ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ພະຈິກ 2025

  

ກອງ​ພົນ​ທີ 1 ປີດ​ຊຸດ​ອົບຮົມ ໄລຍະ​ສັ້ນ ການ​ນຳ​ໃຊ ້​ໂປຣ​ແກຣມ​ ຍິງ​ຈຳລອງ ​ປືນ​ໃຫຍ່​ໜ້າດິນ
ເວລາອອກຂ່າວ: 2025-10-10 09:13:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 817 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ກອງ​ພົນ​ທີ 1 ໄດ້​ຈັດ​ພິທີ​ປິດ​ຊຸດ​ອົບຮົມ​ໄລຍະ​ສັ້ນ ການ​ນຳ​ໃຊ້​ໂປຣ​ແກຣມ​ຍິງ​ຈຳລອງ​ປືນ​ໃຫຍ່​ໜ້າດິນ, ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພັນ​ເອກ ບຸນ​ໄທ ຄຳ​ມະນີ​ວົງ ຮອງ​ຫົວໜ້າ​ກົມ​ປືນ​ໃຫຍ່​ໜ້າດິນ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ຄະນະ​ພັກ-ຄະ​ບັນຊາ​ອົງການ, ມີ​ບັນດາ​ພະແນກການ​ທີ່​ກ່ຽວຂ້ອງ, ຄະນະ​ພັກ-ຄະນະ​ບັນຊາ ກອງພັນ 631 ຕະຫຼອດ​ຮອດ ຄູ-ອາຈານ ແລະ ນັກ​ເຝິກອົບຮົມ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ກາ​ທະວີ​ໄຊ ລໍວັນ​ຮຽນ ຫົວໜ້າ​ພະ​ແນກ​ປືນ​ໃຫຍ່​ໜ້າດິນ ໄດ້​ຜ່ານ​ບົດ​ສະຫຼຸບ​ຜ່ານ​ການ​ອົບຮົມ-ຫັດ​ແອບ​ບຳ ລຸງ​ການ​ນຳ​ໃຊ້​ໂປຣ​ແກຣມ​ຍິງ​ຈຳລອງ​ປືນ​ໃຫຍ່​ໜ້າດິນດ້ວຍ​ຄອມ​ພິວ​ເຕີ​ໂນດ​ບຸກ ແລະ ໂທ ລະສັບ​ມື​ຖື​ໄລຍະ​ສັ້ນໃຫ້​ບັນດາ​ກົມ​ກອງ​ປືນ​ໃຫຍ່​ໜ້າດິນທີ່​ຂຶ້ນ​ກັບ​ກອງ​ພົນ​ທີ 1, ເຊິ່ງ​ສາມາດ​ຕີ​ລາຄາ​ຜົນ​ໄດ້​ຮັບ ດັ່ງນີ້: ອົບຮົມ​ການ​ລົງ​ໂປຣ​ແກຣມ 4 ຊົ່ວໂມງ ຜົນ​ໄດ້​ຮັບ 85%, ອົບຮົມ​ພາກ​ທິດ​ສະ​ດີ​ຫຼັກການ ການ​ນຳ​ໃຊ້​ໂປຣ​ແກຣມ 21 ຊົ່ວໂມງ ຜົນ​ໄດ້​ຮັບ 90% ຂຶ້ນ​ໄປ, ຫັດ​ແອບ​ຕາມ​ບົດ​ເຝິກ​ຫັດ 35 ຊົ່ວໂມງ ຜົນ​ໄດ້​ຮັບ 90% ຂຶ້ນ​ໄປ, ຫັດ​ແອບ​ປະສານ​ປືນ ແລະ ປ້ອມ​ສັງເກດ 21 ຊົ່ວໂມງ ຕີ​ລາຄາຜົນ​ໄດ້ຮັບ ຄື: ຈັດ​ຕັ້ງ​ລົງ​ຄຳ​ສັ່ງບັນຊາຍິງ ປະຕິບັດ​ໄດ້ 90%, ດ້ານ​ຈັງ ຫວະ ແລະ ບັນຊາ​ຢູ່​ສະໜາມ​ປືນ ປະຕິບັດ​ໄດ້ 90%, ການ​ປະສານ​ປືນ-ປ້ອມ ປະຕິບັດ​ໄດ້ 95%, ການ​ຄິດໄລ່ ແລະ ແປງ​ຍິງ ປະຕິບັດ​ໄດ້ 90%. ສະຫາຍ ພັນ​ເອກ ບຸນ​ໄທ ຄຳມະນີ​ວົງ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍຕໍ່​ຜົນສຳເລັດ​ໃນ​ການ​ອົບຮົມ-ຫັດ​ແອບ​ຄັ້ງ​ນີ້, ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ນັກ​ເຝິກອົບຮົມ​ ແຕ່​ລະ​ສະຫາຍ ຈົ່ງ​ພ້ອມ​ກັນ​ກຳ​ແໜ້ນ​ທິດ​ສະ​ດີ, ຫຼັກການ ແລະ ນຳ​ເອົາ​ບົດຮຽນ​ດັ່ງກ່າວໄປ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ມີ​ຜົນສຳເລັດ​ສູງ. ໂດຍ: ຊັນ​ໂດ ລາດ​ຊະ​ພູມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ