ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 08 ກຸມພາ 2026

  

ກອງບັນຊາການທະຫານຊາຍແດນ ເປີດເຝິກອົບຮົມນັກເດີນສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V
ເວລາອອກຂ່າວ: 2025-11-07 09:35:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1776 | ຄວາມນິຍົມ:



ວັນທີ 03 ພະຈິກ 2025 ນີ້, ກອງບັນຊາການທະຫານຊາຍແດນ ໄດ້ເປີດເຝິກອົບຮົມນັກເດີນສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສ ຄັ້ງທີ V, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຮອງຜູ້ບັນຊາການທະຫານຊາຍແດນ, ມີຄະນະພັກ - ຄະນະບັນຊາ 6 ຫ້ອງ, ພະນັກງານຫຼັກແຫຼ່ງ ແລະ ນັກເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນໂທ ສົມສະໝຸດ ສົມບູນ ຫົວໜ້າພະແນກກຳລັງພົນ ກອງບັນຊາການທະຫານຊາຍແດນ ໄດ້ຜ່ານແຜນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສທົ່ວປະເທດ ຄັ້ງທີ V ປີ 2025 ຂອງກອງບັນຊາການທະຫານຊາຍແດນ, ອີງຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວກອງທັບ ຄັ້ງ V ປີ 2025, ອີງຕາມແຈ້ງການຂອງຫ້ອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຂັ້ນສູນກາງ, ອີງຕາມທິດຊີ້ນຳຂອງ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານຊາຍແດນ ວ່າດ້ວຍການຈັດຕັ້ງປະຕິບັດຕາມການແຈ້ງການຂອງກົມກຳລັງພົນ ກົມໃຫຍ່ເສນທິການກອງທັບ. ໂອກາດນີ້ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ໄດ້ໃຫ້ຮູ້ວ່າ: ການເດີນສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສ ແມ່ນບັ້ນສຳຫຼວດໃຫຍ່ທີ່ມີຄວາມໝາຍສຳຄັນທີ່ສຸດ ໃນການເກັບກຳ ແລະ ຈົດນັບພົນລະເມືອງ ເພື່ອຕິດຕາມສະພາບການຂະຫຍາຍຕົວຂອງພົນລະເມືອງ ແລະ ປັດໄຈທີ່ກະທົບຕໍ່ການຂະຫຍາຍຕົວຂອງພົນລະເມືອງໃນທຸກໆ 10 ປີ ເປົ້າໝາຍສຳຫຼວດແມ່ນປະຊາຊົນລາວບັນດາເຜົ່າ, ພໍ່ຄ້າ ຊາວຂາຍ, ນັກທຸລະກິດ, ພະນັກງານ, ທະຫານ - ຕຳຫຼວດ ທີ່ຢູ່ໃນການຄຸ້ມຄອງທີ່ກ່ຽວຂ້ອງ, ບຸກຄົນທີ່ເປັນຊາວຕ່າງດ້າວ, ຄົນຕ່າງປະເທດທີ່ອາໄສຢູ່ໃນ ສປປ ລາວ ແລະ ຄົນລາວທີ່ໄປເຮັດວຽກຢູ່ຕ່າງປະເທດ, ເປົ້າໝາຍໃນສຳຫຼວດໃນຄັ້ງນີ້ເວົ້າລວມ ເວົ້າສະເພາະ ສຳລັບກອງທັບປະປາຊົນລາວເຮົາແມ່ນເປັນບ່ອນອີງໃນການກະກຽມແຜນຍຸດທະສາດ ປັບປຸງກໍ່ສ້າງກຳລັງການຈັດຕັ້ງ ແລະ ປະກອບຈຳນວນພົນ ເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງພັກ ແລະ ລັດຖະະບານແຫ່ງ ສປປ ລາວ. ນອກນັ້ນຍັງໄດ້ເນັ້ນໜັກໃຫ້ຄະນະຊີ້ນຳ, ຄະນະຮັບຜິດຊອບ ແລະ ນັກເຝິກອົບຮົມທຸກພາກສ່ວນ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ພາລະບົດບາດຂອງຕົນເອງ ເພື່ອເຮັດໃຫ້ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສ ຄັ້ງທີ V ປີ 2025 ມີຜົນສຳເລັດຕາມລະດັບຄາດໝາຍ. ໂດຍ: ວົງພັນ ນໍລິນທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ