ທະຫານແຂວງຊຽງຂວາງ ເຜີຍແຜ່ເອກະສານການແຈ້ງຊັບສິນ ແລະ ລາຍຮັບຂອງນາຍທະຫານໃນກໍລະນີຕ່າງໆ
ເວລາອອກຂ່າວ: 2025-11-07 10:00:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1999 | ຄວາມນິຍົມ: ![]()
ໃນວັນທີ 6 ພະຈິກ 2025 ນີ້, ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານການແຈ້ງຊັບສິນ ແລະ ລາຍຮັບ ຂອງນາຍທະຫານ ໃນກໍລະນີຕ່າງໆ ທົ່ວກອງທັບ ສົກປີ 2023-2024 ຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ, ມີສະຫາຍ ພັນເອກ ແສງອາໄລ ວັນນະພອນ ຮອງຫົວໜ້າກົມກວດກາກອງທັບ, ມີຄະນະຮັບຜິດຊອບການແຈ້ງຊັບສິນ ແລະ ລາຍຮັບ ຂັ້ນກະຊວງ, ຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ກົມກອງຂຶ້ນກັບ, ພະແນກການກຽ່ວຂ້ອງ ຕະຫຼອດຮອດນາຍທະຫານເຂົ້າຮ່ວມ.
ສະຫາຍ ພັນໂທ ພອນສົມ ສີນະຄອນ ຫົວໜ້າພະແນກຄົ້ນຄວ້າຄຳຮ້ອງຄຳສະເໜີ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ຄະນະຮັບຜິດຊອບການເຄື່ອນໄຫວຕິດຕາມ, ເຜີຍແຜ່, ຊຸກຍູ້ ການແຈ້ງຊັບສິນ ແລະ ລາຍຮັບໃນກໍລະນີຕ່າງໆ ທົ່ວກອງທັບ ສົກປີ 2023-2024. ຈາກນັ້ນ, ສະຫາຍພັນໂທ ອາມພອນ ຈັນທະວິໃສ ຄະນະຮັບຜິດຊອບການແຈ້ງຊັບສິນ ແລະ ລາຍຮັບ ໄດ້ແນະນໍາຄວາມໝາຍຄວາມສໍາຄັນ ຂອງເອກະສານແຈ້ງຊັບສິນ, ຂັ້ນຕອນ, ວິທີການຂຽນໃສ່ແບບຟອມຂອງເອກະສານ ເພື່ອໃຫ້ຖືກຕ້ອງຄົບຖວ້ນ ເຊິ່ງປະກອບດ້ວຍຊີວະປະຫວັດ, ໜ້າທີ່ຄວາມຮັບຜິດຊອບຕໍ່ວຽກງານທີ່ຕົນເອງໄດ້ຮັບການມອບໝາຍຈາກຂັ້ນເທິງ, ສາຍພົວພັນໃນຄອບຄົວ, ລາຍຮັບປະຈໍາບັນຊີ, ທີ່ດິນ ແລະ ເຮືອນ, ສິ່ງປຸກສ້າງອື່ນໆ , ບັນຊີລາຍຮັບປະເພດຕ່າງໆ ນອກນີ້, ຍັງມີບັນຊີໜີ້ຕ້ອງຮັບ ແລະ ປະກອບເອກະສານໃຫ້ຖືກຕ້ອງຄົບຖ້ວນ ຮັບປະກັນໄດ້ຄວາມລັບຂອງຊັບສິນສ່ວນບຸກຄົນ ພ້ອມທັງອໍານວຍຄວາມສະດວກໃຫ້ພັກ-ລັດ ໃນການຕິດຕາມກວດກາ, ຄຸ້ມຄອງໃນຂັ້ນຕໍ່ໄປ.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ກໍໄດ້ເນັ້ນໜັກໃຫ້ທຸກສະຫາຍ ທີ່ເຂົ້າຮ່ວມໃນເປົ້າໝາຍແຈ້ງຊັບສິນຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ ຈັດຕັ້ງປະຕິບັດໃຫ້ທັນຕາມກໍານົດເວລາ ແລະ ໃຫ້ຖືກຕ້ອງຊັດເຈນຕາມການແນະນໍາຂອງຂັ້ນເທິງ ປະກອບເອກະສານໃຫ້ຄົບຕາມທີ່ໄດ້ກໍານົດໄວ້ຖືກຕ້ອງຕາມຄວາມເປັນຈິງ, ຮັກສາໄດ້ຄວາມລັບ ແລະ ມີຄວາມປອດໄພທຸກປະການ.
ໂດຍ: ວັດທະນາ ພັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















