ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ມັງກອນ 2025

  

ລມຕ ກະຊວງ ຖວທ ຢ້ຽມຢາມຄົນເຈັບຈາກອຸບັດຕິເຫດ ລົດເມທ່ອງທ່ຽວຕົກເຫວ
ເວລາອອກຂ່າວ: 2019-08-22 08:44:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 983 | ຄວາມນິຍົມ:



ໃນວັນ ທີ 21 ສິງຫາ 2019 ນີ້, ທ່ານ ສຈ. ປອ ບໍ່ແສງຄໍາ ວົງ ດາລາ ລັດຖະມົນຕີກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະໄດ້ ໄປຢ້ຽມຢາມຄົນເຈັບຈາກອຸ ບັດຕິເຫດລົດເມທ່ອງທ່ຽວຕົກ ເຫວຢູ່ເສັ້ນທາງກາສີ-ເມືອງ ນານໃນຕອນບ່າຍຂອງວັນທີ 19 ສິງຫາ 2019 ແລ້ວນີ້, ເຊິ່ງໄດ້ ເອົາມາປິ່ນປົວຢູ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ. ໃນວັນທີ 19 ສິງຫາ 2019 ໄດ້ເກີດເຫດລົດຮັບສົ່ງນັກທ່ອງ ທ່ຽວໄດ້ເກີດອຸບັດຕິເຫດຕົກເຫວ ຢູ່ເສັ້ນທາງກາສີ-ເມືອງນານ ແຂວງຫຼວງພະບາງ ເຊິ່ງໃນລົດ ມີຄົນສັນຊາດຈີນ ຈໍານວນ 44 ຄົນ ມີຜູ້ນຳທ່ຽວຄົນລາວ 1 ຄົນ ແລະ ຜູ້ຂັບລົດ1ຄົນ ລວມທັງ ໝົດມີ 46 ຄົນ ເຊິ່ງລົດ ໄດ້ປິ້ນ ຕົກເຫວຢູ່ເຂດບ້ານນາເມືອງ ໃກ້ຂົວນໍ້າງາວ ເສັ້ນທາງກາສີ-ເມືອງນານ ໃນນີ້ມີຜູ້ເສຍຊີວິດ ຈຳນວນ 13 ຄົນ, ປັດຈຸບັນໄດ້ນໍາ ສົ່ງຄົນເຈັບມາປິ່ນປົວຢູ່ໂຮງໝໍ ສູນກາງ 103 ກອງທັບ ຈຳນວນ 22 ຄົນໃນນັ້ນໄດ້ຮັບການປິ່ນ ປົວຢູ່ພະແນກກະດູກມີ 12 ຄົນ, ພະແນກຜົ້ງເອິກ ຈຳນວນ 6 ຄົນ, ຜົ້ງທ້ອງ 3 ຄົນ ແລະຢູ່ຫ້ອງມໍ ລະສຸມ( ICU ) ມີ 1 ຄົນ. ໃນການລົງມາຢ້ຽມຢາມຂອງ ທ່ານ ລັດຖະມົນຕີ ກະຊວງຖະແຫຼງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໃນຄັ້ງນີ້ເພື່ອເປັນການຕິດຕາມສະພາບການປິ່ນປົວ ແລະ ທັງເປັນການໃຫ້ກໍາລັງໃຈຜູ້ທີ່ໄດ້ ຮັບບາດເຈັບ ແລະ ຄອບຄົວຂອງຜູ້ທີ່ປະສົບອຸບັດຕິເຫດຄັ້ງນີ້. ໂດຍ ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ