ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ພະ​ແນກ​ກົດໝາຍ ທະຫານ​ແຂວງ​ອັດ​ຕະ​ປື ໂຄສະນາ​ເຜີຍແຜ່​ກົດໝາຍ​ປະຈຳ​ປີ 2025
ເວລາອອກຂ່າວ: 2025-10-15 09:05:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 441 | ຄວາມນິຍົມ:



     ວັນ​ທີ 13 ຕຸລາ ປີ 2025 ນີ້, ພະ​ແນກ​ກົດໝາຍ ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື ໄດ້​ໂຄສະນາ​ເຜີຍແຜ່​ກົດໝາຍ ​ເເລະ ນິຕິ​ກຳ​ພາຍ​ໃຕ້​ກົດໝາຍ, ຢູ່​ທີ່​ສະໂມສອນ ກອງ​ບັນຊາ​ການ​ທະ ຫານ​ເມືອງ​ສາມັກຄີ​ໄຊ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ບຸນ​ຍົງ ໄຊ​ຍະ​ຕະກຸນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື, ພ້ອມ​ດ້ວຍ​ຄະນະ​ຮັບຜິດຊອບ​ເຜີຍແຜ່​ກົດໝາຍ, ມີ ຄະນະ​ພັກ-ຄະນະ​ບັນຊາ​ໃນ​ກົມ​ກອງ, ກອງ​ປະຕິບັດ​ງານ 136, ພ້ອມ​ດ້ວຍ​ພະນັກງານ ສອງ​ກົມ​ກອງ​ ເຂົ້າ​ຮ່ວມ.   ສະຫາຍ ພັນ​ຕີ ທອງ​ໄຫຼ ເທດ​ສາ​ນາ​ວົງ ຮັກສາ​ການ​ຫົວໜ້າ​ພະ​ແນກ​ກົດໝາຍ, ໄດ້​ຜ່ານ​ຂໍ້​ຕົກລົງ ຂອງ​ກອງ​ບັນຊາ​ການ​ທະ ຫານ​ແຂວງ​ອັດ​ຕະ​ປື, ວ່າ​ດ້ວຍ​ການ​ແຕ່ງຕັ້ງ ຄະນະ​ຮັບຜິດຊອບ​ການ​ລົງ​ໂຄສະນາ​ເຜີຍແຜ່​ນິຕິ​ກຳ-ກົດໝາຍ, ວ່າ​ດ້ວຍ​ນາຍ​ທະ ຫານ​ກອງທັບ​ປະຊາຊົນ​ລາວ, ກົດໝາຍ​ວ່າ​ດ້ວຍ​ຢາ​ເສບ​ຕິດ, ກົດໝາຍ​ວ່າ​ດ້ວຍ​ການ​ສັນຈອນ​ທາງບົກ, ກົດ​ລະບຽບ​ການ​ຈາລະ​ຈອນ, ກົດໝາຍ​ວ່າ​ດ້ວຍ​ການ​ດຳເນີນ​ຄະດີ, ກົດໝາຍ​ວ່າ​ດ້ວຍ​ໄອ​ຍະ​ການ​ທະຫານ, ກົດໝາຍ​ວ່າ​ດ້ວຍ​ສານ​ທະຫານ ຈຸດປະສົງ​ການ​ລົງ​ເຜີຍແຜ່​ກົດ ໝາຍ​ໃນ​ຄັ້ງ​ນີ້ ກໍ່​ເພື່ອ​ເປັນ​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ ຮັບ​ຮູ້ ແລະ ເຂົ້າໃຈ​ກ່ຽວ​ກັບ​ລັດ​ຖະ​ທຳ​ມະນູນ, ກົດໝາຍ​ຕ່າງໆ ທີ່​ລັດ​ປະກາດ​ໃຊ້, ໂດຍ​ສະເພາະ​ບັນດາ​ກົດໝາຍ​ທີ່​ກ່ຽວຂ້ອງ​ກັບ​ວຽກ ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ບັນດາ​ກົດໝາຍ​ຕິດ​ພັນ​ກັບ​ການ​ດຳລົງ​ຊີວິດ​ຂອງ​ພະນັກງານ​ກອງທັບ, ເພື່ອ​ຮັບ ປະກັນ​ໃຫ້​ພະນັກງານ-ນັກຮົບ ເຂົ້າ​ເຖິງ​ແຫຼ່ງ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ກົດໝາຍ​ຫຼາຍ​ຂຶ້ນ, ມີ​ຄວາມ​ຮັບ​ຮູ້ ​ເເລະ ເຂົ້າໃຈ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ລະ ບຽບ​ກົດໝາຍ​ຂອງ​ລັດ​ຢ່າງ​ກວ້າງຂວາງ​ເພື່ອ​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຊີ້​ນຳ-ນຳພາ​ຢູ່​ກົມ​ກອງ​ໃຫ້​ຖືກຕ້ອງ, ເຂົ້າ​ໃນ​ການ​ປັບປຸງ​ກໍ່ສ້າງ​ກົມ​ກອງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ທາງ​ດ້ານ​ການເມືອງ​ແນວ​ຄິດ, ມີ​ສະຕິ​ເຄົາລົບ​ດ້ານ​ລະບຽບ​ກົດໝາຍ ແລະ ມີ​ລະບຽບ​ວິ​ໃນ​ຢ່າງ​ເຂັ້ມ​ງວດ. ໂດຍ: ວົງ​ພັນ ດວງ​ບູບ​ຜາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ