ກອງບັນຊາການທະຫານ ແຂວງຫຼວງພະບາງ ມອບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024
ເວລາອອກຂ່າວ: 2025-10-09 15:52:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1213 | ຄວາມນິຍົມ: ![]()
ພິທີ ມອບ-ຮັບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024 ທົ່ວກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນວັນທີ 9 ຕຸລາ 2025 ນິ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດວາ ສີວິໄຊ ເພັງສັນຕິສຸກ ກໍາມະການຄະນະປະຈໍາພັກແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີສະຫາຍ ພັນເອກ ທອງລາ ໄຊຍະວົງສັກ ກໍາມະການຄະນະພັກແຂວງ, ຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ, ມີອົງການ 6 ຫ້ອງ, ພະນັກງານຫຼັກແຫຼ່ງກອງບັນຊາການທະຫານເມືອງ, ກອງພັນ, ກອງຮ້ອຍເອກະລາດ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ສົມໃຈ ສີສະຫວັດ ກໍາມະການຄະນະພັກກອງບັນຊາການ, ຮອງຫົວໜ້າຫ້ອງການເມືອງທະຫານແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024 ໃຫ້ຮູ້ວ່າ: ທົ່ວກອງບັນຊາການທະຫານແຂວງປະກອບມີ 9 ຄະນະພັກຮາກຖານ, ໜ່ວຍພັກເອກະລາດ 16 ໜ່ວຍພັກ, ມີ 38 ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ. ຕະຫຼອດໄລຍະຜ່ານມາ ຄະນະພັກກອງບັນຊາການທະຫານແຂວງ ໄດ້ເອົາໃຈໃສ່ຊີ້ນໍາ, ຊຸກຍູ້ ແລະ ຕິດຕາມກວດກາປະເມີນຜົນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເຮັດໃຫ້ຂະບວນການວຽກງານດັ່ງກ່າວດໍາເນີນໄປຢ່າງມີຜົນສໍາເລັດ. ສະແດງອອກປີ 2024 ຜ່ານມາຄະນະຮັບຜິດຊອບໄດ້ກວດກາປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຈຳນວນ 54 ໜ່ວຍພັກ ໄດ້ສັງລວມຜ່ານອານຸກໍາມະການສະພາຂັ້ນຕົ້ນ ແລະ ຄະນະພັກກອງບັນຊາການທະຫານແຂວງ ຄົ້ນຄວ້າພິຈາລະນາ ຢັ້ງຢືນເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຈໍານວນ 51 ໜ່ວຍພັກ ແລະນໍາສະເໜີຂັ້ນເທິງຮັບຮອງມີ 51 ໜ່ວຍພັກ, ມີສະມາຊິກພັກແຂງ 1.367 ສະຫາຍ, ຍິງ 194 ສະຫາຍກວມເອົາ 97,57% ຂອງສະມາຊິກພັກທັງໝົດ, ສະມາຊິກພັກກາງ 31 ສະຫາຍ, ຍິງ 2 ສະຫາຍ.
ໃນພິທີ ໄດ້ຜ່ານມະຕິຕົກລົງ ເລກທີ 251 ຂອງຄະນະປະຈໍພັກແຂວງຫຼວງພະບາງ, ວ່າດ້ວຍການຮັບຮອງເອົາໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024, ພ້ອມທັງມອບໃບຢັ້ງຢືນ ນາມມະຍົດໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ 51 ໜ່ວຍພັກຢ່າງສົມກຽດ.
ຂ່າວ: ສົມພອນ ສຸວັນທອນ; ພາບ: ທອງລິດ ແກ້ວທຸມມາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















