ກວດກາຄວາມຄືບໜ້າ ໂຄງການກໍ່ສ້າງກອງບັນຊາການທະຫານຊາຍແດນ
ເວລາອອກຂ່າວ: 2025-11-18 14:55:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1338 | ຄວາມນິຍົມ: ![]()
ວັນທີ 18 ພະຈິກ 2025 ນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມຄະນະ ໄດ້ເຄື່ອນໄຫວກວດກາຄວາມຄືບໜ້າ ໂຄງການກໍ່ສ້າງກອງບັນຊາການທະຫານຊາຍແດນ, ມີສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ, ມີຕາງໜ້າຄະນະຮັບຜິດຊອບໂຄງການ, ບໍລິສັດ ຜູ້ຮັບເໝົາໂຄງການກໍ່ສ້າງ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ຮ້ອຍໂທ ລາຕິກອນ ສີວິຈິດ ຄະນະຮັບຜິດຊອບຕິດຕາມ ໂຄງການກໍ່ສ້າງກອງບັນຊາການທະຫານຊາຍແດນ ໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ປະຕູໂຂງເຂົ້າມາ ແມ່ນສໍານັກງານ 5 ຊັ້ນ ແລະ ສະໂມສອນ ໄດ້ສໍາເລັດການກໍ່ສ້າງໂບກຝາ, ປູກະໂລ, ກໍາລັງສືບຕໍ່ທາສີ, ຕິດຕັ້ງແພດານ ແລະ ບັນດາໜ້າວຽກກ່ຽວກັບລະບົບໄຟຟ້າ, ລະບົບນ້ຳ ແລະ ລະບົບນໍ້າດັບເພີງປ້ອງກັນອັກຄີໄພ ສໍາເລັດແລ້ວປະມານ 75%, ບໍລິເວນເບື້ອງຊ້າຍ ປະກອບມີ: ເຮືອນໝວດປ້ອງກັນທີ່ຕັ້ງ, ສື່ສານ, ຂົນສົ່ງ, ກາລາຈອດລົດ 2 ກາລາ ແລະ ກາລາ ສ້ອມແປງລົດ ໄດ້ສໍາເລັດການກໍ່ສ້າງໂບກຝາ ປູກະໂລ, ກໍາລັງສືບຕໍ່ຕິດຕັ້ງເພດານ ແລະ ບັນດາໜ້າວຽກອື່ນໆ ສໍາເລັດແລ້ວປະມານ 80%, ດ້ານຫຼັງສໍານັກງານ 5 ຊັ້ນ ປະກອບມີ: ເຮືອນພັກພະນັກງານ-ນັກຮົບ 2 ຫຼັງ ແລະ ເດີ່ນກິລາກາງແຈ້ງ, ກໍ່ສ້າງສໍາເລັດແລ້ວປະມານ 80%, ເບື້ອງຂວາມື ດ້ານຫຼັງ ປະກອບມີ ບັນດາສາງອາວຸດ-ຍຸດໂທ, ສາງລວມ ກໍາລັງກໍ່ສ້າງສໍາເລັດວຽກງານໂບກປູນ. ກໍ່ສ້າງສໍາເລັດແລ້ວປະມານ 90%, ຕໍ່ໄປແມ່ນບໍລິເວນເຮືອນຄົວ, ໂຮງໝໍ, ກາລາຈອດລົດພະນັກງານ, ພະແນກກົດລັບ, ເຮືອນໝວດປ້ອງກັນທີ່ຕັ້ງ ສໍາເລັດການກໍ່ສ້າງໂບກປູນ, ຕິດຕັ້ງເພດານ ແລະ ກໍາລັງຕິດຕັ້ງອຸປະກອນຕົບແຕ່ງພາຍໃນ, ບັນດາລາຍການ ປະຕູໂຂງໃຫຍ່, ປະຕູໂຂງນ້ອຍ, ເຮືອນປະຈໍາການ, ກໍາແພງອ້ອມຄ້າຍ ພື້ນຖານສໍາເລັດແລ້ວ 80% ແລະ ບັນດາລາຍການພື້ນຖານທາງດ້ານເຕັກນິກ, ເສັ້ນທາງເບຕົງ, ລະບົບລະບາຍນ້ຳເສຍ, ລະບົບໄຟຟ້າ, ລະບົບນ້ຳຕ້ານອັກຄີໄພ ສັງລວມກໍ່ສ້າງສໍາເລັດແລ້ວ 80%, ສັງລວມ ຄວາມຄືບໜ້າການກໍ່ສ້າງ ທັງໝົດ 83%.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຮັບຜິດຊອບທຸກພາກສ່ວນ ຕະຫຼອດຮອດບໍລິສັດຜູ້ຮັບເໝົາກໍ່ສ້າງ ທີ່ພ້ອມກັນອົດທົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ໃນການກໍ່ສ້າງອາຄານ ກອງບັນຊາການທະຫານຊາຍແດນ ເຫັນວ່າ ມີຄວາມຄືບໜ້າເປັນສ່ວນຫຼາຍ ພ້ອມທັງຮຽກຮ້ອງໃຫ້ສືບຕໍ່ປັບປຸງ, ກໍ່ສ້າງບັນດາໜ້າວຽກທີ່ຍັງຄົງຄ້າງ ໃຫ້ສຳເລັດຕາມແຜນການທີ່ວາງໄວ້ ແລະ ຮັບປະກັນທາງດ້ານເຕັກນິກການອອກແບບ ເພື່ອເຮັດໃຫ້ອາຄານມີຄຸນນະພາບ, ມີຄວາມທົນທານ, ແໜ້ນໜາຖາວອນ, ຈົບງາມ ແລະ ນຳໃຊ້ໄດ້ຍາວນານ.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















