ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ກອງພັນໃຫຍ່ 645 ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2019
ເວລາອອກຂ່າວ: 2019-08-30 09:18:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 372 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກ ງານຮອບດ້ານປະຈຳປີ 2019 ແລະ ວາງທິດທາງແຜນການ 6 ເດືອນທ້າຍປີຂອງກອງພັນໃຫຍ່ 645 ໄດ້ຈັດຂຶ້ນໃນກາງເດືອນ ຜ່ານມານີ້, ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ຄຳຫຼ້າ ສິມມະວັດ, ຫົວໜ້າການ ເມືອງກອງພັນໃຫຍ່ 645 ມີ ຄະນະພັກ-ຄະນະບັນຊາ, ພະນັກ ງານຫຼັກແຫຼ່ງໃນພະແນກການ, ຂະແໜງການ ແລະ ກົມກອງທີ່ ຂຶ້ນກັບເຂົ້າຮ່ວມ. ພັນໂທ ຄໍາຜອງ ອິນທາທິ ລາດ ຫົວໜ້າພະແນກບໍລິຫານ ກອງພັນໃຫຍ່ 645 ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຜ່ານມາຄະ ນະພັກ-ຄະນະບັນຊາໄດ້ເປັນ ເຈົ້າການຊີ້ນຳ-ນຳພາບັນດາ ກົມກອງຮາກຖານເຄື່ອນໄຫວ ຈັດຕັ້ງປະຕິບັດທຸກຂົງເຂດ ວຽກງານຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ ກໍຄືໜ້າທີ່ການເມືອງຂອງກົມ ກອງ ໂດຍຖືເອົາວຽກງານສຶກ ສາອົບຮົມການເມືອງນຳພາ ແນວຄິດເປັນກົກສອດຫ້ອຍເຂົ້າ ໃນທຸກຂົງເຂດວຽກງານເຮັດ ໃຫ້ພະນັກງານ-ນັກຮົບມີຄຸນທາດ ການເມືອງໜັກແໜ້ນ, ມີຄວາມ ອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່, ພ້ອມ ນີ້ຍັງໄດ້ເຂົ້າຮ່ວມຮັບຟັງປາຖະ ກະຖາເຊື່ອມຊຶມມູນເຊື້ອວັນສຳ ຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບຢ່າງເປັນຂະບວນ ການຟົດຟື້ນ, ສ້າງໃຫ້ກົມກອງມີ ບັນຍາກາດເບີກບານມ່ວນຊື່ນ, ໄດ້ຈັດຕັ້ງຫັນເອົາພະນັກງານ ລົງກໍ່ສ້າງຮາກຖານການເມືອງ ໃນຂອບເຂດກົມກອງຕັ້ງທັບ ຢ່າງຕໍ່ເນື່ອງ ໂດຍສົມທົບແໜ້ນ ກັບກຳລັງ ປກສ ແລະ ບ້ານເພື່ອ ຕ້ານ ແລະ ສະກັດກັ້ນປະກົດ ການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ ທັນການ ເຮັດໃຫ້ຂອບເຂດກົມ ກອງຮັບຜິດຊອບມີຄວາມສະ ຫງົບໂດຍພື້ນຖານ, ໄປຄຽງຄູ່ ກັນນັ້ນ, ວຽກງານກຽມພ້ອມສູ້ ຮົບໄດ້ຈັດຕັ້ງລະບົບປະຈຳການ ສູ້ຮົບໃນທຸກພາວະ, ຊຸກຍູ້ພະ ນັກງານ ຕັ້ງໜ້າຫັດແອບເຝິກ ຝົນຮ່ຳຮຽນ ດ້ານສິລະປະຍຸດ-ຍຸດທະວິທີ ແລະ ວິຊາສະເພາະ ເຫຼົ່າຮົບໃຫ້ມີຄວາມຊຳນິຊຳ ນານ, ຄ່ອງແຄ້ວຮັບປະກັນ ເຮັດສຳເລັດໜ້າທີ່ການເມືອງ ຂອງກົມກອງທີ່ໄດ້ຮັບມອບ ໝາຍ, ວຽກງານປັບປຸງກໍ່ ສ້າງພັກ-ພະນັກງານແມ່ນປະ ຕິບັດຕາມທິດນຳ 5 ຫຼັກການ ຂອງພັກ ຕິດພັນກັບການກໍ່ ສ້າງພະນັກງານ 3 ຮຸ່ນ ສືບ ທອດ ແລະ ປ່ຽນແທນ. ໄດ້ຈັດ ຕັ້ງກອງປະຊຸມໃຫຍ່ຂອງບັນ ດາໜ່ວຍພັກ, ຄະນະພັກຮາກ ຖານ ແລະ ກອງປະຊຸມໃຫຍ່ຄັ້ງ ທີ VI ຂອງອົງຄະນະພັກກອງ ພັນໃຫຍ່ 645 ສຳເລັດ 100%. ຂະຫຍາຍມະຫາຊົນກ້າວໜ້າ ເຂົ້າພັກໄດ້ 2 ສະຫາຍ, ເລື່ອນ ສຳຮອງຂຶ້ນສົມບູນໄດ້ 9 ສະ ຫາຍ; ວຽກງານແກ້ໄຂຊີວິດ ການເປັນຢູ່ແມ່ນໄດ້ຊຸກຍູ້ຊີ້ນຳບັນ ດາກົມກອງຮາກຖານປະຕິບັດ ຕາມທິດນຳເພິ່ງຕົນເອງ, ກຸ້ມຕົນ ເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ໂດຍຖືເອົາ 4 ປູກ 4 ລ້ຽງເປັນສຳຄັນຕາມ ທ່າແຮງບົ່ມຊ້ອນຕົວຈິງຂອງ ກົມກອງ ເພື່ອເຮັດໃຫ້ພະນັກ ງານ-ນັກຮົບນັບມື້ມີຊີວິດການ ເປັນຢູ່ທີ່ດີຂຶ້ນເທື່ອລະກ້າວ. ໃນ 6 ເດືອນຜ່ານມາກົມກອງ ສາມາດປູກພືດຜັກຊະນິດຕ່າງໆ ເກັບກູ້ໄດ້ 19.198 ກິໂລ ປູກ ຕົ້ນໄມ້ໃຫ້ໝາກ ແລະ ປູກຕົ້ນ ໄມ້ໃຫ້ຮົ່ມໄດ້ 350 ຕົ້ນ, ນອກ ນັ້ນຍັງໄດ້ທົດລອງປູກໝາກກະ ຈຽບຈຳນວນ 200 ຕົ້ນ, ມີງົວ ລ້ຽງ 30 ໂຕ, ແບ້ 13 ໂຕ, ໝູ 14 ໂຕ, ລ້ຽງສັດປີກຈຳນວນ 1.820 ໂຕ, ລ້ຽງປາ 13 ໜອງ ປ່ອຍປາແລ້ວ 29.390 ໂຕ. ສັງລວມແລ້ວໃນ 6 ເດືອນຕົ້ນປີ 2019 ກົມກອງສາມາດສ້າງ ລາຍຮັບຈາກການປູກຝັງ-ລ້ຽງ ສັດ ແລະ ບໍລິການອື່ນໆໄດ້ທັງ ໝົດ 236.262.000 ກີບ. ກອງປະຊຸມຜູ້ເຂົ້າຮ່ວມຍັງ ໄດ້ປະກອບຄຳຄິດຄຳເຫັນ ແລະ ຜ່ານທິດທາງແຜນການ 6 ເດືອນຕົ້ນປີ 2019 ຕື່ມອີກ. ໂດຍ: ສາຍສະໝອນ ພາບ: ມະນັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ