ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ຖະແຫຼ່ງຂ່າວເຫດການລົດຂົນສົ່ງນັກທ່ອງທ່ຽວຈີນ ເກີດອຸບັດຕິເຫດຕົກຂົວນ້ຳງາວໃນວັນທີ 19 ສິງຫາ 2019
ເວລາອອກຂ່າວ: 2019-08-23 08:47:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 461 | ຄວາມນິຍົມ:



ທ່ານ ສຈ ປອ ບໍ່ແສງຄຳ ວົງດາລາ ກຳມະການສູນກາງ ພັກ, ລັດຖະມົນຕີກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ແຈ້ງຂ່າວຕໍ່ສື່ມວນ ຊົນກ່ຽວກັບອຸບັດຕິເຫດລົດໂດຍ ສານເສຍຫຼັກຕົກເຫວຢູ່ເສັ້ນ ທາງເມືອງກາສີ ຫາເມືອງນານ ແຂວງຫຼວງພະບາງ ໃນວັນທີ 19 ສິຫາງ 2019 ທີ່ຜ່ານມາ ດັ່ງທີ່ສື່ມວນຊົນທາງການຂອງ ສປປ ລາວ ແລະ ສປ ຈີນ ໄດ້ ອອກຂ່າວໄປໃນວັນທີ່ຜ່ານມາ ແລ້ວນັ້ນ. ເຊິ່ງເຫດການດັ່ງກ່າວໄດ້ເກີດ ຂຶ້ນໃນຕອນບ່າຍເວລາປະມານ 15 ໂມງ 20 ນາທີ ຂອງວັນທີ 19 ສິງຫານີ້ ໃນຂະນະທີ່ລົດໂດຍສານ ໝາຍເລກທະບຽນ ບຂ 8839 ກຳແພງນະຄອນວຽງຈັນ ໄດ້ເສຍ ຫຼັກຕົກຂົວນໍ້າງາວ ເມືອງນານ ແຂວງຫຼວງພະບາງ, ລົດໂດຍ ສານຄັນນີ້ໄດ້ເດີນທາງຈາກ( ໂຮງ ແຮມແດນສະຫວັນ ) ແຂວງ ວຽງຈັນ ໄປແຂວງຫຼວງພະບາງ ໂດຍຜ່ານເສັ້ນທາງກາສີ-ເມືອງ ນານ ແລະ ບັນທຸກຜູ້ໂດຍສານ ຈຳນວນທັງໝົດ 45 ຄົນ, ຄົນຂັບ 1 ຄົນ, ລວມທັງໝົດ 46 ຄົນ, ຍິງ 24 ຄົນ, ໃນນັ້ນເປັນນັກທ່ອງ ທ່ຽວສັນຊາດຈີນຈຳນວນ 44 ຄົນ, ຍິງ 23 ຄົນ, ສ່ວນອີກ 2 ຄົນແມ່ນສັນຊາດຊາດລາວ, ຍິງ 1 ຄົນ ( ພະນັກງານຂັບລົດ 1 ຄົນ ແລະ ພະນັກງານນຳທ່ຽວ 1 ຄົນ ). ນັບແຕ່ເວລາເຫດການເກີດຂຶ້ນ ຈົນຮອດປັດຈຸບັນນີ້ ທາງລັດຖະ ບານລາວໄດ້ຊີ້ນຳຢ່າງໃກ້ຊິດໃຫ້ ອຳນາດການປົກຄອງທ້ອງຖິ່ນກໍ ຄື ກຳລັງທະຫານ, ຕຳຫຼວດ, ຊາວ ໜຸ່ມ ຈົນຮອດປະຊາຊົນທີ່ອາໄສ ຢູ່ບ້ານໃກ້ຄຽງກັບຈຸດເກີດເຫດ ແລະ ໜ່ວຍກູ້ໄພສຸມໃສ່ໃຫ້ການ ຊ່ວຍເຫຼືອຢ່າງຮີດດ່ວນ ໂດຍໄດ້ ພົບເຫັນຜູ້ເສຍຊີວິດ 13 ຄົນ, ຍິງ 8 ຄົນ, ບາດເຈັບ 33 ຄົນ ແລ້ວ ກໍໄດ້ນຳສົ່ງໄປປິ່ນປົ່ວຢູ່ໂຮງໝໍ ລາວ-ຈີນ ຫຼວງພະບາງ ແລະ ໂຮງໝໍແຂວງຫຼວງພະບາງໂດຍ ດ່ວນ, ພ້ອມກັນນັ້ນທາງກະຊວງ ຖວທ ກໍໄດ້ແຕ່ງຕັ້ງທ່ານ ຮອງ ລັດຖະມົນຕີ ຮັບຜິດຊອບວຽກ ງານທ່ອງທ່ຽວເດີນທາງໄປຍັງ ທີ່ເກີດເຫດເພື່ອສົມທົບກັບອຳ ນາດການປົກຄອງທ້ອງຖິ່ນທຸກ ຂັ້ນ, ເປັນຕົ້ນພະແນກ ຖວທ ແຂວງຫຼວງພະບາງ, ສະຖານທູດ ຈີນ ປະຈຳ ສປປ ລາວ ກໍຄືກົງ ສູນໃຫຍ່ ສປ ຈີນ ປະຈຳແຂວງ ຫຼວງພະບາງເພື່ອຮ່ວມກັນແກ້ໄຂ ສະພາບການຢ່າງຮີບດ່ວນ ພ້ອມ ທັງລົງຢ້ຽມຢາມຜູ້ໄດ້ຮັບບາດ ເຈັບຢູ່ໂຮງໝໍແຂວງ ແລະ ໄປ ກວດກາເບິ່ງຈຸດເກີດເຫດ. ນອກ ນັ້ນ, ພະແນກ ຖວທ ແຂວງຫຼວງ ພະບາງກໍຍັງໄດ້ແຕ່ງພະນັກງານ ນຳທ່ຽວຜູ້ທີ່ຮູ້ພາສາຈີນ ຈຳນວນ 15 ຄົນໄປຊ່ວຍອຳນວຍຄວາມ ສະດວກແປພາສາໃຫ້ແກ່ຄົນເຈັບ ທີ່ຮັບການປິ່ນປົວໃນໂຮງໝໍ ແຂວງ, ໃນຕອນບ່າຍວານນີ້ ຂ້າ ພະເຈົ້າເອງ ພ້ອມດ້ວຍຄະນະນຳ ກະຊວງ ຖວທ ກໍໄດ້ພ້ອມກັນໄປ ຢ້ຽມຢາມອົບອຸ່ນໃຫ້ກຳລັງໃຈຜູ້ ທີ່ຮັບບາດເຈັບທີ່ຖືກນຳສົ່ງມາ ປິ່ນປົວຢູ່ທີ່ໂຮງໝໍສູນກາງ 103 ກອງທັບ ນະຄອນຫຼວງ ວຽງຈັນ. ຕໍ່ອຸບັດຕິເຫດທີ່ບໍ່ເພິ່ງປາຖະໜາ ດັ່ງກ່າວຂ້າພະເຈົ້າຕາງໜ້າໃຫ້ ແກ່ຄະນະນຳກະຊວງຖະແຫຼງ ຂ່າວ,ວັດທະນະທຳ ແລະ ທ່ອງ ທ່ຽວອີກເທື່ອໜຶ່ງຂໍສະແດງ ຄວາມເສຍໃຈຢ່າງສຸດຊຶ້ງມາ ຍັງຜູ້ທີ່ໄດ້ຮັບເຄາະຮ້າຍ ແລະ ຄອບຄົວ ແລະ ສະແດງຄວາມ ເສົ້າສະຫຼົດໃຈມາຍັງຄອບຄົວ ຜູ້ທີ່ເສຍຊີວິດໃນເຫດການຄັ້ງ ນີ້, ຂ້າພະເຈົ້າຂໍຖືໂອກາດນີ້ແຈ້ງ ໃຫ້ບັນດາສື່ຕ່າງໆ ຊາບວ່າ: ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າ ໃຫ້ລັດຖະບານ ແລະ ປະຊາຊົນລາວ ສົ່ງສານສະ ແດງຄວາມເສຍໃຈ ແລະ ເສົ້າສະ ຫຼົດໃຈໄປຍັງທ່ານ ນາຍົກລັດຖະ ມົນຕີແຫ່ງ ສປ ຈີນ ແລ້ວ, ພ້ອມ ກັນນັ້ນລັດຖະບານລາວກໍໄດ້ຊີ້ ນຳທຸກພາກສ່ວນກ່ຽວຂ້ອງສືບ ຕໍ່ຊອກຄົ້ນຫາສາເຫດທີ່ແທ້ຈິງ ຂອງອຸບັດຕິເຫດຄັ້ງນີ້ ແລະ ສືບ ຕໍ່ມີວິທີການ, ມາດຕະການອັນ ເໝາະສົມໃນການແກ້ໄຂເຫດການ ຄັ້ງນີ້ຕາມເຫດ, ຕາມຜົນຕົວຈິງ ແລະ ຕາມກົດໝາຍ ແລະ ລະບຽບ ການຕ່າງໆຂອງ ສປປ ລາວເຮົາ. ໃນໂອກາດນີ້, ຂ້າພະເຈົ້າຂໍ ຮຽກຮ້ອງມາຍັງຜູ້ປະກອບການ ດ້ານທຸລະກິດການທ່ອງທ່ຽວ, ການບໍລິການຂົນສົ່ງຕ້ອງໄດ້ເອົາ ໃຈໃສ່ເພີ່ມທະວີຄວາມຮັບຜິດ ຊອບໃຫ້ສູງກວ່າເກົ່າ, ປະຕິບັດ ລະ ບຽບຈະລາຈອນຢ່າງເຂັ້ມງວດ ແລະ ມີສະຕິລະວັງຕົວໃນການ ຂັບຂີ່ເພື່ອຮັບປະກັນຄວາມປອດ ໄພຕໍ່ຊີວິດ ແລະ ຊັບສິນຂອງນັກ ທ່ອງທ່ຽວທຸກຄົນທີ່ມາທ່ອງທ່ຽວ ປະເທດພວກເຮົາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ