ກອງບັນຊາການທະຫານແຂວງສະຫວັນນະເຂດ ສະຫຼຸບວຽກງານກວດກາປະຈຳປີ 2025
ເວລາອອກຂ່າວ: 2025-11-13 10:46:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 950 | ຄວາມນິຍົມ: ![]()
ວັນທີ 11 ພະຈິກ 2025 ນີ້, ກອງບັນຊາການທະຫານແຂວງສະຫວັນນະະເຂດ ໄດ້ເປີດກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2025 ແລະ ທິດທາງແຜນການ ປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນນະເຂດ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ບັນດາກົມກອງຕ່າງໆທີ່ຂຶ້ນກັບກອງບັນຊາການ ພ້ອມແຂກທີ່ຖືກເຊີນ ເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນທະຄາດ ສໍຈັນວິໄລ ຫົວໜ້າພະແນກກວດກາທະຫານແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບໃນການເຄື່ອນໄຫວວຽກງານກວດກາໄລຍະ 1 ປີ ຜ່ານມາ ຄະນະກວດກາແຕ່ລະຂັ້ນໄດ້ດຳເນີນການເຄື່ອນໄຫວກວດກາເປັນປົກະຕິຢູ່ບັນດາກົມກອງຕ່າງໆ, ຜ່ານການຕິດຕາມກວດກາຕົວຈິງເຫັນວ່າຄະນະພັກແຕ່ລະກົມກອງ ໄດ້ເອົາໃຈໃສ່ນຳພາຈັດຕັ້ງປະຕິບັດກົດລະບຽບຂອງພັກແມ່ນເຮັດໄດ້ດີ, ມີການຮ່ວມດຳເນີນຊິວິດການເມືອງແຕ່ລະເດືອນເປັນປົກກະຕິ, ເສຍເງິນສະຕິພັກຄົບຖ້ວນ, ຕິດຕາມກວດກາການປະຕິບັດສິດ-ໜ້າທີ່ຂອງສະມາຊິກພັກດ້ວຍຄວາມເປັນເຈົ້າການ, ເນື້ອໃນຮັບປະກັນໄດ້ 3 ລັກສະນະຄື ລັກສະນະນຳໜ້າ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ພາຍໃນພັກແມ່ນເຮັດໄດ້ດີ,ແບບແຜນການນຳພາ ແລະ ວິທີເຮັດວຽກຂອງຄະນະພັກກົມກອງຕ່າງໆໂດຍພື້ນຖານແມ່ນເຄົາລົບປະຕິບັດຫຼັກການລວມສູນປະຊາທິປະໄຕ, ຕົກລົງບັນຫາສຳຄັນເປັນໝູ່ຄະນະແບ່ງຄວາມຮັບພິຊອບໃຫ້ແຕ່ລະບຸກຄົນຢ່າງຈະແຈ້ງ, ປະຕິບັດລະບອບປະຊຸມສ່ອງແສງເປັນປົກະຕິ, ມີຄວາມສາມັກຄີພາຍໃນໜັກແໜ້ນເຂັ້ມແຂງ, ການຄຸ້ມຄອງການຮັບການຈ່າຍຄັງເງິນຂອງພັກໄດ້ມີລະບົບບັນຊີ, ໃບບົງ, ໃບບິນຈະແຈ້ງປະຕິບັດລະບອບເຂັ້ມງວດຖືກຕ້ອງຕາມກົດລະບຽບຂອງພັກ, ຮັບປະກັນການຕົກເຮ່ຍເສຍຫາຍໂດຍບໍ່ມີເຫດຜົນ, ກວດກາການປັບປຸງການຈັດຕັ້ງ ແລະ ຈຳນວນພົນຢູ່ແຕ່ລະກົມກອງເຂົ້າສູ່ລະບົບຄຸ້ມຄອງທັບທີ່ມີວິທະຍາສາດ, ກວດກາຄຸ້ມຄອງການນຳໃຊ້ງົບປະມານລາຍຮັບ-ລາຍຈ່າຍ, ການປົກປັກຮັກສາວັຖຸ, ພາຫະນະ ແລະ ອາວຸດກະສຸນທີ່ຂັ້ນເທິງປະກອບໃຫ້ເປັນປົກກະຕິບໍ່ໄດ້ຕົກເຮ່ຍເສຍຫາຍຖືກຕ້ອງຕາມລະບຽບຫຼັກການ. ໃນກອງປະຊຸມກໍ່ໄດ້ປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການໃນ 1 ປີຕໍ່ໜ້າຢ່າງ/ກົງໄປກົງມາເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ.
ພາບ: ຄຳໃສ; ຂ່າວ: ພານິດ ພິລາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















