ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ໜ້າທີ່ ແລະ ນະໂຍບາຍຕ່າງໆ ຕໍ່ຄູອາສາທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ
ເວລາອອກຂ່າວ: 2025-10-15 10:34:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 784 | ຄວາມນິຍົມ:



ພາຍຫຼັງທີ່ລັດຖະບານໄດ້ອອກມະຕິ ເລກທີ 09/ລບ ວ່າດ້ວຍການແກ້ບັນຫາຂາດແຄນຄູສອນ ເຊິ່ງໄດ້ມອບໃຫ້ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັນເປັນເຈົ້າການໃນການແກ້ໄຂບັນຫາການຂາດແຄນຄູສອນຢູ່ເຂດຫ່າງໄກສອກຫຼີກ ແລະ ການປະລະການຮຽນຂອງນັກຮຽນ ໂດຍຫັນເອົາຄູອາສາທີ່ລໍຖ້າໂຄຕ້າ ເຂົ້າມາເປັນລັດຖະກອນປ້ອງກັນຊາດ (ທະຫານ)ຈຳນວນ 2.000 ຄົນ ແລະ ຫັນເອົາພະນັກງານ-ນັກຮົບ ໄປເຝິກອົບຮົບວິຊາຄູຊັ້ນປະຖົມສຶກສາ ແລ້ວໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ໂດຍສະເພາະແມ່ນເຂດທຸລະກັນດານ. ຕໍ່ບັນຫານີ້, ຫຼາຍຄົນຍັງບໍ່ທັນເຂົ້າໃຈ ແລະ ສັບສົນຕໍ່ວຽກງານດັ່ງກ່າວ ບາງຄົນກໍມີທັດສະນະດ້ານລົບ, ບາງຄົນຢາກຮູ້ກ່ຽວກັບຂັ້ນຕອນ, ໜ້າທີ່ ແລະ ນະໂຍບາຍຕ່າງໆ ຕໍ່ຄູອາສາຜູ້ທີ່ຈະເຂົ້າເປັນທະຫານ ແລະ ທະຫານຜູ້ທີ່ຈະໄປເປັນຄູ. ສະຫາຍ ພັນເອກ ປອ ສອນໄຊ ຈັນຍາລາດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມກອງທັບວ່າ: ສໍາລັບໜ້າທີ່ ຄູອາສາສະໝັກ ທີ່ໄດ້ຮັບການບັນຈຸເຂົ້າເປັນລັດຖະກອນປ້ອງກັນຊາດ ຈະໄດ້ປະຕິບັດ 2 ໜ້າທີ່ຄື: 1. ສິດສອນຊັ້ນປະຖົມຕາມການມອບໝາຍ ຂອງໂຮງຮຽນແຫ່ງນັ້ນໆ; 2. ມີໜ້າທີ່ໃນການກໍ່ສ້າງຮາກຖານໃນເຂດຕົນເອງສັງກັດ ແລະ ດໍາເນີນຊີວິດຢູ່ໃນໂຮງຮຽນທີ່ຕົນສັງກັດ, ພ້ອມທັງມີການປະເມີນຕີລາຄາການປະຕິບັດໜ້າທີ່, ການສິດສອນ ເປັນແຕ່ລະໄລຍະ, ສ່ວນການຮັບນະໂຍບາຍເງິນເດືອນ ແມ່ນສາມາດຮັບໄດ້ຢູ່ກອງບັນຊາການທະຫານເມືອງ ຫຼື ກອງກໍ່ສ້າງຮາກຖານການເມືອງ ໃນເຂດທີ່ຕົນສັງກັດ. ສ່ວນການປະຕິບັດນະໂຍບາຍ ໃຫ້ແກ່ຄູອາສາສະໝັກ ທີ່ໄດ້ຮັບການບັນຈຸເຂົ້າເປັນລັດຖະກອນປ້ອງກັນຊາດ ແມ່ນກອງບັນຊາການທະຫານເມືອງ ຫຼື ກອງກໍ່ສ້າງຮາກຖານການເມືອງ ໃນເຂດທີ່ຕົນສັງກັດ ເປັນຜູ້ຄິດໄລ່ເງິນເດືອນ ແລະ ເງິນນະໂຍບາຍ ເຊິ່ງມີລາຍລະອຽດດັ່ງນີ້: 1. ນະໂຍບາຍອາຊີບຄູ: ໄດ້ຮັບເງິນອຸດໜູນວິຊາຊີບຄູ; ໄດ້ຮັບເງິນນະໂຍບາຍການສອນຫ້ອງຄວບ; ໄດ້ຮັບເງິນນະໂຍບາຍສອນໃນເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານ; ໄດ້ຮັບການເລື່ອນຊັ້ນ ຕຳແໜ່ງບໍລິຫານ, ວິຊາການຄູ ແລະ ເງິນອຸດໜູນ ຕາມລະບຽບການ ແລະ ກົດໝາຍ ກໍານົດໄວ້;ໄດ້ຮັບການເຝິກອົບຮົມ ແລະ ຍົກລະດັບ ວິຊາຊີບຄູ. 2. ນະໂຍບາຍໃນການປະຕິບັດໜ້າທີ່ເປັນທະຫານ: ໄດ້ຮັບການປະດັບທຽບຊັ້ນຕາມວຸດທິການສຶກສາ; ໄດ້ຮັບນະໂຍບາຍເງິນເດືອນ; ໄດ້ຮັບການເລື່ອນຊັ້ນ; ໄດ້ຮັບຊຸດເຄື່ອງແບບທະຫານ; ການເຝິກອົບຮົມທາງການທະຫານ; ໄດ້ຮັບນະໂຍບາຍອື່ນໆ ເຊັ່ນ: ເຄື່ອງອຸປະໂພກ, ບໍລິໂພກ ຕາມອັດຕາ, ຕາມລະບຽບການ ແລະ ກົດໝາຍ ວ່າດ້ວຍ ນາຍທະຫານ ກອງທັບປະຊາຊົນລາວ. ສຳລັບ ນາຍ ແລະ ພົນທະຫານ ທີ່ຈະໄປຊ່ວຍສອນ ຕ້ອງໄດ້ຜ່ານການເຝິກອົບຮົມ ວິຊາຄູຊັ້ນປະຖົມສຶກສາກ່ອນ, ຜູ້ທີ່ຖືກສັບຊ້ອນໄປເຮັດໜ້າທີ່ນັ້ນ ຈະໄດ້ຮັບເງິນເພີ່ມຕື່ມ 70% ຂອງເງິນເດືອນພື້ນຖານ (ຕາມຊັ້ນ) ແລະ ຍັງຈະເປັນອີກໜຶ່ງເງື່ອນໄຂໃນການສະເໜີເລື່ອນຊັ້ນ, ເລື່ອນທຽບຊັ້ນ ສັງລວມໄດ້ວ່າ ການທີ່ເອົາທະຫານໄປຊ່ວຍສອນນີ້ ເປັນແກ້ໄຂບັນຫາແບບສະເພາະໜ້າ ໄປຊ່ວຍສອນໃນເວລາຈຳເປັນ ກໍຄືເວລາທີ່ຄູທີ່ສອນເປັນປະຈຳບໍ່ສະບາຍ ຫຼື ມີວຽກຄອບຄົວຕ່າງໆ. ສ່ວນໄລຍະຍາວ ລັດຖະບານໄດ້ປຸກລະດົມໃຫ້ທຶນຮຽນແບບມີເບ້ຍລ້ຽງໃຫ້ແກ່ນັກຮຽນຜູ້ທີ່ຈະໄປຮຽນວິຊາຄູ ຢູ່ຕາມວິທະຍາໄລຄູຕ່າງໆ ໃນຂອບເຂດທົ່ວປະເທດ ແລະ ພາຍຫຼັງຮຽນຈົບ ແມ່ນຈະຖືກສັບຊ້ອນໄປສອນຕາມໂຄຕ້າ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ