ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງອາສາສະໝັກຍີ່ປຸ່ນ
ເວລາອອກຂ່າວ: 2025-10-17 08:54:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 553 | ຄວາມນິຍົມ:



ວັນທີ 16 ຕຸລາ 2025 ນີ້, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງອາສາສະໝັກຍີ່ປຸ່ນ ເຊິ່ງນຳໂດຍ ທ່ານ ໂຄອິຊຸມິ ຊຶໂຕມຸ (KOIZUMI Tsutomu) ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາລາວ ແລະ ທ່ານ ປອ. ທານາກະ ອາກິຮິໂກະ (Dr. TANAKA Akihiko) ປະທານອົງການຮ່ວມມືສາກົນຍີ່ປຸ່ນ ຈາກສຳນັກງານໃຫຍ່ ທີ່ໂຕກຽວ ປະເທດຍີ່ປຸ່ນ. ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາອາສາສະໝັກ ທີ່ມາເຄື່ອນໄຫວເຮັດວຽກຊ່ວຍເຫຼືອ ສປປ ລາວ ເຊິ່ງເປັນຜູ້ທີ່ມີຄວາມອົດທົນ ແລະ ເສຍສະຫຼະສູງ, ພິເສດໃນປີ 2025 ນີ້ ຄົບຮອບ 70 ປີ ຂອງການສ້າງຕັ້ງສາຍພົວພັນການທູດລາວ-ຍີ່ປຸ່ນ ແລະ ຄົບຮອບ 60 ປີ ຂອງການຈັດສົ່ງອາສາສະໝັກມາປະຕິບັດໜ້າທີ່ຢູ່ ສປປ ລາວ, ການຊ່ວຍເຫຼືອຂອງຍີ່ປຸ່ນ ແມ່ນຢູ່ໃນອັນດັບໜຶ່ງ ທີ່ໃຫ້ການຊ່ວຍເຫຼືອຮ່ວມມືສອງຝ່າຍ ຂອງບັນດາຄູ່ຮ່ວມພັດທະນາ ໃນ ສປປ ລາວ ໂດຍສະເລ່ຍແລ້ວມີມູນຄ່າປະມານ 80-90 ລ້ານ ໂດລາສະຫະລັດ/ປີ ແລະ ມີບາງປີກໍ່ຫຼາຍກວ່າ, ລັດຖະບານຢີ່ປຸ່ນ ໄດ້ສຸມທຶນຮອນເຂົ້າໃນຂະແໜງຕ່າງໆ ຂອງ ສປປ ລາວ ເຊັ່ນ: ການສຶກສາ, ສາທາລະນະສຸກ, ກະສິກຳ-ປ່າໄມ້, ການພັດທະນາພື້ນຖານໂຄງລ່າງເສດຖະກິດ ແລະ ອື່ນໆ, ເຊິ່ງທັງໝົດນັ້ນ ແມ່ນສອດຄ່ອງ ແລະ ເປັນໄປຕາມແຜນງານ-ໂຄງການບຸລິມະສິດ ຂອງລັດຖະບານລາວ ໂດຍສະເພາະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ, ເຊິ່ງໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ກໍ່ຄືການຊ່ວຍເຫຼືອ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນຊຸມປີຕໍ່ໜ້າ. ທ່ານ ນາຍົກລັດ ຖະມົນຕີ ຍັງໄດ້ສະເໜີໃຫ້ຝ່າຍຍີ່ປຸ່ນ ສືບຕໍ່ສົ່ງອາສາສະໝັກຂອງຕົນ ມາປະຕິບັດໜ້າທີ່ ໃນຂົງເຂດວຽກງານທີ່ເປັນບຸລິມະສິດ ໂດຍເລືອກເຟັ້ນເອົາອາສາສະໝັກ ທີ່ມີບົດຮຽນ ແລະ ຄວາມຮູ້ສະເພາະດ້ານ ເພື່ອມາຊ່ວຍຂະແໜງການຂອງລາວ, ສະເໜີອາສາສະໝັກ ໃຫ້ຄວາມຮ່ວມມື, ຖ່າຍທອດຄວາມຮູ້ຄວາມສາມາດ ແລະ ເຕັກໂນໂລຊີ ໃຫ້ແກ່ຄະນະວິຊາການລາວ, ພ້ອມທັງ ຮ່ວມເຮັດວຽກກັບອົງການປົກຄອງທ້ອງຖິ່ນທີ່ຕົນສັງກັດຢູ່ ໄປຄຽງຄູ່ກັບການຮຽນຮູ້ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊຸມຊົນທ້ອງຖິ່ນ, ລວມທັງ ພາສາລາວ ເພື່ອນໍາໄປເຜີຍແຜ່ໃນປະເທດຍີ່ປຸ່ນ ພາຍຫຼັງຈົບການປະຕິບັດໜ້າທີ່ ເພື່ອເຮັດໃຫ້ຄົນຍີ່ປຸ່ນ ຮັບຮູ້ ສປປ ລາວ ຫຼາຍຂຶ້ນ ແລະ ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນຮ່ວມມື ຂອງສອງປະເທດ ລາວ-ຍີ່ປຸ່ນ ໃຫ້ນັບມື້ດີຂຶ້ນ. ທ່ານ ປອ. ທານາກະ ອາກິຮິໂກະ ປະທານອົງການຮ່ວມມືສາກົນຍີ່ປຸ່ນ ຈາກສຳນັກງານໃຫຍ່ ທີ່ໂຕກຽວ ປະເທດຍີ່ປຸ່ນ ໄດ້ຕາງໜ້າຄະນະ ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ, ພ້ອມທັງ ຕີລາຄາສູງ ຕໍ່ການພົວພັນຮ່ວມມື ອັນດີງາມ ລະຫວ່າງ ຍີ່ປຸ່ນ ແລະ ລາວ ໃນໄລຍະຜ່າມາ. ຫຼັງຈາກນັ້ນ, ທ່ານ ປະທານອົງການຮ່ວມມືສາກົນຍີ່ປຸ່ນ ກໍ່ໄດ້ລາຍງານໃຫ້ຊາບວ່າ: ຕະຫຼອດໄລຍະ 60 ປີຜ່ານມາ ອາສາສະໝັກຍີ່ປຸ່ນ ໄດ້ມາປະຕິບັດໜ້າທີ່ຢູ່ລາວ ລວມທັງໝົດ 1.110 ຄົນ, ສະເພາະປີ 2025 ມີອາສາສະໝັກອາວຸໂສ ແລະ ອາສາສະໝັກໜຸ່ມ ທັງໝົດ 49 ຄົນ ໂດຍປະຈໍາຢູ່ຂະແໜງການຕ່າງໆ ເປັນຕົ້ນ ການສຶກສາ, ສາທາລະນະສຸກ, ພັດທະນາພື້ນຖານໂຄງລ່າງເສດຖະກິດ, ພັດທະນາກະສິກຳ-ປ່າໄມ້ ແລະ ອື່ນໆ. ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ