ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ກອງພົນທີ 3 ສະຫຼຸບການສ້າງກອງຮານຖານເຂັ້ມແຂງ ໜ່ວຍພັກຮູ້ນຳພາຮອບດ້ານປະຈຳປີ 2018
ເວລາອອກຂ່າວ: 2019-08-30 09:15:35 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 814 | ຄວາມນິຍົມ:



ກອງປະຊຸມສະຫຼຸບຖອດ ຖອນບົດຮຽນການສ້າງກອງ ຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ ນຳພາຮອບດ້ານທົ່ວອົງຄະນະ ພັກກອງພົນທີ 3 ແມ່ນໄດ້ໄຂ ຂຶ້ນ ແລະ ອັດລົງດ້ວຍໝາກຜົນ ອັນຈົບງາມໃນວັນທີ 28 ສິງຫາ ນີ້ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນເຈື້ອ ຕຽນແສງດາວ ກຳມະການຄະ ນະພັກກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າການ ເມືອງກອງພົນທີ 3 ມີສະຫາຍ ຫົວໜ້າການທະຫານ ພ້ອມດ້ວຍ ຄະນະພັກກອງພົນ, ເລຂາຮອງເລຂາຄະນະພັກຮາກຖານ, ຄະນະ ໜ່ວຍພັກທົ່ວກອງພົນເຂົ້າຮ່ວມ. ສະຫາຍ ພັນເອກ ສໍຍັນ ລໍອິນ ສອນ ຄະນະພັກ-ຄະນະບັນຊາ ຫົວ ໜ້າຫ້ອງການເມືອງກອງພົນທີ 3 ກໍໄດ້ຂຶ້ນສະຫຼຸບຕີລາຄາຂະບວນ ການກໍ່ສ້າງກອງແຂງ-ໜ່ວຍພັກ ແຂງຮູ້ນຳພາຮອບດ້ານປະຈຳປີ 2018 ແລະ ທິດທາງແຜນການ 2019 ແລະ ຜົນການກວດກາຄຸນ ນະພາບກົມກອງຮາກຖານ ເຂັ້ມແຂງ-ໜ່ວຍພັກຮູ້ນຳພາ ຮອບດ້ານ ໃນໄລຍະ 1 ປີຜ່ານ ມາ ໂດຍໄດ້ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ ແລະ ຜົນງານທີ່ຍາດ ມາໄດ້ເຊິ່ງຄະນະພັກກອງພົນ ທີ 3 ໄດ້ໃຫ້ຄວາມສຳຄັນ ແລະ ໃຫ້ຄວາມໃກ້ຊິດຕິດແທດການ ຊີ້ນຳ-ນຳພາໂດຍຖືເອົາວຽກ ງານສືກສາອົບຮົມການເມືອງ- ນຳພາແນວຄິດການກໍ່ສ້າງພະ ນັກງານ, ສະມາຊິກພັກເປັນແບບ ຢ່າງນຳໜ້າໃນວຽກງານຕົວ ຈິງພ້ອມກັນນັ້ນ, ກໍໄດ້ຈັດຕັ້ງ ເປີດຂະບວນການແຂ່ງຂັນ ກໍ່ ສ້າງກອງຮາກຖານເຂັ້ມແຂງ- ໜ່ວຍພັກຮູ້ນຳພາຮອບດ້ານທົ່ວກອງພົນໂດຍຖືເອົາຄຸນນະພາບ ເປັນກົກ ເຮັດໃຫ້ແຕ່ລະຫົວໜ່ວຍ ການຈັດຕັ້ງຮາກຖານພັກຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງຕົນໃນການນຳພາ ແຂ່ງຂັນປັບປຸງກໍ່ສ້າງພັກໃຫ້ມີ ຄວາມໜັກແໜ້ນທາງດ້ານການ ເມືອງ-ແນວຄິດ, ເຂັ້ມແຂງທາງ ດ້ານການຈັດຕັ້ງ ເຊິ່ງປັດຈຸບັນ ທົ່ວອົງຄະນະພັກກອງພົນທີ 3 ປະກອບມີ 3 ຄະນະພັກ, ມີ 23 ຄະນະພັກຮາກຖານ, ມີ 110 ໜ່ວຍພັກ, ມີກອງຮາກຖານ ເຂັ້ມແຂງ-ໜ່ວຍພັກຮູ້ນຳພາ ຮອບດ້ານ 79 ກົມກອງ ໃນນັ້ນ, ໄດ້ຮັບນາມມະຍົດກອງແຂງ- ໜ່ວຍພັກແຂງຮູ້ນຳພາຮອບ ດ້ານ 9 ສະໄໝຕິດຕໍ່ກັນມີ 1 ກົມກອງຄື: ໜ່ວຍພັກທີ 1 ທີ່ ຂຶ້ນກັບຄະນະພັກຮາກຖານກອງ ພັນ 407; 8 ສະໄໝ ມີ 2 ກົມ ກອງ,7 ສະໄໝມີ 7 ກົມກອງ, 6 ສະໄໝມີ 2 ກົມກອງ, 5 ສະ ໄໝມີ 6 ກົມກອງ, 4 ສະໄໝມີ 15 ກົມກອງ, 3 ສະໄໝ ມີ 17 ແລະ 2 ສະໄໝຕິດຕໍ່ກັນ 12 ກົມກອງ, ໜ່ວຍພັກສະເໜີຂັ້ນ ເທິງຄົ້ນຄວ້າຮັບຮອງໃໝ່ມີ 17 ກົມກອງ. ໃນພິທີຍັງໄດ້ມອບທຸງໄຊໃຫ້ ບັນດາກົມກອງໜ່ວຍພັກທີ່ມີຜົນ ງານໃນການຮັກສາມູນເຊືື້ອ ເປັນກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ 5 ຄັ້ງຕິດຕໍ່ກັນ 6 ກົມກອງ ໜ່ວຍ ພັກ, ມອບໃບຍ້ອງຍໍຂອງຄະນະ ພັກກະຊວງປ້ອງກັນປະເທດ ໃຫ້ບັນດາກົມກອງຮາກຖານ ເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບ ດ້ານຈຳນວນ 32 ກົມກອງ,ມອບ ໃບຍ້ອງຍໍກົມໃຫຍ່ການເມືອງ ກອງທັບໃຫ້ບັນດາກົມກອງຮາກຖານເຂັ້ມແຂງໜ່ວຍພັກຮູ້ນຳພາຮອບດ້ານ ຈຳນວນ 12 ກົມກອງ. ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ ພ້ອມກັນປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາແລະຄົ້ນຄວ້າ ປະຊາມະຕິຮັບຮອງເອົາການຈັດ ແບ່ງປະເພດຄຸນນະພາບຂອງແຕ່ ລະໜ່ວຍພັກ,ຄະນະພັກຕື່ມອີກ. ໂດຍ: ລີໂດ ດວງສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ