ເນື່ອງໃນໂອກາດວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920- 13 ທັນວາ 2025)
ເວລາອອກຂ່າວ: 2025-12-12 10:04:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 4009 | ຄວາມນິຍົມ: ![]()
ປະທານ ໄກສອນ ພົມວິຫານ ແມ່ນຜູ້ນຳທີ່ດີເລີດ ເປັນນັກຮົບປະຕິວັດທີ່ກ້າແກ່ນ ທ່ານເຄີຍເປັນຜູ້ບັນຊາການສູງສຸດຂອງກຳລັງປະກອບອາວຸດປະຊາ ຊົນລາວ ໃນວັນທີ 20 ມັງກອນ 1949 ຕາງໜ້າໃຫ້ແກ່ພັກ, ປະທານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະ ຂຶ້ນຢູ່ຕໍ່ໜ້າກອງ“ລາດຊະວົງ” ໂດຍແມ່ນທ່ານເອງ ເປັນຜູ້ບັນຊາໂດຍກົງ.
ຕະຫຼອດໄລຍະແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ກໍຄື ໄລຍະແຫ່ງ ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ທ່ານໄດ້ຊີ້ນຳຢ່າງຈົດຈໍ່ຕໍ່ການເຝິກຝົນຫຼໍ່ຫຼອມກໍ່ສ້າງກຳລັງປະກອບອາວຸດປະຊາຊົນລາວ ພ້ອມທັງໄດ້ອຸ ທິດເຫື່ອແຮງສະຕິປັນຍາ ຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນ
ການນຳພາ ແລະ ບັນຊາກຳລັງປະກອບອາວຸດຍາດເອົາໄຊຊະນະຕະຫຼອດມາໂດຍເຮັດລ້ອນໜ້າທີ່ ທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້.
ໃນການນຳພາການຕໍ່ສູ້ ປະທານ ໄກສອນ ພົມວິຫານ ໄດ້ກຳແໜ້ນທັດສະນະການນຳໃຊ້ການຕໍ່ສູ້ດ້ວຍກຳລັງອາວຸດສົມທົບແໜ້ນກັບການຕໍ່ສູ້ທາງດ້ານການເມືອງຂອງປະຊາຊົນຢ່າງກວ້າງຂວາງບົດຮຽນຕົວ ຈິງຂອງການປະຕິວັດຢູ່ລາວໄດ້ຢັ້ງຢືນໃຫ້ເຫັນວ່າມີແຕ່ເສັ້ນທາງດຽວເທົ່ານັ້ນທີ່ຖືກຕ້ອງເພື່ອຍາດເອົາເອກະລາດອິດສະຫຼະພາບມາໃຫ້ແກ່ປະເທດຊາດ ນັ້ນຄືເສັ້ນທາງຮຸນແຮງປະຕິວັດ ກຳລັງຮຸນແຮງປະຕິວັດແມ່ນກຳລັງຮຸນແຮງຂອງມະຫາຊົນ ເຊິ່ງສະແດງອອກໃນ 2 ຮູບການຄື: ການຕໍ່ສູ້ດ້ານການເມືອງ ແລະ ຕໍ່ສູ້ດ້ານກຳລັງອາວຸດ ທັງສອງຮູບການຕໍ່ສູ້ນີ້ຕ້ອງປະສານສົມທົບຢ່າງກົມກຽວ ຄ່ອງແຄ່ວ ມີໄຫວພິບ ແລະ ເດັດດ່ຽວໜຽວແໜ້ນ.
ໃນນິພົນ“ບາງບົດຮຽນຕົ້ນຕໍ ແລະ ບາງບັນຫາກ່ຽວກັບທິດທາງໃໝ່ຂອງການປະຕິວັດລາວ” ປະທານ ໄກສອນ ພົມວິຫານ ໄດ້ຊີ້ອອກວ່າ: ໄປພ້ອມໆກັບການກໍ່ສ້າງກຳລັງການເມືອງຂອງມະຫາຊົນ ພັກເຮົາ ໄດ້ຖືເປັນສຳຄັນທີ່ສຸດການສ້າງກຳລັງປະກອບອາວຸດປະຊາຊົນ ເພາະວ່າຈຸດພິເສດຂອງການປະຕິວັດປະເທດເຮົານັ້ນ ແມ່ນໄດ້ມີການດຳເນີນການຕໍ່ສູ້ດ້ວຍກຳລັງອາວຸດແຕ່ຫົວທີໂລດ ແລະ ການຕໍ່ສູ້ນັ້ນໄດ້ສອດຫ້ອຍໄປໄປຕະຫຼອດໃນຂະບວນວິວັດແຫ່ງການປະຕິວັດໃນປະເທດເຮົາ ໃນຂະບວນວິວັດແຫ່ງການປັບປຸງກໍ່ສ້າງກຳລັງການເມືອງຂອງປະຊາຊົນນັ້ນ ບັນດາກຳລັງປະກອບອາວຸດໄດ້ເຕີບໃຫຍ່ຂະຫຍາຍຕົວກວ້າງຂວາງໃນໝູ່ມະຫາຊົນ ແລະ ນັບມື້ເຂັ້ມແຂງທາງດ້ານປະລິມານ ກໍຄື ຄຸນນະພາບ ເລີ່ມຈາກການສ້າງບັນດາກຳລັງປະກອບອາວຸດປະຊາຊົນໃນທ້ອງຖິ່ນກ້າວໄປເຖິງການກໍ່ສ້າງກຳລັງປະກອບອາວຸດປະຈຳການເທື່ອລະກ້າວ ສ້າງຕັ້ງກຳລັງຫຼວງເຄື່ອນທີ່ໃນແຕ່ລະສະໜາມຮົບກ້າວຂຶ້ນເປັນກຳລັງເຄື່ອນທີ່ໃນບັນດາສະໜາມຮົບຍຸດທະສາດໃນທົ່ວປະເທດ ຕະຫຼອດຂະບວນວິວັດແຫ່ງການເຄື່ອນໄຫວຂອງຕົນ ບັນດາກົມກອງກຳລັງຫຼວງກໍໄດ້ກາຍເປັນກຳລັງແຮງໃນການຂະຫຍາຍກຳລັງການເມືອງຂອງມະຫາຊົນ ອັນນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຂຶ້ນ ການປະສານສົມທົບຢ່າງເປັນຈັງຫວະ ແລະ ກົມກຽວກັນລະຫວ່າງກຳລັງຕໍ່ສູ້ດ້ານການເມືອງ ແລະ ການທະຫານນີ້ດີຂຶ້ນເທົ່າໃດ ມັນເຮັດໃຫ້ແຕ່ລະກຳລັງນັ້ນເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນເທົ່ານັ້ນ ສະນັ້ນ ກຳລັງປະກອບອາວຸດປະຊາຊົນເຮົາຈຶ່ງມີລັກສະນະເປັນທັງກອງກຳລັງສູ້ຮົບ ແລະ ເປັນກອງກຳລັງການເມືອງຂອງພັກ ມັນເປັນທັງກຳລັງທີ່ມາຈາກປະຊາຊົນ ສູ້ຮົບເພື່ອປະຊາຊົນຢ່າງແທ້ຈິງ.
ໃນການນຳພາພາລະກິດຕໍ່ສູ້ປະຕິວັດພັກເຮົາໂດຍມີ ປະທານ ໄກສອນ ພົມວິຫານ ເປັນຜູ້ນຳໜ້າໄດ້ໝູນໃຊ້ການຕໍ່ສູ້ທາງການທະຫານການເມືອງ ແລະ ການຕ່າງປະເທດຢ່າງມີໄຫວພິບ ຮູ້ຕີສັດຕູໃຫ້ລ່າຖອຍໄປເທື່ອລະກ້າວ ຍາດເອົາໄຊຊະນະເປັນແຕ່ລະພາກສ່ວນ ຮູ້ສ້າງກາລະໂອກາດ ແລະ ນຳໃຊ້ກາລະໂອ ກາດຢ່າງຖືກຕ້ອງ ເດັດດ່ຽວເຕົ້າໂຮມກຳລັງແຮງສັງລວມທີ່ມີລັກສະນະຕັດສິນເຊັ່ນ: ການລຸກຮືຂຶ້ນຢຶດເອົາອຳນາດພາບດຽວໃນທົ່ວປະເທດລະຫວ່າງເດືອນ ພຶດສະພາ 1975 ແລະ ໄຊຊະນະອັນໃຫຍ່ຫຼວງໃນການປ້ອງກັນປິຕູພູມຢູ່ຊາຍແດນທິດຕາເວັນຕົກນັ້ນ ໄດ້ພິສູດຢ່າງແຈ່ມແຈ້ງເຖິງຄວາມສະຫຼາດສ່ອງໃສ ແລະ ປະດິດສ້າງໃນການນຳພາຂອງພັກເຮົາໃນການປະເຊີນໜ້າກັບບັນດາອິດທິກຳລັງຮຸກຮານທີ່ໃຫຍ່ໂຕກວ່າ.
ໃນໄລຍະໃໝ່ຂອງການປະຕິວັດ ປະທານ ໄກສອນ ພົມວິຫານ ໄດ້ຊີ້ອອກວ່າ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຍັງເປັນໜ້າທີ່ແຖວໜ້າ ແລະ ມີຄວາມສຳຄັນອັນດັບໜຶ່ງ” ສະນັ້ນ ພວກເຮົາຕ້ອງລະດົມກຳລັງແຮງສັງລວມຂອງທົ່ວປວງຊົນອອກແຮງປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຮາກຖານຈັດ
ຕັ້ງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ທ້ອງຖິ່ນໃຫ້ໜັກແໜ້ນ ຕັ້ງໜ້າປັບປຸງສະມັດຕະພາບຂອງບັນດາກຳລັງປະກອບອາວຸດໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ໂຊເລ້ ບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















