
ປະກາດການແຕ່ງຕັ້ງບົ່ງຕົວເລຂາຄະນະພັກຜູ້ໃໝ່ກອງພັນໃຫຍ່ 702
ເວລາອອກຂ່າວ: 2019-08-29 09:32:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1511 | ຄວາມນິຍົມ:
ໃນວັນທີ 22 ສິງຫານີ້, ກອງພັນໃຫຍ່ 702 ໄດ້ຈັດພິທີ ປະກາດການແຕ່ງຕັ້ງບົ່ງຕົວເລ ຂາຄະນະພັກຜູ້ໃໝ່ ໂດຍການ ເປັນປະທານຂອງສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະ ການຄະນະພັກກະຊວງປ້ອງກັນ ປະເທດ ຮອງຫົວໜ້າກົມໃຫຍ່ເສ ນາທິການກອງທັບ, ມີຮອງຫົວ ໜ້າກົມຈັດຕັ້ງພັກ, ກົມໃຫຍ່ການ ເມືອງກອງທັບ ພ້ອມດ້ວຍຄະນະ ພັກ-ຄະນະບັນຊາ ພະນັກງານ ຫຼັກແຫຼ່ງທົ່ວກອງພັນໃຫຍ່ 702 ເຂົ້າຮ່ວມຮັບຟັງ.
ໃນພິທີ ສະຫາຍ ພັນເອກ ທອງສີ ວິຈິດວົງສາ ຮອງຫົວໜ້າ ກົມຈັດຕັ້ງພັກ ໄດ້ຂຶ້ນຜ່ານມະຕິ ຕົກລົງແຕ່ງຕັ້ງບົ່ງຕົວສະຫາຍ ພັນໂທ ສີວິໄລພົງ ເຜົ້າວິໄລ ເປັນ ເລຂາຄະນະພັກກອງພັນໃຫຍ່ 702 ຜູ້ໃໝ່ ປ່ຽນແທນສະຫາຍ ພັນເອກ ຄຳຫຼ້າ ສິມມະວົງ ເຊິ່ງ ຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ກອງ ບັນຊາການທະຫານອາກາດ.
ໂອກາດນີ້ ສະຫາຍ ຮອງຫົວ ໜ້າກົມໃຫຍ່ເສນາທິການກອງ ທັບປະຊາຊົນລາວ ໄດ້ໃຫ້ການ ໂອ້ລົມຕໍ່ພິທີ ເຊິ່ງສະຫາຍໄດ້ຍ້ອງ ຍໍຊົມເຊີຍຜົນງານຂອງພະນັກ ງານຢູ່ກອງພັນໃຫຍ່ 702 ທີ່ໄດ້ ປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງເປັນກ້າວໆ ມາ, ສະຫາຍຍັງໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາທຸກຂັ້ນ ຈົ່ງເພີ່ມທະວີໃນການຊີ້ນຳ-ນຳ ພາ ເຮັດໃຫ້ຂອບເຂດຮັບຜິດຊອບ ມີຄວາມສະຫງົບ ຫັນລົງກໍ່ສ້າງ ຮາກຖານ ປັບປຸງກໍ່ສ້າງກຳລັງ ທາງດ້ານການເມືອງ ນຳພາແນວ ຄິດ ເຕັກນິກວິຊາສະເພາະ, ວຽກ ງານແກ້ໄຂຊີວິດການເປັນຢູ່ຂອງ ພະນັກງານ-ນັກຮົບ ໂດຍປະຕິ ບັດຕາມຄຳຂວັນ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ເຮັດໃຫ້ກົມ ກອງດີຂຶ້ນເປັນກ້າວໆ.
ໂດຍ: ບຸນຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ