
ວາງຊິລາລຶກໂຄງການກໍ່ສ້າງພື້ນຖານໂຄງລ່າງການຊອກຄົ້ນ, ສຳຫຼວດຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ
ເວລາອອກຂ່າວ: 2019-08-29 09:35:05 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 822 | ຄວາມນິຍົມ:
ພິທີວາງສີລາເລີກໂຄງ ການກໍ່ສ້າງພື້ນຖານໂຄງລ່າງທີ່ ຕິດພັນກັບໂຄງການຮ່ວມມືຊອກ
ຄົ້ນ, ສໍາຫຼວດ, ຂຸດຄົ້ນ ແລະ ປຸງ
ແຕ່ງແຮ່ຄໍາລະຫວ່າງກະຊວງ ປ້ອງກັນປະເທດ ກັບ ບໍລິສັດ ໂຈ້
ບຸນມີ ພັດທະນາ ແຮ່ທາດ ຈໍາກັດ ຜູ້ດຽວໄດ້ຈັດຂຶ້ນໃນວັນທີ 28
ສິງຫາ 2019 ນີ້, ທີ່ແຂວງໄຊສົມ
ບູນໂດຍມີ ສະຫາຍ ພົນຕີ ອ່ອນສີ
ແສນສຸກ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ມີສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ເຈົ້າແຂວງໆໄຊສົມບູນ, ສະຫາຍ ນາງ ບຸນມີ ບັງອອນແສງເດດ ປະ ທານບໍລິສັດ ໂຈ້ ບຸນມີ ພັດທະນາ ແຮ່ທາດ, ມີຕາງໜ້າຫ້ອງວ່າການ
ສໍານັກງານນາຍົກລັດຖະມົນຕີ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການຮ່ວມມືຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຄໍາດັ່ງກ່າວແມ່ນຢູ່ເຂດບ້ານ ນາຕີເມືອງລ້ອງແຈ້ງແຂວງໄຊ ສົມບູນໃນເນື້ອທີ່ 234,6 ຕາ ລາງກິໂລແມັດ ເປັນໂຄງການບູ ລິມະສິດຂອງກະຊວງປ້ອງກັນ ປະເທດ ເນື່ອງຈາກວ່າຂອບເຂດ ໂຄງການແມ່ນນອນຢູ່ໃນເຂດ ພື້ນທີ່ຍຸດທະສາດ ໂດຍໄດ້ຮັບ ການອະນຸມັດຈາກພັກ ແລະລັດ ຖະບານລາວໃຫ້ກະຊວງປ້ອງ ກັນປະເທດຮ່ວມກັບບໍລິສັດ ໂຈ້ ບຸນມີ ພັດທະນາແຮ່ທາດ ຈໍາກັດ ຜູ້ດຽວຮ່ວມມືກັນຊອກຄົ້ນ, ສໍາ ຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່
ຄໍາ ແລະ ແຮ່ຕິດພັນ ເພື່ອເຮັດໃຫ້
ພື້ນທີ່ດັ່ງກ່າວໄດ້ຮັບການພັດ ທະນາທາງດ້ານພື້ນຖານໂຄງ ລ່າງ, ຊີວິດການເປັນຢູ່ຂອງປະ ຊາຊົນບັນດາເຜົ່າກໍຈະໄດ້ຮັບ ການປັບປຸງດີຂຶ້ນທັງ ເປັນການ ປະກອບສ່ວນອັນສໍາຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງ ຄົມ.
ສໍາລັບໂຄງການກໍ່ສ້າງ
ພື້ນຖານໂຄງລ່າງຕິດພັນກັບ ໂຄງການຮ່ວມມືຊອກຄົ້ນ, ສໍາ
ຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງ
ແຮ່ຄໍາ ຢູ່ພາກສະໜາມມີຄື: ໂຄງ ການກໍ່ສ້າງຫົນທາງໃນຂອບ ເຂດໂຄງການ, ໂຄງການກໍ່ສ້າງ ສໍານັກງານໃຫຍ່ຢູ່ພາກສະໜາມ 1 ຫຼັງ, ໂຮງແຮມທີ່ພັກສໍາລັບ ແຂກຂັ້ນສູງ 1 ຫຼັງ, ສະໂມສອນ ເຕົ້າໂຮມໃນການສ້າງກິດຈະກຳ ຕ່າງໆ, ເຮືອນນອນ, ເຮືອນກິນ ເຂົ້າຂອງພະນັກງານວິຊາການ, ກຳມະກອນ, ອາຄານທີ່ພັກຂອງ ອ້າຍນ້ອງປ້ອງກັນ 1 ຫຼັງ, ປ້ອມ
ຍາມ 1 ຫຼັງ, ຫ້ອງຄົ້ນຄວ້າທົດ ລອງແຮ່ທາດ, ໂຮງງານປຸງ ແຕ່ງ
ແຮ່ຄໍາ, ລານເກັບຮັກສາແຮ່, ອ່າງ
ບໍາບັດນໍ້າເສຍຈາກສານເຄມີເພື່ອ ຮັກສາສິ່ງແວດລ້ອມແລະໂຄງ ການກໍ່ສ້າງສິ່ງອໍານວຍຄວາມສະ ດວກດ້ານຕ່າງໆອີກດ້ວຍ.
ພາຍຫຼັງໄດ້ເລີ່ມລົງມືພັດ
ທະນາໂຄງການສໍາຫຼວດ, ຂຸດ
ຄົ້ນ ແລະ ປຸງແຕ່ງແຮ່ຄໍາແລ້ວ, ບໍລິສັດໄດ້ມີນະໂຍບາຍຮັບຮອງ ຕໍ່ການຂະຫຍາຍຕົວທາງດ້ານ ເສດຖະກິດ-ສັງຄົມ, ດ້ານການ ສຶກສາ ແລະ ສາທາລະນະສຸກ
ເພື່ອຍົກລະດັບຊີວິດການເປັນຢູ່
ຂອງປະຊາຊົນໃນຂົງເຂດນີ້ໃຫ້
ດີຂຶ້ນຕາມສັນຍາຂອງລັດຖະ
ບານ, ຈະສ້າງໂຮງຮຽນຊັ້ນປະ
ຖົມ-ມັດທະຍົມ ເພື່ອຍົກລະດັບ ວັດທະນະທໍາ ແລະ ຄວາມຮູ້ ຂອງລູກຫຼານປະຊາຊົນ, ສ້າງ ໂຮງໝໍ, ສຸກສາລາ ເພື່ອປິ່ນປົວເບິ່ງແຍງສຸຂະພາບຂອງປະຊາຊົນ, ສ້າງຕະຫຼາດໃຫ້ແກ່ບ້ານ ເພື່ອທໍາການຊື້-ຂາຍ, ແລກປ່ຽນ ສິນຄ້າພື້ນບ້ານ, ສິນຄ້າທ້ອງຖິ່ນ, ເຄື່ອງປ່າຂອງດົງ ແລະ ສິນຄ້າ
ການກະເສດ, ເພື່ອສ້າງວຽກເຮັດ ງານທໍາ, ສ້າງລາຍຮັບໃຫ້ປະຊາ ຊົນໃຫ້ດີຂຶ້ນເທື່ອລະກ້າວ, ປັບ ປຸງ ແລະ ກໍ່ສ້າງເສັ້ນທາງໃນໝູ່ບ້ານໃຫ້ໄປມາຫາສູ່ກັນໄດ້ເປັນ ປົກກະຕິ.
ໄປພ້ອມກັນນີ້ ທາງບໍລິສັດ
ໂຈ້ບຸນມີ ຈະສ້າງທະນາຄານໃໝ່
ຂຶ້ນມາ ເພື່ອປ່ອຍເງິນກູ້ໃຫ້ປະຊາ ຊົນຢູ່ຂອບເຂດໂຄງການ ແລະ ອ້ອມຂ້າງ, ເພື່ອສົ່ງເສີມໃຫ້ເຂົາ ເຈົ້າປູກພືດກະສິກຳເປັນສິນຄ້າ ສົ່ງອອກທັງພາຍໃນ ແລະ ຕ່າງ ປະເທດ, ທັງເປັນການສ້າງວຽກ ເຮັດງານທໍາໃຫ້ປະຊາຊົນຂອບ ເຂດດັ່ງກ່າວ ຫຼຸດຜ່ອນຈາກການ ຖາງປ່າເຮັດໄຮ່ແບບເລື່ອນລອຍ ຫັນມາເຮັດນາ ແລະ ປູກຝັງ-
ລ້ຽງສັດ, ທາງບໍລິສັດຈະສ້າງ ສາງເກັບຮັກສາສິນຄ້າການກະ ເສດ, ຮັບປະກັນລາຄາເກັບຊື້ຜົນຜະລິດປະເພດຕ່າງໆຂອງຜູ້ເຂົ້າຮ່ວມໂຄງການຢ່າງເປັນທໍາ ເພື່ອ
ຮັບປະກັນໃນການສ້າງອາຊີບ ທີ່ຍືນຍົງ ແລະ ຫຼຸດຜ່ອນຄວາມ ທຸກຍາກໃຫ້ແກ່ປະຊາຊົນທ້ອງ ຖິ່ນເທື່ອລະກ້າວ.
ໃນພິທີ ສະຫາຍ ພົນຕີ ອ່ອນສີ ແສນສຸກ, ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ, ສະຫາຍ ນາງ ບຸນມີ ບັງອອນແສງເດດ ແລະ ພາກສ່ວນກ່ຽວຂ້ອງກໍໄດ້ ຮ່ວມກັນຕັດແຖບຜ້າ ແລະ ຊ້ວນ ຊາຍເປີດໂຄງການດັ່ງກ່າວ.
ໂດຍ: ນ. ຍ້ອມເພັດ ວິໄລພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ