວຽງຈັນ ແລະ ສົ່ງອອກໄປ ຈຳໜ່າຍຢູ່ ສສ ຫວຽດນາມ, ຈາກນັ້ນ ສະຫາຍ ພົນໂທ ສຸວອນ ເລືອງບຸນມີພ້ອມດ້ວຍຄະນະກໍໄດ້ລົງຢ້ຽມຢາມເບິ່ງຕົວຈິງໃນການ ຜະລິດ ແລະ ປຸງແຕ່ງມັນສາຄູ, ໂອກາດນີ້ ສະຫາຍ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດໄດ້ ພົບປະໂອ້ລົມ ແລະ ເນັ້ນໜັກມາຍັງ ຄະນະອຳນວຍການບໍລິສັດຈົ່ງສຶບຕໍ່ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ລາວ-ຫວຽດນາມ ແລະ ພ້ອມທັງຮຽກ ຮ້ອງໃຫ້ທັງບໍລິສັດຈົ່ງຊ່ວຍເຫຼືອ ແກ້ໄຂອຳນວຍຄວາມສະດວກໃຫ້ ແກ່ປະຊາຊົນຢູ່ເຂດດັ່ງກ່າວ ເປັນ ຕົ້ນຢູ່ບ້ານນໍ້າສຽມ ເມືອງຜາໄຊ ແຂວງຊຽງຂວາງ ໃນການສະ ໜອງແນວພັນພືດ ພ້ອມທັງຊອກ ວຽກເຮັດງານທຳໃຫ້ປະຊາຊົນ ຢູ່ເຂດດັ່ງກ່າວໃນການເຮັດກະສິ ກຳປູກຝັງ-ລ້ຽງສັດເພື່ອແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ໃຫ້ເຂົາເຈົ້າມີຊີ ວິດທີ່ດີຂຶ້ນ. ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ