ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ປິດເຝິກອົບຮົມໄລຍະສັ້ນ ວຽກງານຫໍພິພິທະພັນ-ຫໍສະໝຸດກອງທັບ ຄັ້ງທີ I
ເວລາອອກຂ່າວ: 2025-12-16 15:45:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 725 | ຄວາມນິຍົມ:



ພິທີ ປິດເຝິກອົບຮົມໄລຍະສັ້ນ ຄັ້ງທີ I ວຽກງານຫໍພິພິທະພັນ-ຫໍສະໝຸດກອງທັບ ໃຫ້ພະນັກງານ-ນັກຮົບບັນດາກົມກອງ ເຂດໃຈກາງນະຄອນຫຼວງວຽງຈັນ, ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ນີ້, ໂດຍການເປັນປະທານຂອງສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ. ສະຫາຍ ພັນໂທ ສະຫວຽງ ຈັນທະວົງ ຮອງອໍານວຍການຫໍສະໝຸດກອງທັບ ໄດ້ຂຶ້ນຜ່ານບົດ ສະຫຼຸບບັ້ນເຝິກອົບຮົມໄລຍະສັ້ນ ວຽກງານຫໍພິພິທະພັນ-ຫໍສະໝຸດກອງທັບ, ເຊິ່ງໄດ້ເຮັດສຳເລັດຕາມ ແຜນການ. ການຈັດຕັ້ງເຝິກອົບຮົມຄັ້ງນີ້ ກໍເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ແກ່ພະນັກງານ-ນັກຮົບ ທີ່ເຮັດວຽກງານດັ່ງກ່າວ, ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງວຽກງານຫໍພິພິທະພັນ-ຫໍສະໝຸດກອງທັບ ແນໃສ່ເຮັດໃຫ້ນັກເຝິກອົບຮົມເຂົ້າໃຈຫຼັກການພື້ນຖານ, ທິດສະດີ ແລະ ວິຊາການ ຮັບປະກັນໃຫ້ໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ. ການເຝິກອົບຮົມແມ່ນໄດ້ດຳເນີນເປັນເວລາ 20 ວັນ, ມີນັກເຝິກອົບຮົມເຂົ້າຮ່ວມ ທັງໝົດ 26 ສະຫາຍ, ຜ່ານການອົບຮົມຕົວຈິງ ສາມາດຈັດແບ່ງປະເພດ ເກັ່ງ ມີ 20 ສະຫາຍ ແລະ ປະເພດ ກາງ ມີ 6 ສະຫາຍ. ໃນພິທີ, ຫໍສະໝຸດກອງທັບຍັງໄດ້ມອບປື້ມ ເປັນຂອງຂວັນທີ່ລະນຶກ ໃຫ້ແຕ່ລະກົມກອງ ຕື່ມອີກ. ໂດຍ: ນ.ໜູແດງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ