ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ຫ້ອງວ່າການ ກະຊວງປ້ອງກັນປະເທດ ປາຖະກະຖາ 2 ວັນປະຫວັດສາດ
ເວລາອອກຂ່າວ: 2025-10-16 15:09:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 714 | ຄວາມນິຍົມ:



ວັນທີ 16 ຕຸລາ 2025 ນີ້, ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 80 ປີ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ, ໂດຍການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ພົນຈັດຕະວາ ຄໍາແຫວນ ຫຼ້າບົວມະຫາໄຊ ຮອງຫົວໜ້າຫ້ອງວ່າ ການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ບໍລິສັດລັດວິສາຫະກິດ, ພ້ອມດ້ວຍພະນັກງານ-ນັກຮົບ ທົ່ວຫ້ອງວ່າການກະຊວງປ້ອງກັນປະເທດເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຄໍາແຫວນ ຫຼ້າບົວມະຫາໄຊ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນປະກາດເອກະລາດ ເຊິ່ງເປັນເຫດການປະຫວັດສາດຂອງຊາດລາວ ທີ່ໄດ້ປະກາດຄວາມເປັນເອກະລາດ ເປັນເຈົ້າຂອງປະເທດ ຕໍ່ຊາວໂລກຢ່າງເປັນທາງການ, ປະກາດໂຮມແຜ່ນດິນລາວເປັນເອກະພາບ ພ້ອມທັງໄດ້ອອກຖະແຫຼງການກ່ຽວກັບການປ່ຽນແປງການປົກຄອງ, ລົບລ້າງທຸກສັນຍາທີ່ລາວໄດ້ເຊັນກັບຝຣັ່ງ, ປະກາດໃຊ້ລັດຖະທຳມະນູນສະບັບທຳອິດ, ປະກາດໃຊ້ທຸງຊາດ (ທຸງຊາດລາວໃນປັດຈຸບັນ), ການປະກາດເອກະລາດ ວັນທີ 12 ຕຸລາ 1945 ໄດ້ເຮັດໃຫ້ຊາວໂລກ ຮັບຮູ້ກ່ຽວກັບຄວາມເປັນຊາດລາວ, ຮັບຮູ້ອະທິປະໄຕ ແລະ ເຂດນໍ້າແດນດິນຂອງລາວ, ຮັບຮູ້ລັດຖະບານຊົ່ວຄາວຂອງລາວ ແລະ ຮັບຮູ້ວ່າ ຊາດລາວ-ຄົນລາວ ເປັນຄົນມີກຽດສັກສີເໝືອນຊາດອື່ນໆ ແລະ ຢາກມີອິດສະຫຼະພາບ, ເປັນເຈົ້າຊະຕາກໍາຂອງຕົນເອງ ເພື່ອຄວາມຢູ່ດີກິນດີ ແລະ ຄວາມຈະເລີນກ້າວໜ້າ. ຍ້ອນແນວນັ້ນ, ຈຶ່ງຖືເອົາວັນປະກາດເອກະລາດ 12 ຕຸລາ 1945 ເປັນວັນປະຫວັດສາດສໍາຄັນຂອງຊາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈ ຕໍ່ຄວາມອາດຫານຊານໄຊໃນການຕໍ່ສູ້ບົນຈິດໃຈ “ຍອມຕາຍດີກວ່າເປັນຂ້ອຍຂ້າ, ຕາຍເພື່ອເອກະລາດ ດີກວ່າຢູ່ໃຕ້ແອກປົກຄອງຂອງຕ່າງຊາດ” ຈາກນັ້ນມາ ນໍ້າໃຈວັນທີ 12 ຕຸລາ ຈຶ່ງກາຍເປັນມູນເຊື້ອແຫ່ງການຕໍ່ສູ້ມີໄຊຂອງຄົນລາວຜູ້ຮັກຊາດ ພາຍໃຕ້ການນໍາພາຂອງພັກ, ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ໃນວັນທີ 2 ທັນວາ 1975. ພ້ອມນັ້ນກໍຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນສ້າງຕັ້ງການທູດລາວ ເຊິ່ງພາຍຫຼັງທີ່ໄດ້ນໍາພາປະຊາຊົນຕໍ່ຕ້ານການຄອບຄອງຄັ້ງທີ 2 ຂອງຝຣັ່ງແຕ່ 1945-1954 ຄະນະພັກແຄວ້ນລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ກອງປະຊຸມໃຫຍ່ຄັ້ງທີ 2 ຂອງພັກກອມມູນິດອິນດູຈີນໃນປີ 1951 ໄດ້ຕົກລົງສາງຕັ້ງພັກເອກະລາດ ຢູ່ແຕ່ລະປະເທດໃນສາມຊາດອິນດູຈີນ ລາວ, ຫວຽດນາມ ແລະ ກໍາປູເຈຍ ສະເພາະຢູ່ລາວເຮົາ ພັກໄດ້ໄຂກອງປະຊຸມໃຫຍ່ຂອງພັກປະຊາຊົນລາວຄັ້ງທີ 1 ( ພັກປະຊາຊົນປະຕິວັດລາວໃນປັດຈຸບັນ ) ໃນວັນທີ 22 ມີນາ 1955 ຢູ່ເຂດທີ່ໝັ້ນຊໍາເໜືອ ໂດຍໄດ້ວາງນະໂຍບາຍພື້ນຖານ ແລະ ວາງໂຄງການດໍາເນີນງານສະເພາະໜ້າ ປະກອບມີ 12 ຂໍ້ ໃນນັ້ນຂໍ້ 10 ໄດ້ກໍານົດແນວທາງການຕ່າງປະເທດຄື: ຜູກມິດກັບທຸກປະເທດທີ່ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ ບົນພື້ນຖານຫຼັກການສະເໝີພາບ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໂດຍມີສະເດັດເຈົ້າ ສຸພານຸວົງ ເປັນຜູ້ນໍາພາວຽກງານການຕ່າງປະເທດ ນັບແຕ່ນັ້ນມາ ປະເທດລາວ ໄດ້ຖືກຮັບຮູ້ໃນທົ່ວໂລກ ແລະ ໄດ້ເປັນສະມາຊິກອົງການສະຫະປະຊາຊາດ ໃນວັນທີ 14 ທັນວາ 1955 ພັກໄດ້ຍົກສູງບັນຫາການກໍ່ສ້າງເສດຖະກິດແຫ່ງຊາດເປັນຈຸດໝາຍອັນດັບໜຶ່ງ ເຊິ່ງ ສປປ ລາວ ໄດ້ຕັ້ງໜ້າຊຸກຍູ້ວຽກງານຫັນສູ່ອຸດສາຫະກໍາ ແລະ ທັນສະໄໝ ການທູດໄດ້ສືບຕໍ່ຮັບໃຊ້ໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ປະກອບສ່ວນປະຕິບັດບັນດາເປົ້າ ໝາຍຂອງພັກ ແລະ ລັດ ເພື່ອບັນລຸເປົ້າໝາຍດ້ານນະໂຍບາຍການຕ່າງປະເທດ ປັດຈຸບັນ ສປປ ລາວ ໄດ້ມີການສ້າງຕັ້ງສາຍພົວພັນການທູດກັບ 140 ປະເທດ ແລະ ສະຖານທູດຂອງ ສປປ ລາວ ຢູ່ຕ່າງປະເທດຈໍານວນ 26 ແຫ່ງ, ມີສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ກົງສູນໃຫຍ່ 9 ແຫ່ງ ແລະ 1 ຫ້ອງການກົງສູນ. ການປາຖະກະຖາໃນຄັ້ງນີ້ ເພື່ອໃຫ້ພະນັກງານ-ສະມາຊິກພັກ-ນັກຮົບໄດ້ຮັບຮູ້ເຊື່ອມຊຶມ ເຂົ້າ ໃຈຢ່າງເລິກເຊິງ ເຖິງບັນດາເຫດການ, ການເຄື່ອນໄຫວໃນແຕ່ລະໄລຍະບົນເສັ້ນທາງອັນລະອິດລະອ້ຽວ, ເສຍສະຫຼະເລືອດເນື້ອເພື່ອການປະຕິວັດ ເຊິ່ງມັນໄດ້ເປັນຂີດໝາຍແຫ່ງໄຊຊະນະ ຂອງການຕໍ່ສູ້ກູ້ຊາດອັນພິລະອາດຫານ ນໍ້າໃຈອັນບໍລິສຸດຜຸດຜ່ອງດ້ວຍຄວາມສາມັກຄີ ແລະ ເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບປະຊາຊົນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ພັກໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານ ໂດຍເລີ່ມຈາກການປ່ຽນແປງດ້ານເສດຖະກິດຊຸກຍູ້ວຽກງານຫັນສູ່ອຸດສາຫະກຳ, ທັນສະໄໝ ແລະ ສືບຕໍ່ຫັດແໜ້ນສາຍພົວພັນກັບບັນດາປະເທດເພື່ອນມິດຍຸດທະສາດ, ໃຫ້ນັບມື້ມີຄວາມແໜ້ນແຟ້ນ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ