ບໍລິສັດ ລັດວິສາຫະກິດນ້ຳມັນເຊື້ອໄຟວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ 2025
ເວລາອອກຂ່າວ: 2025-10-10 09:05:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 807 | ຄວາມນິຍົມ: ![]()
ວັນທີ 10 ກັນຍາ 2025 ຜ່ານມານີ້, ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການປະຈຳ 6 ເດືອນທ້າຍປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ອາລີ ສີວົງໄຊ ຫົວໜ້າອຳນວຍການ ບໍລິສັດ ລັດວິສາຫະກິດນ້ຳມັນເຊື້ອໄຟວຽງຈັນ, ມີຄະນະພັກ-ຄະນະ
ອຳນວຍການ ພ້ອມດ້ວຍ ພະນັກງານພາຍໃນບໍລິສັດເຂົ້າຮ່ວມ.
ສະຫາຍ ວົງແກ້ວ ນະຫົງສາ ຮອງຫົວໜ້າອຳນວຍການບໍລິສັດລັດວິສາຫະ ກິດນໍ້າມັນເຊື້ອໄຟວຽງຈັນ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການປະຈຳ 6 ເດືອນ
ທ້າຍປີ 2025 ເຊິ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນຕໍ່ການຈັດຕັ້ງປະຕິບັດເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະ ໃນການສະໜອງການບໍລິການນ້ຳມັນເຊື້ອໄຟໃຫ້ກອງທັບ ແລະ ການສະໜອງນໍ້າມັນເຊື້ອໄຟຮັບໃຊ້ສັງຄົມຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ກຳລັງປ້ອງກັນຊາດ ເພື່ອຮັບປະກັນການດຳເນີນທຸລະກິດໃຫ້ມີຜົນສຳເລັດຕາມຕົວເລກແຜນການທີ່ວາງໄວ້ ເຮັດໃຫ້ມີຜົນກຳໄລ, ເສຍອາກອນ ແລະ ປະຕິບັດພັນທະຕາມລະບຽບກົດໝາຍ, ທັງຍົກສູງຊີວິດການເປັນ ຢູ່ຂອງພະນັກງານ-ກຳມະກອນ ໃຫ້ດີຂຶ້ນເລື້ອຍໆ ແລະ ປະຕິບັດການຖືບັນຊີຕາມລະບຽບກົດໝາຍ ວ່າດ້ວຍການບັນຊີຂອງ ສປປລາວ ຢ່າງເຂັ້ມງວດ, ດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານ, ນັກຮົບທຸກສະຫາຍ ກໍຄືກຳມະກອນພາຍໃນບໍລິສັດລັດວິສາຫະກິດນ້ຳມັນເຊື້ອໄຟວຽງຈັນໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ມີຄຸນທາດທາງດ້ານການເມືອງໜັກແໜ້ນ, ມີແນວຄິດຫຼັກໝັ້ນຊົນຊັ້ນ, ອຸ່ນອ່ຽນທຸ່ນທ່ຽງ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ.
ໂດຍ: ຄຳປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















