
ທະຫານລາວ ແລະ ກຳປູເຈຍ ສຳເລັດການຖອນກຳລັງອອກຈາກບໍລິເວນທີ່ຕົກລົງກັນແລ້ວ
ເວລາອອກຂ່າວ: 2019-08-29 20:18:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 417 | ຄວາມນິຍົມ:
ການຖອນກຳລັງທະຫານອອກຈາກບໍລິເວນຊາຍແດນຈຸດພິກັດ E 0523410, N 1579776 ເມືອງມຸນລະປະໂມກ ແຂວງຈຳປາສັກ ໃນວັນທີ 29 ສິງຫາ 2019 ດຳເນີນໄປດ້ວຍຄວາມສະຫງົບຮຽບຮ້ອຍ ແລະ ປະສົບຜົນສຳເລັດຢ່າງໜ້າເພິ່ງພໍໃຈຂອງສອງຝ່າຍ.
ເຊິ່ງການຖອນກຳລັງທະຫານຄັ້ງນີ້ແມ່ນປະຕິບັດຕາມບົດບັນທຶກກອງປະຊຸມພົບປະກຳນົດການຖອນກຳລັງທະ ຫານ ລາວ- ກຳປູເຈຍ ອອກຈາກບໍລິເວນຊາຍແດນລະຫວ່າງ ສປປ ລາວ ແລະ ລາຊະອານາຈັກກຳປູເຈຍ ຢູ່ບໍລິເວນເມືອງມຸນລະປະໂມກ ແຂວງຈຳປາສັກ (ຈຸດພິກັດ E 0523410, N1579776) ຄັ້ງວັນທີ 27 ສິງຫາ 2019 ທີ່ດ່ານ ປະເພນີຫາງດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ ສປປ ລາວ ທີ່ຜ່ານມາ.
ຄະນະກຳມະການສັງເກດການ ແລະ ກວດກາການຖອນກຳລັງທະຫານຝ່າຍລາວ ນຳໂດຍ ພັນໂທ ຄຳເຮົ້າ ວົງພົມ ຫົວໜ້າພະແນກສູ້ຮົບ ກອງບັນຊາການທະຫານແຂວງຈຳປາສັກ ກອງທັບປະຊາຊົນລາວ ແລະ ຝ່າຍກຳປູເຈຍ ນຳໂດຍ ພັນເອກ ຢາງ ສຸພາດ ຮອງຜູ້ບັນຊາການກອງບັນຊາການ ກອງພົນນ້ອຍທີ 9 ກອງທັບລາຊະອານາຈັກກຳປູເຈຍ.
ໂດຍຄະນະກຳມະການສັງເກດການ ແລະ ກວດກາການຖອນກຳລັງທະຫານທັງສອງຝ່າຍໄດ້ຮ່ວມກັນປະຕິບັດໜ້າທີ່ເລີ່ມແຕ່ ເວລາ 8:00 ໂມງ ຫາ 11:00 ໂມງຂອງວັນທີ 29 ສິງຫາ 2019 ໂດຍຕິດຕາມການຖອນກຳລັງທະຫານທັງສອງຝ່າຍອອກຈາກບໍລິເວນຈຸດພິກັດ E 0523410, N 1579776 ເມືອງມຸນລະປະໂມກ ແຂວງຈຳປາສັກ ສປປ ລາວ ຈຸດເຊື່ອມຕໍ່ກັບເມືອງຈອມກະສັນ ແຂວງພະວິຫານ ລາຊະອານາຈັກກຳປູເຈຍ ເຊິ່ງການຖອນທະຫານຄັ້ງນີ້ດຳເນີນໄປດ້ວຍຄວາມສະຫງົບຮຽບຮ້ອຍດີ ແລະ ສຳເລັດຢ່າງເປັນທາງການ.
ພາຍຫຼັງດຳເນີນການຖອນທະຫານຢ່າງເປັນທາງການທັງສອງຝ່າຍຍັງໄດ້ສ້າງບົດບັນທຶກໄວ້ເພື່ອເປັນຫຼັກຖານ ໂດຍຊ້ອງໜ້າ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ ກັບ ພົນຕີ ດວງຈັນ ຫົວໜ້າກອງພົນນ້ອຍທີ 9 ກອງທັບລາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະທັງສອງຝ່າຍ.
ໂດຍ: ບົວແກ້ວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ