ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ມີນາ 2025

  

ຫົວໜ້າກົມປ້ອງກັນພາຍໃນ ລົງຊຸກຍູ້ວຽກງານປ້ອງກັນພາຍໃນຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2019-08-29 09:31:24 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 377 | ຄວາມນິຍົມ:



ໃນວັນທີ 26 ສິງຫານີ້, ສະ ຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ ຫົວໜ້າກົມປ້ອງກັນ ພາຍໃນກົມໃຫຍ່ການເມືອງກອງ ທັບ, ໄດ້ລົງຊຸກຍູ້ວຽກງານປ້ອງ ກັນພາຍໃນຢູ່ກອງບັນຊາການທະ ແຂວງບໍ່ແກ້ວ. ເຊິ່ງໄດ້ຮັບການ ຕ້ອນຮັບຈາກສະຫາຍ ພັນເອກ ວິດອນ ພຸດດາວົງ ກຳມະການພັກ ແຂວງ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາ ການທະຫານແຂວງບໍ່ແກ້ວ ພ້ອມ ດ້ວຍຄະນະ. ໃນການລົງຊຸກຍູ້ວຽກງານ ໃນຄັ້ງນີ້, ສະຫາຍ ພົນຈັດຕະ ວາ ບຸນລ້ຽງ ແສງພະຈັນ ໄດ້ ເຜີຍແຜເອກະສານກ່ຽວກັບ ການກະກຽມເປີດກອງປະຊຸມ ວຽກງານປ້ອງກັນພາຍໃນໃຫ້ແຕ່ລະກົມກອງ, ໂດຍສະເພາະແມ່ນ ແຈ້ງໃຫ້ກອງບັນຊາການທະຫານ ແຂວງບໍ່ແກ້ວ ກະກຽມເປີດກອງ ປະຊຸມວຽກງານປ້ອງກັນພາຍໃນ ພາຍຫຼັງສຳເລັດແມ່ນໃຫ້ສະຫຼຸບ ຖອດຖອນບົດຮຽນຕີລາຄາແລ້ວ ສົ່ງໃຫ້ກົມປ້ອງກັນພາຍໃນ. ພ້ອມ ທັງຮຽກຮ້ອງໃຫ້ບັນດາພະນັກ ງານທີ່ເຮັດວຽກງານປ້ອງກັນ ພາຍໃນ ກໍຄືໝົດທຸກຄົນໃນກົມ ກອງ ຈົ່ງພ້ອມກັນປະຕິບັດຄຳ ສັ່ງດັ່ງກ່າວຢ່າງເຂັ້ມງວດ ເພື່ອ ເຮັດໃຫ້ກົມກອງຂອງຕົນກາຍ ເປັນກົມກອງ ປອດໃສ, ປອດໄພ, ປອດຄະດີ ແລະ ກາຍເປັນໜ່ວຍ ພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕໍ່ໆໄປ. ໂອກາດນີ້ ສະຫາຍ ພັນເອກ ວິດອນ ພຸດດາວົງ ກ່າວສະແດງ ຄຳຂອບອົກ ຂອບໃຈ ທີ່ ສະຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະ ຈັນ ພ້ອມດ້ວຍຄະນະ ລົງມາຊຸກ ຍູ້ວຽກງານຢູ່ກອງບັນຊາການ ທະຫານແຂວງບໍ່ແກ້ວໃນຄັ້ງນີ້ ແລະ ໃຫ້ຄຳໝັນສັນຍາວ່າ: ຈະ ພ້ອມພາກັນຈັດຕັ້ງປະຕິບັດຕາມ ທິດຊີ້ນຳຂອງຂັ້ນເທິງໃຫ້ປະກົດ ຜົນເປັນຈິງ ແລະ ມີຜົນສຳເລັດ ສູງ. ໂດຍ: ສົມໄຊ ສີລາຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ