ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ຍົກສູງວຽກງານການເມືອງແນວຄິດ ເຂົ້າໃນການຈັດຕັ້ງຫັດແອບກ້ອນກຳລັງ ເຂົ້າຮ່ວມເດີນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
ເວລາອອກຂ່າວ: 2025-10-15 15:48:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 723 | ຄວາມນິຍົມ:



ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ຫົວໜ້າຄະນະຮັບຜິດຊອບວຽກງານການເມືອງ ເດີນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໄດ້ໃຫ້ສຳພາດວ່າ: ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານການເມືອງ ຮັບປະກັນໃຫ້ແກ່ການຈັດຕັ້ງຫັດແອບກ້ອນກຳລັງ ເຂົ້າຮ່ວມເດີນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ໄດ້ຮັບຜົນດີ, ຄະນະຮັບຜິດຊອບວຽກງານການເມືອງ ໄດ້ຊີ້ນໍາຄະນະຮັບຜິດຊອບກ້ອນກໍາລັງ ເອົາໃຈໃສ່ປະຕິບັດຕາມລະບຽບທິດຊີ້ນໍາຂອງຂັ້ນເທິງຢ່າງເຂັ້ມງວດ ເພື່ອເຮັດໃຫ້ການເຝິກຊ້ອມສໍາເລັດຢ່າງມີປະສິດທິຜົນ. ເຊິ່ງທັງໝົດ ເພື່ອເປັນການທົບທວນມູນເຊື້ອ 50 ປີ ແຫ່ງການຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ ກ້າວໄປສູ່ການສະຖາປະນາ ສປປ ລາວ ຢ່າງສະຫງ່າຜ່າເຜີຍ ແລະ ມີຜົນສໍາເລັດອັນໃຫຍ່ຫຼວງຫຼາຍດ້ານ, ທັງເປັນການປຸກລະດົມ-ຊຸກຍູ້ຂະບວນການຮອບດ້ານໃນທົ່ວກອງທັບໃຫ້ມີຜົນງານຕົວຈິງ ໂດຍສະເພາະແມ່ນໄລຍະກະກຽມຫັດແອບກຳລັງ ເຂົ້າຮ່ວມສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ມີຂະບວນການຟົດຟື້ນຢ່າງແຂງແຮງ ແລະ ຕໍ່ເນື່ອງ ອັນພົ້ນເດັ່ນ ໄດ້ກະກຽມທາງດ້ານແຜນການເອກະສານທີ່ຕິດພັນການເຄື່ອນໄຫວວຽກງານການເມືອງໃຫ້ແກ່ກ້ອນກຳລັງຈັດຕັ້ງຫັດແອບສວນສະໜາມໃນຄັ້ງນີ້ ສຳເລັດໂດຍພື້ນຖານ, ມີຕາຕະລາງການເຄື່ອນໄຫວຕົວຈິງ, ມີກຳລັງພົນເຂົ້າຮ່ວມຢ່າງພຽງພໍໃນດ້ານວຽກງານການເມືອງ, ໄດ້ເຄື່ອນໄຫວແຕ່ລະຈຸດ ຕາມຕາຕະລາງການເຄື່ອນໄຫວຂອງຕົນເອງ ເຊິ່ງມາຮອດປັດຈຸບັນ ໂດຍລວມແລ້ວ ມີຄວາມສະດວກທຸກປະການ ຍ້ອນໄດ້ຮັບການນຳພາ-ຊີ້ນຳ ຈາກຄະນະຊີ້ນຳລວມວຽກງານການເມືອງ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດ ມີຄວາມຫ້າວຫັນປະກອບສ່ວນຢ່າງຕັ້ງໜ້າຢ່າງເປັນຂະບວນການຟົດຟື້ນ. ໃນນີ້, ຂໍ້ຫຍຸ້ງຍາກ ເຫັນວ່າການເຄື່ອນໄຫວຕາມຕາຕະລາງ ຂອງຄະນະຊີ້ນຳລວມບາງຄັ້ງມີການປັບປ່ຽນດ້ານຕາຕະລາງ ເຮັດໃຫ້ການເຄື່ອນໄຫວບໍ່ໄດ້ຕາມແຜນທີ່ກຳນົດໄວ້ຈຳນວນໜຶ່ງ ແຕ່ໂດຍພື້ນຖານໄດ້ດຳເນີນໄປປົກກະຕິ, ເຊິ່ງປັດຈຸບັນ ໄດ້ຈັດຕັ້ງຄະນະວຽກງານການເມືອງ ເຄື່ອນໄຫວຕິດຕາມຊຸກຍູ້ການຫັດແອບຢູ່ແຕ່ລະຈຸດ ແຕ່ລະກ້ອນ, ເຄື່ອນໄຫວສາຍຮູບເງົາ, ເຜີຍແຜ່ຄຳແນະນຳ, ເກັບກຳຂໍ້ມູນຂ່າວສານ, ພ້ອມກັນນີ້ ຈະໄດ້ມີແຜນການໃນການເຄື່ອນໄຫວສີລະປະສະແດງຮັບໃຊ້ໃນແຕ່ລະຈຸດຕາມແຜນການ ຕື່ມອີກ. ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ໄດ້ກ່າວຕື່ມອີກວ່າ: ໃນໂອກາດ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະມາເຖິງນີ້, ຕາງໜ້າໃຫ້ຄະນະຮັບຜິດຊອບວຽກງານການເມືອງ ຂໍອວຍພອນໄຊອັນປະເສີດ ໃຫ້ການນໍາພັກ-ລັດ, ຄະນະນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ຊີ້ນໍາກອງທັບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ ກາຍເປັນກອງທັບປະຕິວັດທີ່ມີແບບແຜນທັນສະໄໝ ຢ່າງບໍ່ຢຸດຢັ້ງ ແລະ ຮຽກຮ້ອງໃຫ້ພະນັກງານ-ນັກຮົບ ກ້ອນກຳລັງສວນສະໜາມແຕ່ລະກ້ອນ ຈົ່ງພ້ອມກັນອອກແຮງແຂ່ງຂັນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ