ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ປະກາດການແຕ່ງຕັ້ງໜ້າທີ່ຂັ້ນພະແນກການ ຂຶ້ນກັບຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2025-10-15 15:50:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 723 | ຄວາມນິຍົມ:



ພິທີ ປະກາດການແຕ່ງຕັ້ງໜ້າທີ່ຂັ້ນພະແນກການ ຂຶ້ນກັບຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 15 ຕຸລາ 2052 ນີ້, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ອຳພອນ ສຸກວິໄຊ ກຳມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະຫ້ອງ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ຄອນສະຫວັນ ແກ້ວທອນຈັນ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງ ໜ້າທີ່ຂັ້ນພະແນກການ ຂຶ້ນກັບຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໃນນີ້, ກົມໃຫຍ່ການເມືອງກອງທັບ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ ມະນີແສງ ກົມບຸດຕະວົງ ເປັນຫົວໜ້າພະແນກຈັດຕັ້ງພັກ, ສະຫາຍ ພັນໂທ ສຸກສາຄອນ ຈັນຍາຫານ ເປັນຫົວໜ້າພະແນກໂຄສະນາອົບຮົມ, ສະຫາຍ ພັນໂທ ຕ່ອມຄໍາ ໄຊຍະວົງສັກ ເປັນຮອງຫົວໜ້າພະແນກໂຄສະນາອົບຮົມ, ສະຫາຍ ພັນໂທ ບຸນຈະເລີນ ລຸດຈະດາ ເປັນຮອງຫົວໜ້າພະແນກນະໂຍບາຍ, ສະຫາຍ ພັນໂທ ສີຈັນ ສີລິວົງ ເປັນຮອງຫົວໜ້າພະແນກຈັດຕັ້ງພັກ, ສະຫາຍ ພັນຕີ ວິໄລສັກ ພອນຄໍາປານ ເປັນຮອງຫົວໜ້າພະແນກຊາວໜຸ່ມ, ສະຫາຍ ພັນຕີ ກອງຄໍາ ດາວັນຄໍາ ເປັນຮອງຫົວໜ້າພະແນກພະນັກງານ, ສະຫາຍ ຮ້ອຍເອກ ນາດຕະສິນ ວຸດທິວົງ ເປັນຮອງຫົວໜ້າພະແນກປ້ອງກັນພາຍໃນ. ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງ ຂອງຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງພະນັກງານຊ່ວຍວຽກ ຂອງພະແນກການ ຈຳນວນໜຶ່ງ ຕື່ມອີກ. ໂອກາດນີ້, ສະຫາຍ ພັນເອກ ອຳພອນ ສຸກວິໄຊ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ໃນຄັ້ງນີ້, ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີແບບແຜນການດຳລົງຊີວິດທີ່ດີ, ມີແບບແຜນວິທີເຮັດວຽກທີ່ມີວິທະຍາສາດ, ເຮັດວຽກເປັນໝູ່ຄະນະ ແບ່ງໃຫ້ບຸກຄົນຮັບຜິດຊອບ, ກ້າເຮັດກ້າຕັດສິນໃຈ ແລະ ຍ້ອມຮັບໃນສິ່ງທີຖືກຕ້ອງ, ພ້ອມກັນພັດທະນາພະແນກການຂອງຕົນ ໃຫ້ໜັກແໜ້ນເຂັ້ມແຂງ ເຮັດໃຫ້ທົ່ວຫ້ອງການເມືອງ ການກົມໃຫຍ່ການເມືອງກອງທັບ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ