ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

​ວຕກ ມອບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ​ໃຫ້​ນາຍ​ທະຫານ
ເວລາອອກຂ່າວ: 2025-12-17 08:59:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 146 | ຄວາມນິຍົມ:



ໃນ​ວັນ​ທີ 11 ທັນວາ 2025 ນີ້, ວິທະຍາຄານ​ເຕັກນິກ​ການ​ທະຫານ​ໄດ້​ຈັດ​ພິທີ​ມອບ​ເງິນ​ອູດ​ໜູນ​ເທື່ອ​ດຽວ​ໃຫ້​ນາຍ​ທະຫານ ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຄຳ​ເຜີຍ ທຳ​ມະນີ​ວົງ ຄະນະ​ພັກ ວິທະຍາຄານ​ຫົວໜ້າ​ຫ້ອງ​ການເມືອງ, ມີ​ບັນດາ​ຕາງໜ້າ​ຫົວໜ່ວຍ​ກົມ​ກອງ, ພະແນກການ ແລະ ພະນັກງານ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ວັນນາ ຫຼ້າ​ຈັນທອນ ຫົວໜ້າ​ພະ​ແນກ​ພະນັກງານ ວິທະ ຍາຄານ​ເຕັກນິກ​ການ​ທະຫານ ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ນາຍ​ທະຫານ ແລະ ພົນທະຫານ ອອກ​ການ​ຮັບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ ໃນ​ນີ້​ໄດ້​ອະນຸມັດ​ໃຫ້​ສະຫາຍ ພັນ​ຕີ ສົມ​ພອນ ບົວ​ດາ​ວົງ ຄູ​ສອນ​ລົດ​ຕັງ-ຍານ​ເກາະ ຄະນະ​ວິຊາ​ຄູ​ລົດ​ໂອ​ໂຕ​ການ​ທະຫານ ແລະ ສະຫາຍ ສິບ​ໂທ ວັນ​ຄຳ ທຳ​ມະ​ວົງສາ ນັກ​ສຶກ​ສາ​ຊັ້ນ​ກາງ​ຍຸດ​ໂທ ກອງພັນ​ນັກ​ສຶກ​ສາ​ທີ II ຕາມ​ຂໍ້​ຕົກລົງ. ຈາກ​ນັ້ນ ສະຫາຍ ພັນ​ໂທ ກອງ​ມະນີ ບົວ​ລະ​ວົງສາ ຫົວໜ້າ​ພະ​ແນກ ປະກັນ​ສັງຄົມ ໄດ້​ຜ່ານ​ບົດ​ບັນທຶກ ມອບ​ເງິນ​ໃຫ້​ແກ່ ພະນັກງານ​ທີ່​ໄດ້​ຮັບ​ເງິນ​ອຸດ​ໜູນ​ໃນ​ຄັ້ງ​ນີ້ ໂດຍ​ອີງ​ຕາມ​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ​ທີ່​ມີ​ຕໍ່​ນາຍ ແລະ ພົນທະຫານ, ອີງ​ຕາມ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ວ່າ​ດ້ວຍ​ປະກັນ​ສັງຄົມ​ສະບັບ​ເລກ​ທີ675/​ກປທ; ອີງ​ຕາມ​ທິດ​ຊີ້​ນຳ​ຄຳ​ສັ່ງ​ຂອງ​ຄະນະ​ພັກ-ຄະນະ​ອຳນວຍ​ການ ວິທະຍາຄານ​ເຕັກນິກ​ການ​ທະຫານ ໃນ​ການ​ເບີກ​ຈ່າຍ​ຮ່ວງ​ເງິນ​ອຸດ​ໜູນ​ອອກ​ທະ ຫານ​ເທື່ອ​ດຽວ​ໃຫ້​ພະນັກງານ​ທັງ ສອງ​ສະຫາຍ​ຈຳນວນ 113,964,000 ກີບ. ໂອກາດ​ດັ່ງກ່າວ ສະຫາຍ ພັນ​ເອກ ຄຳ​ເຜີຍ ທຳ​ມະນີ​ວົງ ກໍ​ໄດ້​ສະແດງ​ຄວາມ​ຂອບໃຈ, ຮູ້​ບຸນຄຸນ​ຕໍ່​ຜົນງານ ໃນ​ການ​ປະກອບສ່ວນ​ອັນ​ສຳຄັນ ຂອງ​ພະນັກງານ​ທັງ​ສອງ​ສະຫາຍ​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ສືບຕໍ່​ເຄື່ອນ​ໄຫວ​ເຂົ້າ​ໃນ​ວຽກ​ງານ ​ປກສ-​ປກຊ ຂອງ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ທີ່​ຕົນ​ສັງກັດ​ຢູ່ ແລະ ຈົ່ງ​ພ້ອມ​ກັນ​ນຳ​ໃຊ້​ຮ່ວງ​ເງິນ​ດັ່ງກ່າວ​ນີ້​ເຂົ້າ​ໃນ​ການ​ພັດທະນາ​ຊີວິດ​ການ​ເປັນ​ຢູ່​ໃນ​ຄອບຄົວ​ໃຫ້​ດີ​ຂຶ້ນ. ​ໂດຍ: ເພັດ​ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ