ເຫຼົ່າຮົບເຕັກນິກ ນຳໃຊ້ເຄື່ອງມືອຸປະກອນທັນສະໄໝ ເຂົ້າໃນການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ
ເວລາອອກຂ່າວ: 2025-10-10 09:14:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 861 | ຄວາມນິຍົມ: ![]()
ເຫຼົ່າຮົບເຕັກນິກແມ່ນພາກ ສ່ວນໜຶ່ງທີ່ມີຄວາມສຳຄັນໃນ ການຊ່ວຍໜູນວຽກງານການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກຳປູເຈຍ-ລາວ-ຫວຽດນາມ ດ້ວຍການນຳໃຊ້ເຄື່ອງມືອຸປະກອນທັນສະໄໝເຂົ້າ ໃນການຊອກຄົ້ນຊອກຫາຜູ້ປະ ສົບໄພທີ່ຕົກຄ້າງຢູ່ທາງນໍ້າ ແລະ ທາງບົກ, ພ້ອມທັງຮັບປະກັນ ວຽກງານທາງດ້ານເຕັກນິກໃຫ້ ແກ່ບັນດາເຫຼົ່າຮົບຢູ່ພາກສະໜາມ.
ໃນໂອກາດເຂົ້າຮ່ວມການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ທີ່ ສປປ ລາວ ເຮົາເປັນເຈົ້າພາບໃນຄັ້ງນີ້, ສະຫາຍ ພັນເອກ ວິນທອງ ໄຊຍະວົງ ຮອງ ຫົວໜ້າກົມເສນາເຕັກນິກກົມໃຫຍ່ເຕັກນິກກອງທັບ, ຫົວໜ້າອະນຸ ກຳມະການຮັບປະກັນເຕັກນິກໄດ້ ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມກອງທັບວ່າ: ພາຍຫຼັງທີ່ໄດ້ຮັບຄຳສັ່ງຈາກຂັ້ນເທິງ ພວກເຮົາໄດ້ ຈັດຕັ້ງມອບໝາຍໜ້າທີ່ໃຫ້ແຕ່ລະກົມວິຊາສະເພາະ ເຮັດວຽກງານກະກຽມສ້າງບັນດາເອກະສານນິຕິກຳຕ່າງໆ, ສ້າງແຜນການຮັບປະກັນເຕັກນິກ, ແຜນການເຄື່ອນກຳລັງເຂົ້າຢຶດສະໜາມ, ກວດກາພາຫະນະທັງໝົດຂອງບັນດາກົມກອງທີ່ເຂົ້າຮ່ວມເຝິກ ຊ້ອມສະພາບເຕັກນິກຕ້ອງ 95% ຂຶ້ນໄປ. ປັດຈຸບັນໄດ້ເຂົ້າຢືດສະ ໜາມສາມາດຮັບປະກັນໄດ້ທາງດ້ານເຕັກນິກໃນການເຝິກຊ້ອມ.
ສະຫາຍ ພັນເອກ ວິນທອງ ໄຊຍະວົງ ກ່າວຕື່ມວ່າ: ການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກຳປູເຈຍ-ລາວ-ຫວຽດນາມ ແມ່ນມີຄວາມໝາຍຄວາມສຳຄັນ ໂດຍສະເພາະແມ່ນຕໍ່ກັບການເຝິກນຳໃຊ້ເຄື່ອງມືອຸ ປະກອນທັນສະໄໝ ເຂົ້າໃນການຊອກຄົ້ນຊອກຫາຜູ້ປະສົບໄພທີ່ຕົກຄ້າງຢູ່ທາງນໍ້າ ແລະ ທາງບົກ, ໃນບັ້ນເຝິກຊ້ອມຄັ້ງນີ້ ກົມໃຫຍ່ເຕັກນິກກອງທັບ ກໍໄດ້ນຳໃຊ້ເຕັກ ໂນໂລຢີສະໄໝໃໝ່ເຂົ້າຊ່ວຍເຊັ່ນ: ນຳໃຊ້ໂດຣນເພື່ອບິນຊອກຄົ້ນ ຫາຜູ້ປະສົບໄພທາງບົກ ແລະ ທາງນໍ້າ ເມື່ອພົບເຫັນຜູ້ປະສົບໄພ ແລ້ວປະສານສົ່ງຈຸດພິກັດໃຫ້ກຳ ລັງກອບກູ້ເຂົ້າຊ່ວຍເຫຼືອຢ່າງທັນເວລາ ແລະ ມີຄວາມປອດໄພ. ນອກນີ້ຍັງເປັນການຍົກລະດັບສີມືການສ້ອມແປງແກ້ໄຂບັນຫາການເປ່ເພຕິດຄັດຂອງພາຫະນະລົດ-ເຮືອ ຢູ່ພາກສະໜາມຕົວຈິງ, ການສ້ອມແປງໃຫ້ມີທັກສະ ແລະ ທ່ວງທັນກັບສະພາບການຕົວຈິງ. ແຜນການກະກຽມເຝິກຊ້ອມຂອງເຫຼົ່າຮົບເຕັກນິກ ແມ່ນໄດ້ຮັບການມອບໝາຍໃຫ້ນຳໃຊ້ໂດຣນ ເພື່ອບິນຊອກຄົ້ນຫາຜູ້ປະສົບໄພທີ່ຕິດຄ້າງຢູ່ຕາມຕົ້ນໄມ້, ເກາະດອນ ຫຼື ລອຍຢູ່ເທິງໜ້ານ້ຳ ແລະ ຜູ້ປະສົບໄພຈາກດິນເຊາະເຈື່ອນ, ດິນຖະຫຼົ່ມ, ຖືກດິນທັບຖົມ ຫຼື ຄ້າງຢູ່ຕາມປ່າ ເມື່ອພົບເຫັນແລ້ວສົ່ງຈຸດພິກັດໃຫ້ກຳລັງກອບກູ້ເພື່ອເຂົ້າຊ່ວຍເຫຼືອທັນເວລາ ແລະ ມີຄວາມປອດໄພ. ນັບແຕ່ເຂົ້າຢຶດສະໜາມກຳລັງເຕັກນິກຂອງພວກເຮົາ ໄດ້ເລັ່ງສ້າງ ແລະ ປັບ ປຸງສະໜາມບ່ອນພັກເຊົາ, ເຄື່ອນໄຫວກວດເຊັກພາຫະນະທັງໝົດ, ກະກຽມປະກອບໂດຣນ ເພື່ອເຂົ້າຮ່ວມການເຝິກຊ້ອມໃຫ້ທັນຕາມແຜນການ ແລະ ໃຫ້ມີຄວາມປອດໄພ ເຊິ່ງການກະກຽມຂອງພວກເຮົາ ມາຮອດປັດຈຸບັນ ແມ່ນສຳເລັດ 100%.
ໃນໄລຍະຜ່ານມາ ເຫຼົ່າຮົບເຕັກນິກ ໄດ້ເຂົ້າຮ່ວມການເຝິກ ຊ້ອມຫຼາຍບັ້ນຮົບທີ່ຈັດຂຶ້ນຢູ່ ສປປ ລາວ ແລະ ປະເທດເພື່ອນມິດ ເຊິ່ງຜ່ານການເຂົ້າຮ່ວມໃນໄລຍະທີ່ຜ່ານມາ ເຫັນວ່າ ໄດ້ຮັບຜົນສຳເລັດ ສາມາດຍົກລະດັບການສ້ອມແປງພາຫະນະລົດ-ເຮືອ, ການບັນຊາໂດຣນ ມີຄວາມຊຳນິຊຳນານກວ່າເກົ່າ, ວຽກງານປະສານສົມທົບມີຄວາມຄ່ອງຕົວ ແລະ ການນຳໃຊ້ພາຫະນະເຕັກນິກ ມີຄວາມທັນສະໄໝວ່ອງໄວ ແລະ ທັນການ.
ໂອກາດນີ້, ຂ້າພະເຈົ້າຂໍສະ ແດງຄວາມຂອບໃຈ ມາຍັງຄະນະນຳຂັ້ນເທິງ ກໍຄື ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ນຳພາ-ຊີ້ນຳວຽກງານການເຝິກຊ້ອມໃນຄັ້ງນີ້ມີປະສິດທິຜົນສູງ ແລະ ອວຍພອນແດ່ ສາຍພົວພັນມິດຕະພາບລະ ຫວ່າງ 3 ຊາດ, 3 ກອງທັບ ກຳ ປູເຈຍ-ລາວ-ຫວຽດນາມ ຈົ່ງໝັ້ນຍືນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ ພ້ອມກັນສືບຕໍ່ເຝິກຊ້ອມກອບກູ້ໄພພິບັດຄັ້ງນີ້ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.
ໂດຍ: ສຸເວດ ສີດາຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















