ລາວພ້ອມສົ່ງ 9 ປະເພດກີລາເຂົ້າຮ່ວມງານມະຫະກຳກີລາມະຫາວິທະຍາໄລອາຊຽນຄັ້ງທີ 19
ເວລາອອກຂ່າວ: 2018-11-22 10:17:56 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1662 | ຄວາມນິຍົມ: ![]()
ສະຫະພັນກີລາມະຫາວິທະ ຍາໄລລາວ (ສກມລ) ພ້ອມສົ່ງ 9
ປະເພດກີລາລຸຍງານມະຫະກຳ
ກີລາມະຫາວິທະຍາໄລອາຊຽນ ຄັ້ງທີ 19 (ASEAN Univer sity Games 2018) ທີ່ນະ
ຄອນຫຼວງເນປີດໍປະເທດມຽນ
ມາເປັນເຈົ້າພາບທ້າຍປີນີ້. ຂະ
ນະທີ່ປະທານ ສກມລ ເນັ້ນເອົາ
ໃຈໃສ່ການມີນ້ຳໃຈ ແລະ ຕັ້ງໜ້າ
ສ້າງຊື່ສຽງໃຫ້ປະເທດຊາດ.ເມື່ອ
ວັນທີ 19 ພະຈິກ ທີ່ຜ່ານມາທີ່ສະ
ໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ໄດ້ມີການ
ເປີດກອງປະຊຸມລາຍງານ
ຄວາມພ້ອມການກະກຽມເຂົ້າ
ຮ່ວມແຂ່ງຂັນກີລາມະຫາວິທະ ຍາໄລອາຊຽນຄັ້ງທີ 19 ທີ່ປະ ເທດມຽນມາເປັນເຈົ້າພາບ ລະ ຫວ່າງວັນທີ 10-19 ທັນວາ ຈະ
ເຖິງນີ້ຂຶ້ນໂດຍການເປັນປະທານຂອງ ທ່ານ ສຈ ປອ ສົມສີ ຍໍພັນໄຊ ປະທານສະຫະພັນກີລາມະຫາວິທະຍາໄລລາວ ທັງເປັນ
ວ່າການອະທິການບໍດີ ມະຫາວິ
ທະຍາໄລແຫ່ງຊາດພ້ອມດ້ວຍຄະນະບໍລິຫານງານ ສກມລ ຕາງ
ໜ້າສະຫະພັນ, ຄູເຝິກ ແລະ ນັກ
ກີລາ 9 ປະເພດ ທີ່ຈະເຂົ້າແຂ່ງ
ຂັນໃນຄັ້ງນີ້. ທ່ານ ປອ ອານຸ
ລົມ ວິໄລພອນ ເລຂາທິການສະ ຫະພັນກີລາມະຫາວິທະຍາໄລລາວໄດ້ລາຍງານສະພາບລວມຂອງການກະກຽມຄວາມພ້ອມຂອງກີລາທັງໝົດ 9 ປະເພດກີ
ລາປະກອບມີບານເຕະ, ເປຕັງ,
ວູຊູ, ດອກປີກໄກ່, ແລ່ນ-ລານ, ຍິງທະນູ, ວໍວີນາມ, ກະຕໍ້ ແລະ ກັອບ ທີ່ຈະເຂົ້າຮ່ວມແຂ່ງຂັນໃນ
ຄັ້ງນີ້. ພ້ອມທັງລາຍງານແຜນ
ການເດີນທາງເຂົ້າຮ່ວມການ
ແຂ່ງຂັນໂດຍແບ່ງການເດີນ ທາງເປັນທັງໝົດ 8 ຂະບວນ ເຊິ່ງຂະບວນທຳອິດ ແມ່ນຈະອອກເດີນທາງໃນວັນທີ 5 ທັນ ວາ 2018 ຫຼັງຈາກນັ້ນຈະເປັນຊຸດຕາມລຳດັບແຕ່ລະປະເພດກີລາ ໂດຍອີງໃສ່ຕາຕະລາງການແຂ່ງຂັນຕົວຈິງ. ພ້ອມກັນນັ້ນ, ທ່ານ ສຈ ປອ ສົມສີ ຍໍພັນໄຊ ໄດ້ໂອ້ລົມຕໍ່ຄະນະນຳ, ຄູເຝິກ ແລະ ນັກກີລາເນັ້ນໃຫ້ທຸກ
ຄົນ ເອົາໃຈໃສ່ເຝິກຊ້ອມເພື່ອໃຫ້
ເກີດຄວາມພ້ອມສູງສຸດໃນມື້
ແຂ່ງຂັນ, ພ້ອມທັງໃຫ້ເອົາໃຈໃສ່ບັນຫາການມີນ້ຳໃຈນັກກີລາ, ຄວາມສາມັກຄີ ແລະ ຕັ້ງໜ້າສ້າງຊື່ສຽງໃຫ້ປະເທດຊາດ.ຂະ
ນະທີ່ຫົວໜ້າຄູເຝິກ ແລະ ຕາງໜ້າຄູເຝິກຂອງແຕ່ລະປະເພດກີລາກໍໄດ້ລາຍງານສະພາບຄວາມ
ພ້ອມໃນການກະກຽມນັກກີລາຂອງຕົນໃຫ້ທີ່ປະຊຸມໄດ້ຮັບຊາບ ໂດຍລວມແລ້ວເຫັນວ່າຄວາມພ້ອມໃນຕອນນີ້ມີປະມານ 90 ເປີ
ເຊັນແລ້ວ ແລະ ຄາດວ່າກ່ອນຈະຮອດມື້ແຂ່ງຂັນຕົວຈິງ ຈະໄດ້ເຖິງຮ້ອຍເປີເຊັນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















