ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 11 ທັນວາ 2025

  

ສູນ 523 ກຽມ​ຄວາມ​ພ້ອມ​ໃຫ້​ແກ່ ໜ່ວຍ​ງານ​ກວດ​ກູ້ ແລະ ທຳລາຍ​ລະເບີດ​ບໍ່​ທັນ​ແຕກ
ເວລາອອກຂ່າວ: 2025-11-13 09:04:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 613 | ຄວາມນິຍົມ:



ເລີ່ມ​ແຕ່​ຕົ້ນ​ເດືອນ ຕຸລາ ເປັນຕົ້ນ​ມາ ສູນ 523 ອົງການ​ກວດ​ກູ້​ລະເບີດ ເພື່ອ​ມະນຸດສະທຳ​ໄດ້​ສຸມ​ໃສ່​ຖາງ​ປ່າ ຂອບ​ເຂດ ບ້ານ​ບັກ, ເມືອງ​ວຽງ​ໄຊ, ແຂວງ​ຫົວພັນ ເພື່ອ​ກະກຽມ​ສະໜາມ ໃຫ້​ໜ່ວຍ​ງານ​ກວດ​ກູ້ ແລະ ທຳລາຍ​ລະເບີດ ​ບໍ່​ທັນ​ແຕກ ຣັດ​ເຊຍ ເພື່ອ​ສະດວກ​ໃນ​ການ​ສຳ​ຫຼວດ​ກວດ​ກູ້ ແລະ ຮັບປະກັນ​ໄດ້​ຄວາມ​ປອດ​ໄພ. ສະຫາຍ ພັນ​ໂທ ພູ​ວຽງ ວັນນະ​ສອນ ຫົວໜ້າ​ການ​ທະຫານ ກອງພັນ​ກວດ​ກູ້​ລະເບີດ​ເພື່ອ​ມະນຸດສະທຳ ສູນ 523, ຫົວໜ້າ​ຮັບຜິດຊອບ ດ້ານ​ວິຊາ​ການ​ປະຈຳ​ພາກ​ສະໜາມ ໃຫ້​ຮູ້​ວ່າ: ໃນ​ໄລຍະ​ຜ່ານ​ມາ ສາມາດ​ຖາງ​ປ່າ​ຈັດ​ສັນ​ຟື້ນ​ທີ່​ໄດ້​ຫຼາຍ​ກວ່າ 3 ເຮັກຕາ ແລະ ຮັບປະກັນໃຫ້​ເພື່ອນ ຣັດ​ເຊຍ ສາມາດ​ລົງພື້ນ​ທີ່​ສຳ​ຫຼວດ​ກູ້​ລະເບີດ ໄດ້​ທັນ​ຕາມ​ເວລາ​ທີ່​ກຳນົດ. ໃນ​ນີ້, ສະຫາຍ ຍັງ​ໃຫ້​ຮູ້​ອີ​ກວ່າ: ໃນ​ການ​ຈັດ​ສັນ​ຖາງ​ປ່າ ຍັງ​ພົບ​ຂໍ້​ຫຍຸ້ງຍາກ ເປັນຕົ້ນ​ແມ່ນ​ບາງ​ພື້ນ​ທີ່​ຍັງ​ເປັນ​ປ່າຕຶບ​ໜາ, ບາງ​ມື້​ມີ​ຝົນຕົກ​ລິນ ເຮັດ​ໃຫ້ການ​ຖາງ​ປ່າ ມີ​ຄວາມ​ລ້າ​ຊ້າເຖິງ​ແມ່ນ​ຈະ​ມີ​ຂໍ້​ຫຍຸ້ງຍາກ​ຫຼາຍ​ດ້ານ​ແຕ່​ອ້າຍ​ນ້ອງ​ທຸກ​ສະຫາຍ​ໄດ້​ເອົາໃຈໃສ່ ອົດທົນ​ຕໍ່​ອຸປະສັກ​ຕ່າງໆ ແລະ ໄດ້​ຮັບ​ການ​ຊ່ວຍເຫຼືອ ດ້ານ​ເຄື່ອງນຸ່ງ​ຖື, ທີ່ຢູ່​ພັກ​ເຊົາ, ການ​ກິນ​ຢູ່ ສາມາດ​ຮັບປະກັນ​ໃຫ້​ອ້າຍ​ນ້ອງ​ໄດ້​ກິນ​ອີ່ມ ນຸ່ງ​ອຸ່ນ ຕາມ​ຄວາມ​ເໝາະ​ສົມ. ໂດຍ: ໄພລິນ ບຸນ​ຍັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ