ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ທີມຊາດລາວໄປບໍ່ເຖິງເສັ້ນໄຊໃນການເຂົ້າຮ່ວມເຕະບານຊູຊູກິຄັບ 2018
ເວລາອອກຂ່າວ: 2018-11-22 10:19:25 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1628 | ຄວາມນິຍົມ:



ໃນ​ທີ່​ສຸດທີມ​ຊາດ​ລາວຊຸດ ໃຫຍ່ກໍບໍ່​ສາມາດ​ພິສູດ​ຕົວ​ເອງ​ໃນ​ນັດ​ສຸດ​ທ້າຍ​ຂອງ​ການ​ແຂ່ງຂັນ​ເຕະບານ ເອ​ເອ​ັຟ​ເອ​ັຟ ຊຸຊຸ​ກິຄັບ 2018 ຫຼັງ​ນັດ​ສຸດ​ທ້າຍ​ບຸກ​ໄປ​ເສຍ​ໃຫ້​ກັບ ກຳປູເຈຍ 1-3 ປະຕູ ໄປ​ຢ່າງ​ໜ້າ​ເສຍດາຍ ທັງ​ທີ່​ເປັນ​ຄູ່​ແຂ່ງ​ທີ່​ໃກ້​ຄຽງ​ທີ່​ສຸດ ແລະ ມີ​ຫວັງ​ເກັບ​ຄະແນນໃນ​ການ​ແຂ່ງ ຂັນ​ເມື່ອ​ວັນ​ທີ 20 ພະຈິກ 2018 ຜ່ານ​ມາ. ຈາກ​ຜົນ​ດັ່ງກ່າວເຮັດ​ໃຫ້ທີມ​ຊາດ​ລາວລົງ​ສະໜາມ​ຄົບ 4 ນັດ ເສຍ​ໃຫ້ຫວຽດນາມ 0-3 ປະຕູ, ເສຍ​ໃຫ້ມາ​ເລ​ເຊຍ 1-3 ປະ ຕູ, ເສຍ​ໃຫ້ມຽນ​ມາ 1-3 ປະຕູ ແລະ ນັດ​ສຸດ​ທ້າຍເສຍ​ໃຫ້ກຳປູ ເຈຍ 1-3 ປະຕູ ເຮັດ​ໃຫ້​ທີມ​ຊາດ​ລາວ​ບໍ່​ສາມາດ​ເກັບ​ຄະແນນ​ໄດ້ ຢູ່​ອັນ​ດັບ​ສຸດ​ທ້າຍ​ຂອງ​ກຸ່ມເອຕົກ​ຮອບ​ຢ່າງ​ເປັນ​ທາງ​ການ. ສຳ ລັບສະຖິຕິ​ການ​ພົບ​ກັນ​ຂອງທີມ​ຊາດ​ລາວ ແລະ ກຳປູເຈຍ ເຄີຍ​ພົບ​ກັນ 1 ນັດ​ໃນ​ລາຍການ​ນີ້ປາ ກົດ​ວ່າ: ກຳປູເຈຍຊະນະ 2-1 ປະຕູ ໃນ​ຮອບ​ຄັດ​ເລືອກບານເຕະ​ຊຸ​ຊຸ​ກິ ຄັບ 2016 ຈາກ​ຜົນ​ນັດ​ຫຼ້າ​ສຸດ ເຮັດ​ໃຫ້ກຳປູເຈຍຢ້ຳ​ແຄ້ນ​ທີມ​ຊາດ​ລາວ ຫຼັງ​ຈົບ​ການ​ແຂ່ງຂັນ ແຟນ​ບານ​ກຳປູເຈຍ ອອກ​ມາ​ສະ ຫຼອງ​ຢ່າງ​ຍິ່ງ​ໃຫຍ່.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ