ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະທດ ເນັ້ນໃຫ້ໜ່ວຍພັກກົມຄົ້ນຄວ້າ ສັງລວມເພີ່ມທະວີບົດບາດການນຳພາຂອງພັກ
ເວລາອອກຂ່າວ: 2019-09-03 09:28:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 265 | ຄວາມນິຍົມ:
ໃນໂອກາດເຂົ້າຮ່ວມເປັນປະ ທານກອງປະຊຸມໃຫຍ່ ຄັ້ງທີ VII
ຂອງໜ່ວຍພັກກົມຄົ້ນຄວ້າສັງ ລວມ ໃນວັນທີ 30 ສິງຫານີ້, ສະ
ຫາຍ ພົນຈັດຕະວາ ອາລຸນໄຊ
ວົງຄຳວິຈິດ ຮອງເລຂາຄະນະພັກ
ອົງການ ຫ້ອງວ່າການ, ຮອງຫົວ ໜ້າຫ້ອງວ່າການກະຊວງປ້ອງ ກັນປະເທດ ໄດ້ເນັ້ນໃຫ້ຄະນະ ໜ່ວຍພັກເພີ່ມທະວີບົດບາດການ ນຳພາຂອງພັກດ້ວຍການເອົາໃຈໃສ່ຕໍ່ການສຶກສາອົບຮົມການ ເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກໃຫ້ມີຄຸນທາດການ
ເມືອງໜັກແໜ້ນ, ມີຄວາມຮັບຮູ້
ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງ ນະໂຍບາຍຂອງພັກ-ກົດໝາຍ
ຂອງລັດ, ໜ້າທີ່ການເມືອງຂອງ ກົມກອງ, ມີຄວາມຕັ້ງໜ້າຫ້າວຫັນໃນການປະຕິບັດມະຕິຄຳສັ່ງ ກໍຄືໜ້າທີ່ວຽກງານທີ່ໄດ້ຮັບມອບ ໝາຍ, ມີຄວາມອົດທົນຜ່ານຜ່າ ຄວາມຫຍຸ້ງຍາກ, ຍອມເສຍສະ
ຫຼະຜົນປະໂຫຍດສ່ວນຕົວເພື່ອຜົນ ປະໂຫຍດສ່ວນລວມເຮັດໜ້າທີ່ ວຽກງານດ້ວຍຄວາມຮັບຜິດ ຊອບ, ເປັນເຈົ້າການນຳພາຈັດ
ຕັ້ງປະຕິບັດໜ້າທີ່ໃນການເປັນເສ ນາທິການໃຫ້ແກ່ຄະນະນຳກະ ຊວງປ້ອງກັນປະເທດ.
ໃນໂອກາດດຳເນີນກອງປະ ຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍ ພັກກົມຄົ້ນຄວ້າສັງລວມຄັ້ງນີ້
ສະຫາຍ ພັນເອກ ເດືອນສະຫວັນ ສາຍພິມຄຳປະທຸມ ຄະນະພັກອົງ
ການຫ້ອງວ່າການ, ເລຂາໜ່ວຍພັກຫົວໜ້າກົມຄົ້ນຄວ້າສັງລວມ
ຍັງໄດ້ຕີລາຄາຄືນບົດບາດການ ນໍາພາຂອງຄະນະໜ່ວຍພັກຕໍ່ຂົງ
ເຂດວຽກງານຕ່າງໆ ໂດຍໄດ້ຍົກໃຫ້ເຫັນຜົນງານທີ່ເປັນພື້ນ ຖານ ແລະ ພ້ອມກັນຍາດມາໄດ້ໃນໄລຍະຜ່ານມາເປັນຕົ້ນແມ່ນຂົງເຂດວຽກງານວິຊາສະເພາະ ແລະ ວຽກງານອື່ນໆທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະ ເທດວາງອອກ ຕິດພັນກັບການ ປັບປຸງກໍ່ສ້າງພັກໃຫ້ມີຄວາມ
ປອດໃສ ເຂັ້ມແຂງ ໜັກແໜ້ນ ຕາມ 5 ຫຼັກການ 3 ທິດນຳຂອງ ພັກ ເຊິ່ງສາມາດຕີລາຄາຄຸນນະ ພາບການເມືອງພາຍໃນໜ່ວຍ ພັກໄດ້ໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ, ຕີລາຄາສະມາ ຊິກພັກແຂງຮອບດ້ານກວມເອົາ 87,17%, ແຂງ 12,82% ສາ
ມາດສ້າງໄດ້ໜ່ວຍພັກປອດໃສ
ເຂັ້ມແຂງ ໜັກແໜ້ນໄດ້ 10 ສະ
ໄໝຕິດຕໍ່ກັນ ແລະ ສ້າງໄດ້ກອງ 3 ປອດ 4 ປີຊ້ອນ. ຈາກຜົນງານ ການເຄື່ອນໄຫວດ້ານຕ່າງໆນັ້ນ ຈຶ່ງມີລວມໝູ່ ແລະ ບຸກຄົນໄດ້ຮັບ
ຍ້ອງຍໍຈາກພັກ-ລັດ ກໍຄືກອງ ທັບ. ໃນນີ້ໄດ້ຮັບການຍ້ອງຍໍລວມ ໝູ່ໄດ້ຫຼຽນໄຊອິດສະຫຼະຊັ້ນ II
ຈໍານວນ 1 ໜ່ວຍ, ບຸກຄົນໄດ້ຮັບ ຫຼຽນໄຊອິດສະຫຼະຊັ້ນ II ແລະ III ຈໍານວນ 10 ສະຫາຍ, ຫຼຽນ
ໄຊແຮງງານຊັ້ນ II ແລະ III ຈໍາ
ນວນ 17 ສະຫາຍ, ໄດ້ຮັບຫຼຽນ ໄຊພິລາດອາດຫານຊັ້ນ I, II ແລະ III ຈໍານວນ 14 ສະຫາຍ, ຫຼຽນກາແຮງງານ 5 ສະຫາຍ ແລະ ໄດ້ຮັບໃບຍ້ອງຍໍປະເພດ ຕ່າງໆຈຳນວນໜຶ່ງ. ນອກນັ້ນ
ກອງປະຊຸມຍັງໄດ້ປ່ອນບັດຄັດ ເລືອກເອົາຄະນະພັກຊຸດໃໝ່ໄດ້ ຕາມຄາດໝາຍ.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ