ວພກ ປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 80 ປີ
ເວລາອອກຂ່າວ: 2025-10-15 10:32:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 408 | ຄວາມນິຍົມ: ![]()
ວັນທີ 14 ຕຸລາ 2025 ນີ, ວິທະຍາຄານພະລາທິການກອງທັບ (ວພກ) ໄດ້ປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສອນທັນ ສຸວົງໄຊ ຫົວໜ້າການເມືອງ ວພກ, ມີຄະນະພັກ-ຄະນະບັນຊາ, ບັນດາກອງພັນ, ຄະນະວິຊາຄູ, ພະແນກການ, ຄູ-ອາຈານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນໂທ ແກ່ນຈັນ ອຸ່ນລາສີ ຫົວໜ້າພະແນກໂຄສະນາອົບຮົມ ໄດ້ຜ່ານແຈ້ງການແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ວ່າດ້ວຍການຈັດຕັ້ງໂຄສະນາ, ປາຖະກະຖາ ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວຄົບຮອບ 80 ປີ.
ສະຫາຍ ພົນຈັດຕະວາ ສອນທັນ ສຸວົງໄຊ ໄດ້ຍົກໃຫ້ເຫັນເຖິງບັນດາປັດໄຈສໍາຄັນທີ່ສ້າງເງື່ອນໄຂໃຫ້ແກ່ການປະກາດເອກະລາດ 12 ຕຸລາ 1945. ໃນທ້າຍສັດຕະວັດທີ XIX ພວກລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຮຸກຮານ ແລະ ຍຶດຄອງເອົາປະເທດລາວເປັນຫົວເມືອງຂຶ້ນ, ປະເທດລາວໄດ້ສູນເສຍເອກະລາດ, ປະຊາຊົນລາວໄດ້ຂາດອິດສາລະພາບກາຍເປັນຂ້ອຍຂ້າຂອງຕ່າງຊາດ, ດ້ວຍມູນເຊື້ອບໍ່ຍອມຈໍານົນ ປະຊາຊົນລາວບັນດາເຜົ່າໄດ້ລຸກຮືຂຶ້ນຕໍ່ສູ້ກັບສັດຕູຢ່າງຕໍ່ເນື່ອງລຽນຕິດ, ຕັ້ງແຕ່ມື້ທໍາອິດທີ່ພວກເຂົາ ໄດ້ເຂົ້າມາຮຸກຮານລາວ, ຍິ່ງພວກລ່າເມືອງຂຶ້ນເພີ່ມທະວີການຍຶດຄອງ ແລະ ກົດຂີ່ຂູດຮີດເທົ່າໃດ, ການຕໍ່ສູ້ຂອງປະຊົນລາວບັນດາເຜົ່າ ຍິ່ງເປີດກວ້າງອອກຫຼາຍເທົ່ານັ້ນ ໃນຂອບເຂດທົ່ວປະເທດ, ຜ່ານໄລຍະການຕໍ່ສູ້ອັນລະອິດລະອ້ຽວຍືດເຍື້ອຍາວນານ ໃນວັນທີ 12 ຕຸລາ 1945 ແມ່ນເຫດການທີ່ມີຄວາມໝາຍທາງປະຫວັດສາດຂອງຊາດລາວ ເພາະວ່າແມ່ນມື້ທີ່ມີການໂຮມຊຸມນຸມ ທີ່ສະໜາມກິລາແຫ່ງຊາດ (ສະໜາມກິລາເຈົ້າອານຸວົງໃນປະຈຸບັນ) ເຊິ່ງມີມວນຊົນລາວທັງຊາດເຂົ້າຮ່ວມກວ່າ 2 ໝື່ນຄົນ. ໃນມື້ນີ້ ລັດຖະບານລາວອິດສະຫຼະ ໄດ້ເປັນຕົວແທນໃຫ້ແກ່ວົງຄະນະຍາດແຫ່ງຊາດ ປະກາດຄວາມເປັນເອກະລາດ ຂອງຊາດລາວຕໍ່ໂລກຢ່າງເປັນທາງການ, ປະກາດໂຮມແຜ່ນດິນລາວເປັນເອກະພາບ, ພ້ອມກັນນັ້ນ ກໍໄດ້ອອກຖະແຫຼງການກ່ຽວກັບການປ່ຽນແປງການປົກຄອງ, ລົບລ້າງທຸກສັນຍາທີ່ລາວໄດ້ເຊັນກັບຝຣັ່ງ, ປະກາດໃຊ້ລັດຖະທໍາມະນູນສະບັບທໍາອິດ, ປະກາດໃຊ້ທຸງຊາດ, ປະກາດແຕ່ງຕັ້ງຄະນະລັດຖະບານຊົ່ວຄາວ ເຊິ່ງມີສະເດັດເຈົ້າສຸພານຸວົງ ເປັນລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແລະ ຕໍ່ມາໄດ້ດໍາລົງຕໍາແໜ່ງເປັນຜູ້ບັນຊາການທະຫານສູງສຸດອີກດ້ວຍ. ພ້ອມທັງ ຮຽກຮ້ອງໃຫ້ພະນັກງານຫຼັກແຫຼ່ງ ສືບຕໍ່ເສີມຂະຫາຍມູນເຊື້ອອັນພິລະອາດຫານ ຂອງປະຊາຊົນລາວ ບັນດາເຜົ່າທີ່ບໍ່ຍອມໃຫ້ປະເທດຊາດ ອັນແສນຮັກຂອງຕົນຕົກຢູ່ພາຍໃຕ້ການປົກຄອງຂອງຈັກະພັດຜູ້ຮຸກຮານ ແລະ ພ້ອມກັນຮັກສາມູນເຊື້ອອົງອາດກ້າຫານນີ້ໃວ້ໃຫ້ຄົງຕະຫຼອດໄປ.
ໃນພິທີ ໄດ້ຜ່ານຂໍ້ຕົກລົງ ຂອງວິທະຍາຄານພະລາທິການກອງທັບ ວ່າດ້ວຍການແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ ຢູ່ ວພກ ຕື່ມອີກ.
ໂດຍ: ແກ້ວອຸດອນ ລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















