ປະກາດຍົກຍ້າຍ-ແຕ່ງຕັ້ງ, ມອບຫຼຽນກາ ແລະ ໃບຍ້ອງຍໍຂັ້ນກະຊວງ ໃຫ້ນາຍຕໍາຫຼວດເມືອງຫົງສາ
ເວລາອອກຂ່າວ: 2025-11-13 10:43:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1257 | ຄວາມນິຍົມ: ![]()
ວັນທີ 12 ພະຈິກ 2025 ນີ້, ຢູ່ທີ່ຫ້ອງປະຊຸມອົງການປົກຄອງເມືອງຫົງສາ ໄດ້ຈັດພິທີ ປະກາດຍົກຍ້າຍ-ແຕ່ງຕັ້ງ, ມອບຫຼຽນກາ ແລະ ໃບຍ້ອງຍໍ ຂັ້ນກະຊວງປ້ອງກັນຄວາມສະຫງົບ ໃຫ້ນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ເມືອງ ຫົງສາ, ແຂວງ ໄຊຍະບູລີ, ໂດຍການເປັນປະທານຂອງ ສະຫາຍ ພົມມາ ພົມມະຫານ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີສະຫາຍ ພັນໂທ ບຸນທ່ຽງ ພັນດີ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງອ້ອມຂ້າງເມືອງ, ນາຍ ແລະ ພົນຕໍາຫຼວດ ແລະ ນາຍບ້ານເຂດເທດສະບານ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄໍາໝັ້ນ ໄຊສົງຄາມ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫົງສາ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການມອບຫຼຽນກາ ກະຊວງປ້ອງກັນຄວາມສະຫງົບ ໃຫ້ນາຍ ແລະ ພົນຕໍາຫຼວດ, ພະນັກງານລັດຖະກອນ ທີ່ໄດ້ເຂົ້າຮ່ວມປະຕິບັດໜ້າທີ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2025) ຈຳນວນ 32 ສະຫາຍ, ຂໍ້ຕົກລົງ ວ່າດ້ວຍການມອບໃບຍ້ອງຍໍ ກະຊວງປ້ອງກັນຄວາມສະຫງົບ ໃຫ້ນາຍ ແລະ ພົນຕໍາຫຼວດ, ພະນັກງານລັດຖະກອນ ທີ່ໄດ້ເຂົ້າຮ່ວມປະຕິບັດໜ້າທີ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2025) ຈໍານວນ 73 ສະຫາຍ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍມອບໃບຍ້ອງຍໍ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໃຫ້ນາຍ ແລະ ພົນຕໍາຫຼວດ, ພະນັກງານລັດຖະກອນ ທີ່ໄດ້ເຂົ້າຮ່ວມປະຕິບັດໜ້າທີ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2025) ຈຳນວນ 147 ສະຫາຍ.
ຈາກນັ້ນ, ສະຫາຍ ພັນໂທ ແສນໄຊ ພົນອາສາ ຮອງຫົວໜ້າການເມືອງ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຍົກຍ້າຍ ນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງ ໄຊຍະບູລີ. ໃນນີ້, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຕົກລົງ ຍົກຍ້າຍ ສະຫາຍ ພັນໂທ ທອງໄຫຼ ເພັດດາວົງ ຈາກກອງບັນຊາການ ປກສ ເມືອງຫົງສາ ໄປຮັບໜ້າທີ່ໃໝ່ ຢູ່ກອງບັນຊາການ ປກສ ເມືອງທົ່ງມີໄຊ ແລະ ຜ່ານຂໍ້ຕົກ ລົງຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບ ປກສ ແຂວງ ໄຊຍະບູລີ. ໃນນີ້, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ ຄໍາອ່ອນ ວັນເຮືອງ ເປັນຫົວໜ້າກອງບັນຊາການ ປກສ ເມືອງຫົງສາ. ຈາກນັ້ນ, ສະຫາຍ ພັນໂທ ທອງໄຫຼ ເພັດດາວົງ ຫົວໜ້າກອງບັນການ ປກສ ເມືອງ ຫົງສາຜູ້ເກົ່າ ໄດ້ຜ່ານບົດສະຫຼຸບ ການນຳພາ-ຊີ້ນຳ ວຽກງານ ປກສ ຢູ່ເມືອງຫົງສາ ໃນໄລຍະຜ່ານມາ ໄດ້ຍົກໃຫ້ເຫັນຜົນງານ, ດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້ ພ້ອມທັງ ເຊັນບົດບັນທຶກ ມອບ-ຮັບວຽກງານ ລະຫວ່າງ ສະຫາຍ ພັນໂທ ທອງໄຫຼ ເພັດດາວົງ ຫົວໜ້າກອງບັນການ ປກສ ເມືອງ ຫົງສາຜູ້ເກົ່າ ແລະ ສະຫາຍ ພັນໂທ ຄໍາອ່ອນ ວັນເຮືອງ ຫົວໜ້າກອງບັນຊາການ ປກສ ເມືອງ ຫົງສາ ຜູ້ໃໝ່ ຢ່າງເປັນທາງການ.
ໂດຍ: ສຸບັນ ເງິນງາມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















