ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 08 ກຸມພາ 2026

  

ມອບ​ຄອມ​ພິວ​ເຕີ​ໃຫ້​ຄະນະ​ຮັບຜິດຊອບ ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ-ພັດທະນາ​ຊົນນະບົດ​ຮອບດ້ານ
ເວລາອອກຂ່າວ: 2025-11-13 09:09:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 791 | ຄວາມນິຍົມ:



ໃນ​ວັນ​ທີ 6 ພະຈິກ 2025 ນີ້, ບໍລິສັດ ຊາ​ນົນ​ໄຊ ສຳ​ຫຼວດ​ອອກ​ແບບ ແລະ ກໍ່ສ້າງ​ຄົບ​ວົງ​ຈອນ ໄດ້​ນຳ​ເອົາ​ຄອມ​ພິວ​ເຕີ​ຕັ້ງ​ໂຕະ ຈຳນວນ 13 ເຄື່ອງ ແລະ ໂນດ​ບຸກ 2 ເຄື່ອງ ມາ​ມອບ​ໃຫ້​ຄະນະ​ຮັບຜິດຊອບ ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ-ພັດທະນາ​ຊົນນະບົດ​ຮອບດ້ານ, ໂດຍ​ການ​ກ່າວ​ຮັບ​ຂອງ ສະຫາຍ ພົນ​ຈັດຕະວາ ສົມພົງ ແພງ​ປັນຍາ ຫົວໜ້າ​ກົມ​ກໍ່ສ້າງ​ຮາກ​ຖານ ກົມ​ໃຫຍ່​ການເມືອງ​ກອງທັບ, ຄະນະ​ຮັບຜິດຊອບ​ຊີ້​ນຳ ວຽກ​ງານ​ກໍ່ ສ້າງ​ຮາກ​ຖານ​ການເມືອງ-ພັດ ທະນາ​ຊົນນະບົດ​ຮອບດ້ານ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ. ການ​ມອບ​ຄອມ​ພິວ​ເຕີ​ໃນ​ຄັ້ງ​ນີ້ ເປັນ​ການ​ປະກອບສ່ວນ​ຊຸກຍູ້​ຂະ​ບວນ​ການ​ສ້າງ​ຜົນງານ ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ການ​ສະເຫຼີມ ສະຫຼອງ 3 ວັນ​ປະຫວັດສາດ, ທັງ​ເປັນ​ການ​ຊ່ວຍເຫຼືອ ໃຫ້​ກົມ​ກອງ​ນຳ​ໃຊ້​ເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ສ່ວນ​ລວມ ກໍ​ຄື ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້​ມີ​ຜົນສຳເລັດ ແລະ ສະດວກ​ວ່ອງໄວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ