ກອງບັນຊາການທະຫານແຂວງເຊກອງ ເປີດບັ້ນອົບຮົມຫັດແອບວຽກງານສຶກສາ ປກຊ-ປກສ ຊຸດທີ VI
ເວລາອອກຂ່າວ: 2025-10-15 15:46:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 676 | ຄວາມນິຍົມ: ![]()
ວັນທີ 15 ຕຸລາ 2025 ນີ້, ກອງບັນຊາການທະຫານແຂວງເຊກອງ ໄດ້ຈັດພິທີເປີດບັ້ນອົບຮົມ-ຫັດແອບວຽກງານສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ໃຫ້ພະນັກງານຂັ້ນນໍາພາ-ຄຸ້ມຄອງເປົ້າໝາຍ 3 ຊຸດທີ VI ປະຈໍາປີ 2025 ທີ່ໂຮງຮຽນການທະຫານທ້ອງຖິ່ນ ແຂວງເຊກອງ, ໂດຍການເປັນປະທານ ຂອງ ສະຫາຍ ບຸນຫຼາຍ ບຸດທິ ເລຂາພັກແຂວງ, ເຈົ້າແຂວງ ແຂວງເຊກອງ, ປະທານຄະນະກໍາມະການ ປກຊ-ປກສ ຂັ້ນແຂວງ, ມີສະຫາຍ ພົນຈັດຕະວາ ຄໍາບານ ພົມມະນີວົງ ກຳມະການຄະນະພັກແຂວງ, ຮອງປະທານຄະນະກໍາມະການ ປກຊ-ປກສ ຂັ້ນແຂວງ, ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ມີບັນດາສະຫາຍກໍາມະການຄະນະພັກແຂວງ, ຄະນະພັກ-ຄະນະບັນຊາກຳລັງ ປກຊ-ປກສ, ກົມການທະຫານທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ຄູ-ອາຈານ ແລະ ນັກສໍາມະນາກອນຈາກອົງການຂັ້ນແຂວງ ແລະ 4 ຕົວເມືອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ວົງໄຊ ພະອຸທອນ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງເຊກອງ ໄດ້ຜ່ານຂໍ້ຕົກລົງຂອງປະທານ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງເຊກອງ ວ່າດ້ວຍອະນຸມັດເປີດບັ້ນອົບຮົມວຽກງານສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ພະນັກງານຂັ້ນນໍາພາ-ຄຸ້ມຄອງເປົ້າໝາຍ 3 ຊຸດທີ VI ທົ່ວແຂວງເຊກອງ ປະຈໍາປີ 2025 ຢ່າງເປັນທາງການ, ທັງນີ້ກໍ່ເພື່ອຍົກສູງຄວາມຮູ້ຄວາມສາມາດໃຫ້ບັນດາພະນັກງານການນໍາຂັ້ນແຂວງ, 4 ຕົວເມືອງ ແລະ ບັນດາອົງການຈັດຕັ້ງມະຫາຊົນທົ່ວແຂວງເຊກອງໄດ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງບັນດາກົດລະບຽບ-ກົດໝາຍ ຂອງກອງທັບກໍ່ຄືກົດໝາຍຂອງກະຊວງປ້ອງກັນປະເທດວາງອອກໃຫ້ໜັກແໜ້ນ. ໂດຍສະເພາະ ທາງດ້ານທິດສະດີການເມືອງ-ການທະການ ແລະພະລາທິການ-ເຕັກນິກ, ວຽກງານສຶກສາປ້ອງກັນຕົວ, ບໍ່ວ່າຈະເປັນ ດ້ານສິນລະປະຍຸດ-ຍຸດທະວິທີ ແລະ ການນໍາໃຊ້ອາວຸດ-ກະສຸນໃຫ້ມີຄວາມສໍານິສໍານານຄ່ອງແຄ້ວວອງໄວທັນກັບສະພາບການ.
ສະຫາຍ ພັນໂທ ສຸກສາດອນ ສຸລິນທອນ ຫົວໜ້າພະແນກ ການທະຫານທ້ອງຖິ່ນທະຫານແຂວງເຊກອງ ໃຫ້ຮູ້ວ່າ: ຈຸດປະສົງໃນການອົບຮົມ-ຫັດແອບໃນຄັ້ງນີ້ກໍ່ເພື່ອແນ່ໃສ່ຍົກສູງລະດັບຄວາມຮູ້ຄວາມສາມາດຂອງບັນດາພະນັກງານຫຼັກແຫຼ່ງໃນທົ່ວແຂວງ, ໄດ້ຮັບຮູ້ເຊື່ອມຊຶມທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເລິກເຊິ່ງ. ບັ້ນອົບຮົມຄັ້ງນີ້ ມີນັກສໍາມະນາກອນເຂົ້າຮ່ວມອົບຮົມ ມີ 30 ສະຫາຍ, ໃນນີ້ມີ ພະນັກງານການນໍາອ້ອມຂ້າງແຂວງ 14 ສະຫາຍ, ພະນັກງານ ແລະ ອົງການຈັດຕັ້ງ 4 ຕົວເມືອງ 16 ສະຫາຍ, ພາກສ່ວນຄູອາຈານມີ 16 ສະຫາຍ, ໃນນີ້ອາຈານຮັບເຊີນຈາກກົມການທະຫານທ້ອງຖິ່ນ 1 ສະຫາຍ, ກອງບັນຊາການທະຫານແຂວງ 9 ສະຫາຍ, ກອງບັນຊາການ ປກສ ແຂວງ 3 ສະຫາຍ ແລະ ອາຈານສອນພາກສະໜາມ 3 ສະຫາຍ, ເນື້ອໃນການອົບຮົມຫັດແອບປະກອບມີ 2 ພາກຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງຍິງລູກປືນແທ້ຢູ່ສະໜາມ ແລະ ຈະດຳເນີນໄປເປັນ 18 ວັນ ຈິ່ງຈະສໍາເລັດ.
ໂດຍ: ກອງຄໍາ ຈິ່ງດ້າຍອດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















