ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ທະຫານແຂວງສາລະວັນ ເປີດຊຸດອົບຮົມວິຊາສະເພາະອຸປະໂພກ - ບໍລິໂພກຊັ້ນຕົ້ນ ຊຸດທີ III
ເວລາອອກຂ່າວ: 2019-09-04 11:45:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 528 | ຄວາມນິຍົມ:



ໃນທ້າຍເດືອນສິງຫາ 2019 ນີ້, ກອງບັນຊາການທະຫານ ແຂວງສາລະວັນ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມວິຊາສະເພາະອຸປະໂພກ-ບໍລິໂພກຊັ້ນຕົ້ນ ຊຸດທີ III ລະບົບ 6 ເດືອນຂຶ້ນຢູ່ທີ່ໂຮງ ຮຽນການທະຫານທ້ອງຖິ່ນຂອງ ຕົນ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນແຍງ ວິໄລສົມ ກຳມະການຄະນະພັກ ອົງການກົມໃຫຍ່ພະລາທິການ, ຫົວໜ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ມີບັນດາສະຫາຍຄະນະພັກກອງ ບັນຊາການ, ຄະນະພັກ-ຄະນະ ບັນຊາຈາກອົງການ 5 ຫ້ອງ ພ້ອມດ້ວຍຄະນະພັກ-ຄະນະອຳ ນວຍການໂຮງຮຽນ, ຄູ-ອາຈານ ຕະຫຼອດຮອດນັກເຝິກອົບຮົມ ເຂົ້າຮ່ວມ 115 ສະຫາຍ. ສະຫາຍ ພັນຕີ ແສງທະວີ ບົວລະສາ ຕາງໜ້າກົມເສນາ- ພະລາ ກົມໃຫຍ່ພະລາທິການ ກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງຫົວໜ້າກົມໃຫຍ່ພະລາທິ ການກອງທັບ ສະບັບເລກທີ 531/ ກພລ ລົງວັນທີ 1 ສິງຫາ 2019 ວ່າດ້ວຍການເປີດຊຸດອົບຮົມວິຊາ ສະເພາະອຸປະໂພກ-ບໍລິໂພກຊັ້ນ ຕົ້ນ ຊຸດທີ III ຢູ່ກອງບັນຊາການ ທະຫານແຂວງສາລະວັນ ປະຈຳ ສົກປີ 2019-2020, ເຊິ່ງເນື້ອ ໃນແຜນການອົບຮົມໄດ້ແບ່ງ ອອກເປັນ 2 ພາກຄື: ພາກວິຊາ ລວມປະກອບມີ 9 ວິຊາຮຽນຄື: ວິຊາການເມືອງ, ການທະຫານ, ແຜນການ, ຜະລິດ, ຂົນສົ່ງ, ເຊື້ອ ໄຟ, ຄຸ້ມຄອງຊັບສິນ, ເສນາຮັກ ແລະ ວິຊາການເງິນ, ສ່ວນພາກ ວິຊາສະເພາະອຸປະໂພກ-ບໍລິໂພກ ປະກອບມີຄື: ພາກທິດສະດີອຸປະ ໂພກ-ບໍລິໂພກ, ພາກບັນຊີ, ພາກ ວິຊາປຸງແຕ່ງ, ວິຊາແທກຕັດ ເຄື່ອງ, ວິຊາແຜນງົບປະມານ ແລະ ບົດສະຫຼຸບອຸປະໂພກ-ບໍລິ ໂພກ , ທັງນີ້ກໍເພື່ອແນໃສ່ເຮັດໃຫ້ ພະນັກງານ-ນັກຮົບທີ່ເຮັດໜ້າທີ່ ວິຊາສະເພາະໄດ້ເຊື່ອມຊຶມຢ່າງ ເລິກເຊິ່ງກ່ຽວກັບພື້ນຖານທິດສະ ດີຫຼັກການຄຸ້ມຄອງອຸປະໂພກ-ບໍ ລິໂພກ ແລະ ແນໃສ່ເຮັດໃຫ້ວຽກ ງານວິຊາສະເພາະຂອງກົມກອງ ມີລະບຽບແບບແຜນມີຄວາມເປັນ ເອກະພາບ ບໍ່ວ່າໃນຍາມສັນຕິພາບກໍຄືໃນຍາມສົງຄາມໃຫ້ມີ ຄວາມເຂັ້ມແຂງມີແບບແຜນທັນ ສະໄໝຂຶ້ນເທື່ອລະກ້າວ ເພື່ອເຮັດ ໃຫ້ນາຍ ແລະ ພົນທະຫານທີ່ເຂົ້າ ອົບຮົມ, ກຳແໜ້ນທິດສະດີຫຼັກ ການໃນການຄຸ້ມຄອງນຳໃຊ້ວັດ ຖຸອຸປະໂພກ-ບໍລິໂພກຮັບປະກັນ ໃຫ້ກົມກອງເຮັດສຳເລັດໜ້າທີ່ ການເມືອງຂອງຕົນ ແລະ ເພື່ອ ເຮັດໃຫ້ບັ້ນເຝິກອົບຮົມຄັ້ງນີ້ມີ ເນື້ອໃນຄວາມໝາຍເລິກເຊິ່ງ, ມີ ຜົນສຳເລັດ ແລະ ໄດ້ຮັບໝາກຜົນ ສູງນັ້ນ, ໃນພິທີກໍໄດ້ຜ່ານຂໍ້ແຂ່ງ ຂັນ ແລະ ພ້ອມກັນຈັບມືຮັບຂໍ້ ແຂ່ງຂັນລະຫວ່າງຄະນະອຳ ນວຍການ, ຄູ-ອາຈານ ແລະ ນັກ ເຝິກອົບຮົມອີກດ້ວຍ. ໂດຍ: ຖາວອນ ສຸວັນນະພິມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ