ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 11 ທັນວາ 2025

  

ຮັບປະກັນ​ການ​ລຳລຽງ​ຂົນສົ່ງ​ໃຫ້​ແກ່​ກອງທັບ
ເວລາອອກຂ່າວ: 2025-11-12 11:23:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 658 | ຄວາມນິຍົມ:



ກອງພັນ​ຂົນສົ່ງ 403 ເປັນ​ກົມ​ກອງ​ໜຶ່ງ​ທີ່​ຂຶ້ນ​ກັບ ກົມ​ຂົນສົ່ງ ກົມ​ໃຫຍ່​ພະລາທິການ​ກອງທັບ ມີໜ້າ​ທີ່​ວິຊາ​ສະເພາະ​ເປັນ​ກອງ​ລຳລຽງ​ຂົນສົ່ງ​ເຄື່ອງ​ແຫ້ງ, ທາດ​ ແຫຼວ ແລະ ກຳລັງ​ພົນ ຮັບ​ໃຊ້ໃຫ້​ ແກ່​ກອງທັບ ທົ່ວ​ປະເທດ​ຕາມ​ແຜນການ​ຂອງກົມ​ຂົນສົ່ງ ໂດຍ​ ການ​ຊີ້​ນຳ​ຂອງ​ກົມ​ໃຫຍ່​ພະລາ ທິການ​ກອງທັບ. ສະຫາຍ ພັນ​ໂທ ຕຽງ​ທອງ ວັນ​ທະວີ​ໄຊ ຫົວໜ້າ​ການເມືອງ​ກອງພັນ​ຂົນສົ່ງ 403 ໃຫ້​ຮູ້​ວ່າ: ເພື່ອຮັບປະກັນ​ໃຫ້​ແກ່​​ວຽກງານຂົນສົ່ງ​ໃນ​ກອງທັບ ເດີນແມ່ນ​ ແລ່ນ​ສະດວກ​ດີ ຕະຫຼອດໄລຍະຜ່ານມາ ຄະນະ​ພັກ-ຄະນະ​ບັນຊາ ໄດ້​ເອົາ ໃຈໃສ່​ວຽກ​ງານ​ສຶກ​ສາອົບຮົມ​ ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ ມີ​ຄວາມສະ​ດຸ້ງ​ໄວ​, ເປັນ​ເຈົ້າ​ການ​ປະຕິບັດ​ຕາມ​ຄຳ​ສ່ັງ​ຂອງ​ຂັ້ນ​ເທິງ​ຢ່າງ​ເຂັ້ມ​ງວດ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ຄະນະ​ພັກກະຊວງປ້ອງກັນ​ປະເທດ ກໍ​ຄື ຄະນະ​ພັກ​ກົມໃຫຍ່​ພະລາທິການ​ກອງທັບ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການ ເມືອງ ແລະ ວິຊາ​ສະເພາະຂອງ​ ກົມ​ກອງ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ, ເອົາໃຈໃສ່​ຊີ້​ນຳ​ພະນັກ ງານ-ນັກຮົບ​ເອົາໃຈໃສ່​ໃນການ ​ປົກ​ປັກ​ຮັກສາ ແລະ ຄຸ້ມ​ຄອງ​ພາ ຫະນະ​ເຕັກນິກ ທີ່​ຂັ້ນ​ເທິງ​ປະກອບ​ໃຫ້​ຢູ່​ໃນ​ສະພາບ​ກຽມພ້ອມ​ໃຊ້​ງານ​ຮັບປະກັນ​ເຮັດ​ໃຫ້​ພາຫະນະ​ການ​ລຳລຽງ​ຂົນສົ່ງ​ນຳ​ໃຊ້​ໄດ້​ຍາວ​ນານ​ໄດ້​ຊີ້​ນຳ​ຂະແໜງການ​ຕ່າງໆ ​ຈັດ​ຕັ້ງ​ບົວລະ ບັດ​ຂັ້ນ 1 ແລະ ຂັ້ນ 2 ຕາມຂໍ້​ກຳນົດ ທີ່ກົມ ຄຸ້ມຄອງ​ລົດ-ເຮືອ ກົມ​ໃຫຍ່​ເຕັກ ນິກ​ກອງທັບ​ວາງ​ອອກ, ຖ້າ​ກໍລະ ນີ​ພາຫະນະ​ເປ​ເພ ແມ່ນ​ໄດ້​ມີ​ການ​ສ້ອມແປງ​ບຳລຸງ​ຮັກສາ ເພື່ອ​ຮັບປະກັນ​ໃຫ້​ແກ່​ວຽກ​ງານ​ການ​ລຳ ລຽງ​ຂົນສົ່ງ. ວຽກ​ງານ​ການ​ຫັດ​ແອບ​ກໍ່ສ້າງ​ກຳລັງ​ໄດ້​ຊີ້​ນຳ​ພະນັກງານ-ນັກ ຮົບ ເຝິກແອບ​ຮ່ຳຮຽນ​ທາງ​ດ້ານ​ວິຊາ​ສະເພາະ​ ເປັນຕົ້ນ​ແມ່ນ​ການ​ເຝິກອົບຮົມ​ໃຫ້​ນັກ​ຂັບ​ຂີ່​ສຳຮອງ​ໃຫ້​ກາຍເປັນ​ນັກ​ຂັບ​ຂີ່​ຈຸດ​ໜັກຕິດ​ພັນ​ກັບ​ການເຝິກແອບ​ຮໍ່າຮຽນ​ການເມືອງ, ການ​ທະຫານ, ພະ ລາທິການ-ເຕັກນິກ ປະຈຳ​ປີ ເປັນຕົ້ນ​ແມ່ນ​ ການຈັດຕັ້ງ​ຍິງ​ລູກ ປືນ​ແທ້ ​ສ້າງ​ຄວາມ​ຊຳນິ​ຊຳນານ​ໃຫ້​ພະນັກງານ-ນັກຮົບ ພາຍ​ໃນ​ກົມ​ກອງ​ກ່ຽວ​ກັບ ສິ​ລະ​ປະຍຸດ-ຍຸດທະວິທີ​ຂອງ​ທະຫານ​ຮາບ​ຂອງ​ທະຫານ​ຮາບ ນອກ​ນັ້ນ, ​ຍັງ​ໄດ້​ເອົາໃຈໃສ່​ປັບປຸງ​ສະຖານທີ່​ຄ້າຍ​ຄູ​ໃຫ້​ແໜ້ນໜາ​ຖາວອນ​ຕາມ​ແບບ​ວັດທະນະທຳ​ຈົບງາມ ໃນ​ນັ້ນ​, ໄດ້​ປຸກ​ສ້າງ​ເຮືອນນອນ​ໂສດໄດ້ 1 ຫຼັງ, ເຮືອນຄົວ​ລວມ, ເຮືອນ​ ກິນ​ເຂົ້າ, ເທ​ພື້ນ​ເບ​ຕົງ​ເສີມ​ເຫຼັກ​ກະລາ​ມ້ຽນ​ລົດ​ໄດ້ 20 ຫ້ອງ. ເນື່ອງ​ໃນ​ໂອກາດ​ກະກຽມ​ ສະເຫຼີມສະຫຼອງ​ວັນຊາດ​ທີ 2 ທັນວາ ຄົບຮອບ 50 ປີ ທີ່​ຈະ​ມາ​ເຖິງ​ນີ້. ສະຫາຍ ພັນ​ໂທ ຕຽງ​ທອງ ວັນ​ທະວີ​ໄຊ ໄດ້​ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ແລະ ພະນັກງານ-ນັກຮົບ ກອງພັນ​ຂົນສົ່ງ 403 ຂໍ​ສະແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ການ​ນຳ​ພັກ-ລັດ, ການ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ທີ່​ໄດ້​ເປັນ​ຄັນ​ທຸງ​ນຳພາ​ປະຊາຊົນ​ລາວ​ບັນດາເຜົ່າ​ຍາດ​ເອົາ​ເອກະລາດ ແລະ ຄວາມ​ເປັນ​ເອກະ​ພາບ​ແຫ່ງ​ຊາດ ມາ​ໃຫ້​ປວງ​ຊົນ​ລາວ​ທັງ​ຊາດ ແລະ ໄຊຊະນະ​ອັນ​ໃຫຍ່​ຫຼວງ ສາມາດ​ປົດ​ປ່ອຍປະ​ເທດ​ຊາດ​ໄດ້​ຢ່າງ​ສົມບູນ​ ພ້ອມ​ທັງ​ນຳພາ​ປວງ​ຊົນ​ລາວ​ທັງ​ຊາດ​ປະຕິບັດ​ສອງ​ໜ້າທີ່​ຍຸດ​ທະ​ສາດ​ຄື: ປົກ​ປັກ​ຮັກສາ ແລະ ພັດທະ ນາ​ປະເທດ​ຊາດ ໃຫ້​ມີ​ຄວາມ​ຈະ ເລີນ​ກ້າວໜ້າ ແລະ ຖື​ໂອກາດນີ້ ອວຍພອນ​ໄຊ ​ມາ​ຍັງ​ການ​ນຳ​ພັກ-ລັດ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ ມີ​ພາລະ​ນາ​ໄມ​ສົມບູນ ແລະ ສືບຕໍ່​ນຳພາ​ປະເທດ​ຊາດ​ກ້າວໜ້າ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ນົກ ບຸນ​ມາ​ເລີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ