ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ໄຂຂຶ້ນຢ່າງເປັນທາງການ
ເວລາອອກຂ່າວ: 2025-10-15 15:47:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 964 | ຄວາມນິຍົມ: ![]()
ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 15 ຕຸລາ 2025 ນີ້, ທີ່ຫໍປະຊຸມໃຫຍ່ໂຮງຮຽນການເມືອງ-ການປົກຄອງແຂວງໄຊຍະບູລີ ພາຍໃຕ້ການເປັນປະທານ ຂອງສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນການພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາສະຫາຍຕາງໜ້າຄະນະຈັດຕັ້ງສູນກາງພັກ, ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະນັກງານປະຕິວັດອາວຸໂສບຳນານ, ນັກຮົບແຂ່ງຂັນ, ວິລະຊົນແຫ່ງຊາດ, ບັນດາສະຫາຍການນຳຜູ້ຕາງໜ້າຈາກພະແນກການອ້ອມຂ້າງແຂວງ, ເມືອງ, ກອງບັນຊາການທະຫານແຂວງ ແລະ ບັນດາສະຫາຍຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ສະມາຊິກພັກເຂົ້າຮ່ວມ.
ສະຫາຍ ພົງສະຫວັນ ສິດທະວົງ ໄດ້ກ່າວໄຂກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ຢ່າງເປັນທາງການ, ຈາກນັ້ນ ສະຫາຍ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ, ປະທານສະພາປະຊົນແຂວງໄດ້ຜ່ານຮ່າງບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກແຂວງໄຊຍະບູລີ ສະໄໝທີ VII ຕະຫຼອດໄລຍະ 5 ປີຜ່ານມາ, ຄະນະບໍລິຫານງານພັກແຂວງ ພ້ອມກັບປະຊາຊົນບັນດາເຜົ່າໃນທົ່ວແຂວງ ໄດ້ເອົາໃຈໃສ່ຕັ້ງໜ້າເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ເປັນເອກກະພາບບຸກບືນກ້າວຂຶ້ນ, ເຊີດຊູນ້ຳໃຈຮັກຊາດ ຮັກລະບອບໃໝ່, ບົນຈິດໃຈເອກກະລາດ, ເປັນເຈົ້າຂອງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຕິບັດແນວທາງປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະບໍລິຫານງານສູນກາງພັກ ເຮັດໃຫ້ແຂວງໄຊຍະບູລີ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັນແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ວັດທະນະທຳ-ສັງຄົມໄດ້ຮັບການພັດທະນາດີຂຶ້ນ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ ໄດ້ຮັບການອະນຸລັກຮັກສາເສີມຂະຫຍາຍ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ຮາກຖານພັກແຕ່ລະຂັ້ນໄດ້ຮັບການປັບປຸງ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງລະບົບການເມືອງ ປະຊາທິປະໄຕ ປະຊາຊົນຢູ່ຂັ້ນຮາກຖານ ມີຄວາມເຂັ້ມແຂງສາມາດນຳພາປະຊາຊົນ ບັນດາເຜົ່າຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ຄອບຄົວທຸກຍາກຫຼຸດລົງເທື່ອລະກ້າວ. ຄະນະພັກ-ຄະນະບັນຊາກຳລັງ ປກຊ-ປກສ ທຸກຂັ້ນ ໄດ້ປຸກລະດົມທົ່ວສັງຄົມ ເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແຂງແຮງ, ກວ້າງຂວາງສາມາດສະກັດກັ້ນ, ທັບມ້າງແຜນການເຄື່ອນໄຫວຂອງສັດຕູ, ອິດທິກຳລັງປໍລະປັກ, ກຸ່ມຄົນບໍ່ຫວັງດີ ເຮັດໃຫ້ທົ່ວແຂວງ, ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ມີຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍສ້າງເງື່ອນໄຂໃຫ້ແກ່ການພັດທະນາ ແລະ ການດໍາລົງຊີວິດຂອງປະຊາຊົນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ແລະ ເມືອງໄດ້ຮັບການປັບປຸງທາງດ້ານປະລິມານ ແລະ ຄຸນນະພາບ, ຕິດພັນກັບການຫັນລົງກໍ່ສ້າງຮາກຖານການເມືອງ ສ້າງບ້ານປ້ອມໝັ້ນ ກຸ່ມບ້ານສູ້ຮົບຕິດລຽນ, ບ້ານປ້ອງກັນຄວາມສະຫງົບດີ, ບ້ານປ້ອງກັນຊາດເຂັ້ມແຂງ, ຄອບຄົວປ້ອງກັນຄວາມສະຫງົບດີ, ບ້ານປອດຢາເສບຕິດ, ໂຮງຮຽນປອດຢາເສບຕິດ, ເຝິກແອບຮ່ຳຮຽນວຽກງານສຶກສາປ້ອງກັນຊາດໃຫ້ບັນດາ ໂຮງຮຽນທາງພາກລັດ ແລະ ເອກກະຊົນ, ຂົງເຂດການພັດທະນາເສດຖະກິດ-ສັງຄົມ ປັດຈຸບັນສາມາດຮັກສາໄດ້ສະພາບໝັ້ນທ່ຽງເຕີບໂຕຢູ່ໃນລະດັບ 4,8 %/ປີ ລວມຍອດຜະລິດຕະພັນພາຍໃນໄດ້ 24.108 ຕື້ກີບ, ສະເລ່ຍລາຍຮັບ 2.567 ໂດລາ/ຄົນ/ປີ, ຂະຂວນການຜະລິດເປັນສິນຄ້າ ປູກຝັງ-ລ້ຽງສັດ ໄດ້ຮັບການສົ່ງເສີມຢ່າງກວ້າງຂວາງ ແລະ ຝົດຟື້ນ ຖືກຕ້ອງຕາມລະບຽບກົດໝາຍ, ໄດ້ປະກາດເມືອງພົ້ນທຸກ 1 ເມືອງ, ບ້ານພົ້ນທຸກ 327 ບ້ານ, ບ້ານພັດທະນາ 175 ບ້ານ, ຄອບຄົບພົ້ນທຸກ 58.434 ຄອບຄົວ, ປະກາດບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ 1 ບ້ານ.
ກອງປະຊຸມໄດ້ຄົ້ນຄວ້າລົງເລິກຕີລາຄາບັນດາຈຸດດີ-ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ຈະໄດ້ຮັບຮອງເອົາທິດທາງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາຄິດເຫັນ ຂອງບັນດາຕົວແທນຈາກກົມກອງອ້ອມຂ້າງແຂວງ ແລະ ຄອບຄົວຕົວແບບຈຳນວນໜຶ່ງຕື່ມອີກ. ບັນຫາສຳຄັນໃນກອງປະຊຸມຄັງນີ້, ບັນດາຜູ້ແທນກອງປະຊຸມຈະໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອເປັນຜູ້ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງໃຫ້ໄດ້ຮັບຜົນສໍາເລັດ. ພ້ອມດຽວກັນນີ້ ຍັງຈະໄດ້ປ່ອນບັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ກອງປະຊຸມໃຫຍ່ຄັ້ງນີ້, ຈະໄດ້ຮັບຝັງຄໍາເຫັນໂອ້ລົມຈາກ ສະຫາຍ ປອ ຄຳພັນ ພົມມະທັດ ທີ່ໄດ້ຕາງໜ້າກົມການເມືອງສູນກາງພັກ ເພື່ອເປັນເຂັມຊີ້ທິດໃນການຈັດຕັ້ງປະຕິບັດ ໃຫ້ມີຜົນສຳເລັດໜ້າທີ່ການເມືອງທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາແຂວງໄຊຍະບູລີ ໃຫ້ໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ຮັກສາໄດ້ຄວາມສະຫງົບປອດໄພ ໃນທົ່ວປວງຊົນແຂວງໄຊຍະບູລີ ໃຫ້ໄດ້ 100%.
ຂ່າວ+ພາບ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















