ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ດ້ວຍການນຳໃຊ້ສິລະປະການທະຫານທີ່ຫຼາກຫຼາຍຈຶ່ງເຮັດໃຫ້ບັ້ນບຸກເບີກຕີປ້ອມຜາຖີ່ໄດ້ຮັບໄຊຊະນະ
ເວລາອອກຂ່າວ: 2018-11-22 10:37:20 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 223 | ຄວາມນິຍົມ:



( ຕໍ່ຈາກສະບັບກ່ອນ ) ການສູ້ຮົບແກ່ຍາວມາເຖິງເວລາ 16 ໂມງຂອງວັນທີ 21/12/ 1967 ພວກເຮົາຈຶ່ງສາມາດຍຶດ ໄດ້ປ້ອມເດີ່ນບິນຫນອງຄ້າງ ແລະ ສາມາດດັບສູນສັດຕູໄດ້ 35 ບັກ, ຈັບເປັນສະເລີຍໄດ້ 8 ບັກສ່ວນກຳລັງຂອງສັດຕູທີ່ຍັງ ເຫຼືອແມ່ນໄດ້ແຕກໄປທາງທິດ ຫ້ວຍມູນ, ປ່າໜໍ່, ເມືອງຍືດເພື່ອ ເຂົ້າໄປຕັ້ງທ່າປ້ອງກັນຜາຖີ່. ພາຍຫຼັງຕີສັດຕູຢູ່ຫນອງຄ້າງສຳ ເລັດ ກອງພັນ 705 ໄດ້ສືບຕໍ່ເຮັດ ຫນ້າທີ່ຕີສັດຕູຢູ່ຜາລອມ, ຈາກ ນັ້ນກອງພັນ 705 ແລະ 603 ໄດ້ ພ້ອມກັນປັບປຸງກຳລັງ. ວັນທີ 23/12/1967 ກອງພັນ 585 ໄດ້ນຳໃຊ້ກຳລັງ 3 ກອງຮ້ອຍ ປິດລັບບຸກໂຈມຕີສັດຕູຢູ່ຈອມໂຕ ສາມາດຂ້າສັດຕູຕາຍ 16 ບັກ, ຍຶດປືນໄດ້ 13 ກະບອກ ພາຍຫຼັງ ຕີສັດຕູຢູ່ຈອມໂຕສຳເລັດກໍໄດ້ສືບ ຕໍ່ຕີສັດຕູຢູ່ຫ້ວຍຊາຍແມ້ວ, ຫ້ວຍ ຊາຍລາວ, ສາມາດດັບສູນສັດຕູ ໄດ້ 6 ບັກ, ຈັບເປັນສະເລີຍໄດ້ 2 ບັກ ແລະ ສືບຕໍ່ເຄື່ອນໄຫວຕີສັດ ຕູຢູ່ຜາເມີ, ຜາຮັງ ເພື່ອຈ່ອງດຶງ ກຳລັງຂອງສັດຕູອອກມາເມືອງ ຮາມ, ເມືອງຊາງ, ວັນທີ 25/12/ 1967 ກອງພັນ 705 ໄດ້ສືບຕໍ່ ຕີສັດຕູຢູ່ຜາລວມພວກເຮົາສາ ມາດປັດເຂ່ຍສັດຕູອອກຈາກວົງ ສູ້ຮົບໄດ້ 236 ບັກ, ໃນນີ້ຖືກຂ້າ ຕາຍ 150 ບັກ, ຍຶດປືນທຸກຊະ ນິດໄດ້ 64 ກະບອກ, ພາຍຫຼັງ ຖືກພວກເຮົາບຸກໂຈມຕີຫຼາຍ ບ່ອນເຮັດໃຫ້ສັດຕູເພີ່ມທະວີການ ເຄື່ອນໄຫວ ແລະ ຕີຕ້ານພວກ ເຮົາຢ່າງແຂງແຮງເພື່ອປ້ອງກັນ ຜາຖີ່, ພວກເຂົາໄດ້ນຳໃຊ້ທັບອາ ກາດຍິງທຳລາຍເພື່ອສະກັດກັ້ນ ການບຸກໂຈມຕີຂອງກຳລັງພວກ ເຮົາ, ແຕ່ກໍບໍ່ສາມາດເຮັດໃຫ້ນ້ຳ ໃຈສູ້ຮົບທີ່ອົງອາດກ້າຫານຂອງ ອ້າຍນ້ອງພວກເຮົາຢຸດສະງັກ ແລະ ຢ້ານກົວຊຳ້ບໍ່ຫນຳກຳລັງ ຂອງພວກເຮົາຍັງໃຊ້ປືນທະຫານ ຮາບຍິງຍົນ T 28 ຕົກ 1 ລຳອີກ. ຜ່ານການບຸກໂຈມຕີຂອງພວກ ເຮົາເຮັດໃຫ້ສັດຕູຕ້ອງເສຍທີ່ຕັ້ງ ຫຼາຍແຫ່ງເຮັດໃຫ້ເຂດຄວບຄຸມ ຂອງພວກເຂົານັບມື້ນັບແຄບເຂົ້າ ພວກເຂົາໄດ້ນຳເອົາກຳລັງທີ່ມີ ເຂົ້າໄປເຕົ້າໂຮມເພື່ອປ້ອງກັນ ຜາຖີ່. ຈາກໄຊຊະນະທີ່ຍາດມາໄດ້ ນັ້ນ ດ້ານຮົບໄດ້ສັ່ງໃຫ້ບັນດາກົມ ກອງສືບຕໍ່ເຄື່ອນໄຫວຕີຫນີບຮັດ ສັດຕູ, ປິດລ້ອມກຳລັງຂອງສັດຕູ ຢູ່ທຸກທິດ, ພ້ອມທັງປັບປຸງກຳລັງ ໃຫ້ເຂັ້ມແຂງ ຍືນຢູ່ໃນສະພາບທີ່ ສັດຕູກຳລັງຢູ່ໃນທ່າປະລາໄຊ ນັ້ນ ຄະນະພັກການທະຫານສູນກາງ ທັງຝ່າຍລາວ-ຫວຽດນາມ ໄດ້ ເອກະພາບກັນນຳໃຊ້ຍົນເພື່ອຖິ້ມ ລະເບີດຊ່ວຍຫນູນໃຫ້ແກ້ການ ປົດປ່ອຍຜາຖີ່. ໂດຍໄດ້ໃຊ້ຍົນ ອານ 2 ລຳ ຈາກຫວຽດນາມ ມາ ຖິ້ມລະເບີດລົງໃສ່ປ້ອມຜາຖີ່ ໃນ ວັນທີ 30/12/1967 ແຕ່ບໍ່ໄດ້ ຮັບຜົນ. ເມື່ອເປັນແນວນັ້ນວັນທີ 1/3/1968 ພວກເຮົາໄດ້ໂຈມຕີ ອີກເປັນຄັ້ງທີສອງແຕ່ກໍບໍ່ສາ ມາດທຳລາຍໄດ້ເປົ້າຫມາຍຍ້ອນ ວ່າສັດຕູໄດ້ນຳໃຊ້ເຮືອບິນອາຍ ພົ່ນທີ່ທັນສະໄຫມມາຊ່ວຍຫນູນ ກຳລັງຂອງພວກເຂົາ ເຖິງຢ່າງ ໃດກໍຕາມຍ້ອນຮູບແຖວຈັ້ງທ່າ ດ້ານຫນ້າຂອງສັດຕູຫຼາຍຈຸດຖືກ ພວກເຮົາຕີເຮັດໃຫ້ກຳລັງຈັ້ງທ່າ ຖືກຫນີບຮັດ, ກຳລັງຈາກແນວ ຫຼັງກໍມາຊ່ວຍຫນູນບໍ່ທັນ, ທັບອາ ກາດກໍຊ່ວຍຫນູນບໍ່ໄດ້ຮັບຜົນແຕ່ ລະທິດລ້ວນແຕ່ຖືກກຳລັງພວກ ເຮົາຫນີບຮັດຈ່ອງດຶງ, ຈຳຕ້ອງ ຫົດເຂົ້າປ້ອງກັນຕົວແຕ່ເຖິງຢ່າງ ໃດກໍຕາມພວກເຂົາກໍໄດ້ຮີບ ຮ້ອນປັບປຸງກຳລັງພາຍຫຼັງພວກ ເຂົາສູນເສຍຫນອງຄ້າງ, ຜາ ລວມພູຈິກ, ພູຫນູ, ແດນດິນ ແລະ ເມືອງຊ່ອນ.... ແຕ່ພວກເຂົາກໍ ໃຊ້ຄວາມພະຍາຍາມຕ່າວໂຈມ ຕີເພື່ອຍຶດຄືນຫຼາຍຈຸດແຕ່ກໍຖືກ ປະລາໄຊ ດັ່ງນັ້ນເພື່ອສະກັດກັ້ນ ການບຸກໂຈມຕີຂອງກຳລັງພວກ ເຮົາ ພວກເຂົາໄດ້ນຳໃຊ້ຍົນຖິ້ມ ລະເບີດລົງໃສ່ບໍລິເວນນາໄກ່, ຫາງລ້ອງ, ຊຳເຫນືອ ແລະ ບ່ອນ ອື່ນໆ. ເມື່ອສະພາບສັດຕູພວມ ຕົກໃນທ່າເສຍປຽບຄືດັ່ງກ່າວ ທາງດ້ານຮົບໄດ້ສັ່ງໃຫ້ບັນດາ ກົມກອງທີ່ເຂົ້າຮ່ວມໃນບັ້ນຮົບ ຂະຫຍາຍກຳລັງເຂົ້າປະຊິດກັບ ປ້ອມຜາຖີ່. ວັນທີ 1/3/1968 ກຳລັງຕີພິເສດອາສາສະຫມັກ ຫວຽດນາມໄດ້ເຄື່ອນທັບໄປທິດ ຜາຖີ່ເຖິງວັນທີ 8/3/1968 ກຳ ລັງດັ່ງກ່າວໄດ້ເຖິງຕີນຜາຖີ່ແລ້ວ ພັກທັບຢູ່ນັ້ນກະກຽມລໍຖ້າຄຳສັ່ງ ພ້ອມດຽວກັນນີ້ກຳລັງພາກສ່ວນ ຕ່າງໆກໍເຄື່ອນທັບເຂົ້າຕາມທິດ ຂອງໃຜລາວຕາມການມອບ ຫມາຍຂອງດ້ານຮົບຄື: ກອງພັນ ໃຫຍ່ 148 ຂອງກອງພົນ 316, ກອງພັນໃຫຍ່ 766 ທະຫານອາ ສາສະຫມັກຫວຽດນາມ ໄດ້ ເຄື່ອນກຳລັງເພື່ອຍຶດເອົາທາງ ທິດຕາເວັນອອກຂອງຜາຖີ່, ກອງ ພັນ 705 ເຄື່ອນທັບຍຶດເອົາຫ້ວຍ ມ້າ, ຫ້ວຍຫົກ, ກອງພັນ 613 ເຮັດຫນ້າທີ່ຕີສັດຕູຢູ່ຜາເມີ, ຜາ ຮັງ. ວັນທີ 10/3/1968 ກອງ ພັນ 428 ທະຫານອາສາສະໝັກ ຫວຽດນາມສົມທົບກັບກອງ ຮ້ອຍ 15 ເຄື່ອນເຂົ້າບຸກຕີຢູ່ຜາ ບ່ອງ. ກອງຮ້ອຍ 15 ຮັບຜິດຊອບ ຕີສັດຕູຢູ່ປ່າຄາ, ຜາບ່ອງ, ກອງ ພັນ 428 ທະຫານອາສາສະ ຫມັກຫວຽດນາມຕີປ້ອມບັນຊາ (AC 12A ) ຢູ່ຜາບ່ອງ. ເພື່ອປະຕິບັດແຜນການຕີຫນີບ ຮັດ, ປິດລ້ອມ ແລະ ທຳລາຍທີ່ ຕັ້ງເຂດຄວບຄຸມຂອງສັດຕູໃຫ້ ແຄບເຂົ້າ, ທາງດ້ານຮົບໄດ້ສັ່ງ ໃຫ້ກອງພັນ 613, ກອງພັນ 585 ສືບຕໍ່ຕີສັດຕູຢູ່ທິດຫ້ວຍຊູ້, ຈອມ ຕຽນ, ພາຍຫຼັງສຳເລັດການຕີ ຈອມຕຽນ, ຫ້ວຍຊູ້ ແລ້ວກໍສືບຕໍ່ ຕີສັດຕູຢູ່ຜາເມີ, ຜາຮັງ, ວັນທີ 7/1/1968 ກອງຮ້ອຍທະຫານ ທ້ອງຖິ່ນແຂວງຫົວພັນ ສົມທົບ ກັບກອງພັນ 428 ທະຫານອາ ສາສະຫມັກຫວຽດນາມ ຕີສັດຕູ ຢູ່ປ້ອມເມືອງຊ່ອນ, ພູຫວດ ພ້ອມ ດຽວກັນນີ້ກອງພັນ 923, ກອງ ພັນ 766 ທະຫານອາສາສະໝັກ ຫວຽດນາມ ໄດ້ບຸກຕີສັດຕູຢູ່ພູ ພ້າວ, ພູງົວ ທິດຕາເວັນອອກ ຂອງຜາຖີ່, ສ່ວນກອງພັນ 927 ທະຫານອາສາສະຫມັກຫວຽດ ນາມ ບຸກຕີສັດຕູຢູ່ຂອບເຂດຫ້ວຍ ຂະມູນ, ຂະເດືອ, ພາຍຫຼັງກຳ ລັງຂອງພວກເຮົາຕີຫນີບຮັດສັດ ຕູຢູ່ແຕ່ລະທິດໄດ້ຮັບຜົນ ແລະ ສ້າງເງື່ອນໄຂເພື່ອກ້າວຂຶ້ນຕີປົດ ປ່ອຍຜາຖີ່ໂດຍຄະນະພັກການ ທະຫານສູນກາງໄດ້ສັ່ງໃຫ້ກຳ ລັງຊ່າງແສງຂຸ້ນຂ້ຽວເຮັດທາງ ແຕ່ຊຳເຫນືອເຂົ້າຫາໂຮງນົນແນ ໃສ່ຮັບປະກັນໃຫ້ແກ່ການເຄື່ອນ ຍ້າຍພາຫະນະ ແລະ ການລຳ ລຽງຂົນສົ່ງລູກກະສູນ ແລະ ສະ ບຽງອາຫານ, ສ່ວນແນວຫຼັງ ແມ່ນຈັດຕັ້ງໃຫ້ມີກຳລັງຫຼອນຕີ ສັດຕູດ້ວຍຮູບການໂຄສະນາວ່າ ພວກເຮົາຕີສັດຕູຢູ່ຊຽງຂວາງ, ພ້ອມທັງຈັດຕັ້ງກຳລັງເຄື່ອນທັບ ແຕ່ນາໄກ່ໄປທາງທິດເມືອງຮາມ ເຮັດໃຫ້ສັດຕູເຊື່ອວ່າກຳລັງຂອງ ພວກເຮົາເຄື່ອນທັບໄປຊຽງ ຂວາງແລ້ວທັງນີ້ແມ່ນຫຼອກໃຫ້ ສັດຕູຢູ່ຜາຖີ່ເຜີຕົວ. ພາຍຫຼັງແຕ່ລະພາກສ່ວນເຮັດ ວຽກງານການກະກຽມສຳເລັດ ມາເຖິງວັນທີ 11/3/1968 ທາງ ດ້ານຮົບໄດ້ສັ່ງໃຫ້ທຸກກົມກອງ ເຂົ້າປະສິດກັບເປົ້າຫມາຍເພື່ອລໍ ຖ້າຄຳສັ່ງແຕກສຽງປືນຕີປົດ ປ່ອຍປ້ອມຜາຖີ່, ຜ່ານການສູ້ຮົບ ກັບສັດຕູຢ່າງດຸເດືອດຢູ່ເທິງ ຈອມຜາຖີ່ຈົນເຖິງເວລາ 6 ໂມງ ເຊົ້າຂອງວັນທີ 12/3/1968 ພວກເຮົາຈິງໄດ້ເປັນເຈົ້າການໃນ ສະຫນາມຮົບ ແລະ ສາມາດປົດ ປ່ອຍຜາຖີ່ ແລະ ຂອບເຂດອ້ອມ ຮອບຜາຖີ່ໄດ້ຢ່າງສິ້ນເຊີງ. ມາເຖິງວັນທີ 19/3/1968 ບັ້ນຮົບປົດປ່ອຍຜາຖີ່ ແລະ ຂອບ ເຂດອ້ອມຮອບຜາຖີ່ໄດ້ສິ້ນສຸດ ລົງຢ່າງສົມບູນດ້ວຍໄຊຊະນະ ວັນເດັດຂາດຂອງຝ່າຍເຮົາ. ສັງຮວມແລ້ວຜ່ານການສູ້ຮົບ ໃນຄັ້ງນີ້ພວກເຮົາສາມາດປັດ ເຂ່ຍສັດຕູອອກຈາກວົງສູ້ຮົບໄດ້ 87 ກ່ວາບັກ ໃນນີ້ຖືກຂ້າຕາຍ 350 ກວ່າບັດ ແລະ ມີທີ່ປຶກສາ ແລະ ວິຊາການຂອງອາເມຣິກາ 18 ບັກລວມຢູ່ນຳດ້ວຍ. ບາດເຈັບ 140 ກວ່າບັກ, ຈັບໄດ້ 117 ປັກ ແລະ ອອກມາ ຍອມ 260 ກວ່າປັກ, ຍຶດອາວຸດ ໄດ້ທັງໝົດ 219 ກະບອກໃນນີ້ ມີປືນ 105 ມມ 2 ກະບອກ, ຄົກ 106,7 ມມ 3 ກະບອກ, ຄົກ 85 ມມ 2 ກະບອກ, ເດກາ 57 ມມ 5 ກະບອກ, ຄົກ 81 ມມ 2 ກະ ບອກ, ຄົກ 60 ມມ 7 ກະບອກ, ປືນກົນ 9 ກະບອກ ແລະ ປືນ ເຫຼັກຍາວ 187 ກະບອກ. ທຳລາຍສະຖານີລາດາໄດ້ 1 ເຄື່ອງ, ຈັກຕິດຕໍ່ສື່ສານ 1 ເຄື່ອງ, ຍຶດເຄື່ອງອຸປະໂພກ-ບໍລິໂພກໄດ້ 10 ກວ່າໂຕນ, ປົດປ່ອຍພື້ນທີ່ ໄດ້ 2000 ກວ່າກິໂລຕາແມັດ, ກວມເອົາ 12 ຕາແສງ, ປົດປ່ອຍ ປະຊາຊົນໄດ້ 10.800 ກວ່າຄົນ ແລະ ຍິງຍົນຕົກ 3 ລຳ. ເວົ້າໄດ້ວ່າ: ບັ້ນຮົບປົດປ່ອຍ ຜາຖີ່ແມ່ນບັ້ນຮົບໜຶ່ງທີ່ມີຄວາມ ຫຍຸ້ງຍາກທີ່ສຸດເພາະຜາຖີ່ເປັນ ຜາຫີນທີ່ສູງຊັນມີທາງເຂົ້າອອກ ພຽງແຕ່ບ່ອນດຽວເທົ່ານັ້ນແຕ່ ກອງທັບເຮົາ ແລະ ກຳລັງທະ ຫານອາສາຫວຽດນາມກໍໄດ້ນຳ ໃຊ້ພິກໄຫວ ແລະ ສິລະປະການທະ ຫານທີ່ຫຼາກຫຼາຍບຸກຕີພວກເຂົາ ກຳໄດ້ແໜ້ນພູມີປະເທດ, ມີຄວາມ ເດັດດ່ຽວໜຽວແໜ້ນ ເຊິ່ງມັນສະ ແດງອອກຄື: ກຳລັງພວກເຮົາ ປີນຜາຫີນຂຶ້ນສືບຂ່າວ ແລະ ກະ ກຽມສະໜາມຢູ່ຈອມຜາຖີ່ເຖິງ 6 ມື້ 6 ຄືນ ໂດຍບໍ່ເສຍລັບ, ສາ ມາດກຳສະພາບສັດຕູຢູ່ຈອມຜາ ຖີ່ໄດ້ຢ່າງລະອຽດ ແລະ ສາມາດ ຕີປົດປ່ອຍຜາຖີ່ໄດ້ຢ່າງສິ້ນເຊີງ. ໄຊຊະນະປົດປ່ອຍຜາຖີ່ມັນ ໄດ້ເປັນການທັບມ້າງຍຸດທະສາດ ສົງຄາມພິເສດເພີ່ມທະວີຂອງອາ ເມຣິກາ ແລະ ລູກມືທີ່ພວກເຂົາ ຫວັງຈະສ້າງຜາຖີ່ເປັນປ້ອມທີ່ ໝັ້ນແຂງແກ່ງຂອງກຳລັງພິເສດ ວາງປາວຢູ່ພາກເໜືອຂອງລາວ. ແມ່ນການທຳລາຍເຮືອນຮັງ ຂອງກຳລັງພິເສດວາງປາວ ແລະ ທຳລາຍຈັກລາດາຂອງຈັກກະ ພັດອາເມຣິກາ ເຊິ່ງພວກເຂົາໃຊ້ ຊີ້ທິດໃຫ້ແກ່ທັບອາກາດຍິງທຳ ລາຍພາກເໜືອຂອງລາວ ແລະ ພາກເໜືອຂອງຫວຽດນາມຢ່າງ ຮາບຄາບເຊິ່ງມັນໄດ້ເປັນການ ປຸກລະດົມກຳລັງໃຈໃຫ້ແກ່ກອງ ທັບ ແລະ ປະຊາຊົນລາວບັນດາ ເຜົ່າຢູ່ພາກເໜືອຂອງລາວກໍຄື ທົ່ວປະເທດ ທັງເປັນການປະ ກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ ໄຊຊະນະລວມໃນຂອບເຂດທົ່ວ ປະເທດກ້າວໄປສູ່ໄຊຊະນະອັນ ສົມບູນໃນພາລະກິດປະຕິວັດຕໍ່ສູ້ ກູ້ຊາດໃນເວລາຕໍ່ມາ, ພ້ອມນີ້ໄຊ ຊະນະບັ້ນຮົບປົດປ່ອຍຜາຖີ່ຍັງ ແມ່ນຂີດໝາຍອັນສຳຄັນແຫ່ງ ຄວາມສາມັກຄີຮ່ວມສຳພັນສູ້ຮົບ ລະຫວ່າງສອງກອງທັບລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ ໄປ. ມາຮອດຈຸດເວລານີ້ເຖິງແມ່ນ ເຫດການກໍຄືການປະລາໄຊອັນ ເຈັບແສບຂອງພວກເຂົາຈະໄດ້ ລ່ວງເລີຍກາຍເປັນອະດີດຕະ ການຕັ້ງເຄິ່ງສະຕະວັດໄປແລ້ວ ກໍຕາມ ແຕ່ພວກເຂົາ (ຕົ້ນຕໍແມ່ນ ຊີໄອເອ ແລະ ພວກນາຍທະຫານ ຫຸ່ນວຽງຈັນລວມທັງພວກບໍລິ ວານ) ຢູ່ນອກ ແລະ ໃນປະເທດ ຍັງດີ້ນຮົນຂຸດຄຸ້ຍ ເສກສັນບັ້ນ ແຕ່ງປີ້ນຂາວໃຫ້ເປັນດຳ (ຕ່າວ ປີ້ນປະຫວັດສາດ) ຮ້ອຍແປດ-ພັນປະການ ໂຄສະນາຊວນເຊື່ອ ເພື່ອຫວັງທັບຖົມໂຈມຕີແບ່ງ ແຍກມູນເຊື້ອການຮ່ວມສຳພັນສູ້ ຮົບກໍຄືມະຫາສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກລັດ, 2 ກອງທັບກໍຄືປະຊາ ຊົນ 2 ຊາດລາວ-ຫວຽດນາມ, ຫວຽດນາມ-ລາວຢູ່ບໍ່ເລີກບໍ່ແລ້ວ ແຕ່ມັນກໍກາຍເປັນຄວາມຝັນ ແບບລົມໆ-ແລ້ງໆຢູ່ຢ່າງນັ້ນລະ ເພາະສັດຈະທຳຕົວຈິງມັນໄດ້ຢັ້ງ ຢືນໃຫ້ພວກເຮົາ ແລະ ຊາວໂລກ ຜູ້ຮັກຫອມສັນຕິພາບເຫັນແຈ້ງ ແລ້ວເຖິງທາດແທ້ກະຫາຍສົງ ຄາມຂອງພວກເຂົາ (ອາເມຣິ ກາ) ແລະ ພວກສັກດີນາປະຕິ ການລູກແຫຼ້ງຕີນມືຜູ້ຂາຍຊາດ ໃນຜ່ານມາ ແລະ ປັດຈຸບັນ. ສັງຮວມໂດຍ: ປ. ຊາຕີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ